ເຊີນທ່ຽວຊົມ “ງານເທດສະການບຸນນໍ່ເປ່ເຈົ່າ 2026” ທີ່ສວນບັນດາເຜົ່າ​ ບ້ານ ດ່ານຊີ

ເຊີນທ່ຽວຊົມ “ງານເທດສະການບຸນນໍ່ເປ່ເຈົ່າ 2026” ທີ່ສວນບັນດາເຜົ່າ​ ບ້ານ ດ່ານຊີ

ງານເທດສະການບຸນນໍ່ເປ່ເຈົ່າ ຫຼື ບຸນກິນຈຽງ (ປີໃໝ່ຊົນເຜົ່າມົ້ງ)ຈະໄດ້ຈັດຂຶ້ນ ລະຫວ່າງວັນທີ 4-6 ທັນວາ 2026 ທີ່ຈະມາເຖິງນີ້ ທີ່ ສວນບັນດາເຜົ່າ ບ້ານດ່ານຊີ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.

ໃນງານຈະປະກອບມີ ກິດຈະກໍາທີ່ຫຼາກຫຼາຍເຊັ່ນ: ງານປະກວດນາງສາວເຜົ່າມົ້ງນະຄອນຫຼວງວຽງຈັນ, ການ​ປະກວດ​ນັກຮ້ອງ​ສຽງ​ດີປະຈຳປີ 2026, ຍິງໜ້າເກັກ, ຕີໝາກຄ່າງ, ງົວຊົນ, ແກ່ວງຫຍ້າຄາ, ແກວ່ງໄກ່, ບາສີສູ່ຂວັນ, ໂຍນໝາກຄອນ ແລະ ອື່ນໆ.

ພິທີຖະແຫຼງຂ່າວເທດສະການດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ ສວນບັນດາເຜົ່າດັ່ງກ່າວໂດຍເປັນ​ກຽດ​ເຂົ້າຮ່ວມຂອງ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງນາຊາຍທອງ; ທ່ານ ພູວົງ ພະມີສິດ ປະທານສວນບັນດາເຜົ່າ​ ພ້ອມດ້ວຍ​ບັນດາ​ສື່ມວນຊົນ​ ແລະ​ ແຂກຖືກເຊີນ.​

ພາບ-ຂ່າວ: ພ້ອມພົງ 

Related Articles