ມອບພາຫະນະ ແລະ ອຸປະກອນຕ່າງໆ ເພື່ອ ໃຊ້ໃນວຽກກວດກູ້ລະເບີດບໍ່ທັນແຕກໃຫ້ ສປປ ລາວ
ປະເທດລາວ ຍັງເປັນອີກປະເທດໜຶ່ງທີ່ຍັງມີລະເບີດ ທີ່ຍັງບໍ່ທັນແຕກຫຼົງເຫຼືອຢູ່ ເປັນຈຳນວນຫຼວງຫຼາຍ ແລະ ຍັງມີປະຊາຊົນຈຳນວນຫຼາຍທີ່ຍັງຖືກເຄາະຮ້າຍ ປະສົບກັບອຸບັດເຫດຈາກລະເບີດທີ່ຍັງບໍ່ທັນແຕກ. ເພື່ອຊ່ວຍເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ແລະ ຫຼຸດໂອກາດບໍ່ໃຫ້ປະຊາຊົນຕ້ອງພົບກັບເຄາະ ຮ້າຍດັ່ງກ່າວ ລັດຖະບານນິວຊີແລນ ແລະ ລັດຖະບານໄອແລນ ມອບພາຫະນະ ແລະ ອຸປະກອນຕ່າງໆ ຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນ ວຽກງານກວດກູ້ລະເບີດບໍ່ທັນແຕກ.…