ນະຄອນຫຼວງ ຕັ້ງເປົ້າ 82 ຫຼຽນຄໍາ ຫວັງທວງແຊ໋ມເຈົ້າຫຼຽນຄໍາ ໃນງານກິລາແຫ່ງຊາດ 2020

ນະຄອນຫຼວງວຽງຈັນ ກຽມພ້ອມສົ່ງທັບນັກກິລາ ຈຳນວນ 424 ຄົນ, ຍິງ 169 ຄົນ ຈາກ 28 ປະເພດກິລາ ພ້ອມຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນໃຫ້ໄດ້ ຢ່າງໜ້ອຍ 82 ຫຼຽນຄຳ ຈາກການຊິງໄຊທັງໝົດ 385 ຫຼຽນຄຳ ເພື່ອ ຫັວງທວງແຊ໋ມເຈົ້າຫຼຽນຄໍາ…

ມາຮູ້ຈັກກັບສັດນໍາໂຊກ ນົກແອ່ນ ໃນງານກິລາແຫ່ງ ຊາດ 2020

ຄະນະນຳແຂວງ ຊຽງຂວາງ ໄດ້ກໍານົດເອົານົກແອ່ນເປັນສັດ ນໍາໂຊກໂດຍເຮັດເປັນຮູບກະຕູນ, ຜະລິດເປັນຂອງທີ່ລະລຶກ ແລະ ເປັນຂອງຂວັນຢູ່ໃນງາມມະຫາກໍາ ກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ໄດ້ຮັບກຽດ ເປັນເຈົ້າພາບ ໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020. ໂດຍຮູບແບບສັດນໍາໂຊກນົກ…

ລັດອະນຸມັດເງິນ47 ຕື້ກີບ ເພື່ອຈັດງານກິລາແຫ່ງຊາດຄັ້ງທີ XI

ລັດຖະບານໄດ້ອະນຸມັດງົບປະມານຈຳນວນ 47 ຕື້ກີບ ໃຫ້ແຂວງຊຽງຂວາງ ເພື່ອນໍາໃຊ້ເຂົ້າໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງ ເກມ ໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020, ຄ່ຽງຄູ່ກັບການສະເຫຼີມສະຫຼອງອິີກສອງງານໃຫຍ່ສຳຄັນຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65…

ຂຸນເຫຼັກ ນ໋ອກນັກມວຍໄທຍົກ 3 ລາຍການເສິກນະຄອນຫຼວງ-ກໍກຽດແດນຈຳປາ 

ແຊ໋ມສາຍແອວຫົວໜ້າພະແນກສຶກສາທິ ການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮຸ່ນນໍ້າໜັກ 55 ກິໂລກຣາມ, ຂຸນເຫຼັກ ຂວັນໃຈຄ້າຍມວຍເຈົ້າຖິ່ນ ສະໂມສອນ ຄໍາເສັງ (ມຸມສີແດງ) ໄລ່ຟັນສອກໃສ່ ເພັດໂພໄຊ ສໍສີຣີນທາ ນັກມວຍຈາກຄ້າຍ ມວຍດັງແຂວງໜອງຄາຍ ປະເທດໄທ…

ນັກກິລາ 20 ພາກສ່ວນກຽມເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ ຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ-1 ເມສາ 2020 ເຊິ່ງການແຂ່ງຂັນຄັ້ງນີ້ຈະມີນັກກິລາຈາກ 20 ພາກສ່ວນ ຄື: 1 ນະຄອນຫລວງ, 17 ແຂວງ ແລະ…

ເທັນນິດ ນະຄອນຫຼວງ ຫວັງທວງຄວາມຍິ່ງໃຫຍ່ໃນຊຽງຂວາງເກມ

ສະຫະພັນເທັນນິດ ນະຄອນຫຼວງວຽງຈັນ (ນວ) ພ້ອມສົ່ງທັບນັກກິລາເທັນນິດລູກຫຼານຂອງຕົນ ຈຳນວນ 12 ຄົນ, ຍິງ 6 ຄົນ ຫຼັງເກັບຕົວຝຶກຊ້ອມຕັ້ງແຕ່ເດືອນສິງຫາ 2019 ນັບມາຮອດປັດຈຸບັນມີຄວາມພ້ອມເຖິງ 90 ເປີເຊັນ ພ້ອມຕັ້ງເປົ້າໝາຍຈະເອົາ 3 ຫຼຽນຄຳ ເພື່ອທວງຕຳແໜ່ງແຊ໋ມເຈົ້າຫຼຽນຄຳ ໃຫ້ທັບນັກກິລາ…

ມ່ວນແນ່ນອນ! ຫຼາຍພາກສ່ວນຄັດເລືອກນັກກິລາໃສ່ຊຽງ ຂວາງເກມ

ປະຈຸບັນຫຼາຍພາກສ່ວນແມ່ນກຳລັງກະກຽມຝຶກຊ້ອມ ແລະ ຄັດເລືອກເອົານັກກິລາແຕ່ ລະປະເພດທີ່ດີທີ່ສຸດເພື່ອເປັນຕົວແທນໃຫ້ ແກ່ແຂວງແລະອົງການຂອງຕົນໄປແຂ່ງຂັນຢູ່ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ​ຫຼື ຊຽງ​ຂວາງເກມ ທີ່ຈະຈັດຂຶ້ນຢູ່ແຂວງ ຊຽງຂວາງ ໃນທ້າຍ ເດືອນມີນາ ປີ 2020. ແຕ່ລະແຂວງແລະອົງການເຫຼົ່ານີ້ກໍ່ໄດ້ຕັ້ງເປົ້າສູ້ຊົນເພື່ອຈະຍາດເອົາຫຼຽນຄຳໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເອົາໄດ້ຕາມຄວາມສາມາດຂອງນັກກິລາທີ່ໄດ້ຄັດເລືອກໄປ. ເມື່ອຄືແນວນັ້ນຈຶ່ງຄາດຫວັງວ່າຊຽງຂວາງ ເກມຈະມີຄວາມສະໜຸກສະໜານທີ່ສຸດໃນ ການ ແຂ່ງຂັນຊິງໄຊເອົາຫຼຽນຄຳ…

ໜຸ່ມນັກບິນສະກາຍເວ ໄດ້ແຊ໋ມບານສົ່ງຫາດຊາຍ ສບລ ຄົບຮອບ 44 ປີ

ທັບນັກຕົບບານສົ່ງຫາດຊາຍ ຈາກທີມລາວເດີນອາກາດ ຫຼື ລາວສະກາຍເວ ສາມາດປະກາດສັກດາໃນວົງການບານສົ່ງຫາດຊາຍລາວ ຫຼັງໄດ້ແຊ໋ມ ແລະ ອັນດັບທີ 2 ໄປຄອງໃນການແຂ່ງຂັນກິລາບານສົ່ງຫາດຊາຍ ເພດຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບລ) ປະຈຳປີ 2019 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2019 ຄົບຮອບ…