Visit BigblueAgency
ໜຸ່ມນັກບິນສະກາຍເວ ໄດ້ແຊ໋ມບານສົ່ງຫາດຊາຍ ສບລ ຄົບຮອບ 44 ປີ

ໜຸ່ມນັກບິນສະກາຍເວ ໄດ້ແຊ໋ມບານສົ່ງຫາດຊາຍ ສບລ ຄົບຮອບ 44 ປີ

ທັບນັກຕົບບານສົ່ງຫາດຊາຍ ຈາກທີມລາວເດີນອາກາດ ຫຼື ລາວສະກາຍເວ ສາມາດປະກາດສັກດາໃນວົງການບານສົ່ງຫາດຊາຍລາວ ຫຼັງໄດ້ແຊ໋ມ ແລະ ອັນດັບທີ 2 ໄປຄອງໃນການແຂ່ງຂັນກິລາບານສົ່ງຫາດຊາຍ ເພດຊາຍ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບລ) ປະຈຳປີ 2019 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2019 ຄົບຮອບ 44 ປີ (ວັນທີ 2 ທັນວາ 1975 ຫາ 2 ທັນວາ 2019) ຂະນະທີ່ ສາວກົມວິທະຍາສາດ-ປະຫວັດສາດ ເອົາຊະນະແຊ໋ມເກົ່າ ກອງທັບ 2-1 ເຊັດ ຄອງແຊ໋ມບານສົ່ງຫາດຊາຍ ເພດຍິງ.
ການແຂ່ງຂັນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 15-17 ພະຈິກ ຜ່ານມາ ທີ່ສະໜາມບານສົ່ງຫາດຊາຍ ມະຫາວິທະຍາໄລແຫ່ງຊາດ (ມຊ) ວິທະຍາເຂດດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ຈັນສະໝອນ ຜ່ອງຈັນທາ ປະທານ ສບລ, ມີບັນດາຄະນະບໍລິຫານງານ ສບລ, ຄະນະນຳແຕ່ລະພາກສ່ວນ ແລະ ຄູຝຶກ, ນັກກິລາ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງ.
ໃນພິທີປິດມື້ສຸດທ້າຍ ກໍໄດ້ມີການແຂ່ງຂັນນັດຊີງຊະນະເລີດປະເພດຍິງ ແລະ ຊາຍ ແລະ ຊີງອັນດັບທີ 3 ປະເພດຊາຍ. ສຳລັບນັດຊີງຊະນະເລີດ ເພດຊາຍ ເປັນການໂຄຈອນມາພົບກັນເອງຂອງທີມລາວສະກາຍເວ ລະຫວ່າງທີມລາວສະກາຍເວ 2 ແລະ ລາວສະກາຍເວ 3, ເຊີ່ງທີມລາວສະກາຍເວ 2 ຊະນະ 2-0 ເຊັດ ດ້ວຍຄະແນນ 21-16 ແລະ 21-19. ຂະນະທີ່ ນັດຊີງຊະນະເລີດປະເພດຍິງ ທີມກົມວິທະຍາສາດ-ປະຫວັດສາດການທະຫານ ພີກແຊງຊະນະ ແຊ໋ມເກົ່າ ກອງທັບ 2-1 ເຊັດ 17-21, 21-19 ແລະ 15-12 ຄະແນນ ຄອງແຊ໋ມເປັນຄັ້ງທຳອິດ.
ການແຂ່ງຂັນລາຍການດັ່ງກ່າວ ທີມຊະນະເລີດທັງສອງທີມແມ່ນໄດ້ຮັບຂັນ ພ້ອມຫຼຽນຄຳ ແລະ ເງິນສົດ ທີມລະ 2 ລ້ານກີບ, ທີ 2 ໄດ້ຮັບຫຼຽນເງິນ ແລະ ເງິນສົດທີມລະ 1,2 ລ້ານກີບ, ທີ 3 ໄດ້ຮັບຫຼຽນທອງ ແລະ ເງິນສົດ ທີມລະ 8 ແສນກີບ ແລະ ທີ 4 ໄດ້ຮັບລາງວັນຊົມເຊີຍເປັນເງິນສົດ 4 ແສນກີບ.
ຂ່າວ-ພາບ: ສົງການ

Related Articles

Leave a Reply