Vientiane Times Lao
ຊຽງຂວາງຈະ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະ ງານ ມະຫາກໍາກິລາແຫ່ງຊາດ

ຊຽງຂວາງຈະ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະ ງານ ມະຫາກໍາກິລາແຫ່ງຊາດ

ປະຈຸບັນ ອຳນາດການປົກຄອງ ແຂວງ ຊຽງຂວາງ ກໍາລັງກະກຽມອອກຂໍ້ຕົກລົງແຈ້ງການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກພາຍໃນແຂວງ ຫຼຸດຄ່າທີ່ພັກລົງ 20% ໃນໄລຍະເປັນເຈົ້າພາບຈັດງານ ມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃນລະຫ່ວາງວັນທີ 22 ມີນາ ຫາ 1 ເມສາ 2020 ແລະ ເລັ່ງໃຫ້ປັບປຸງສະຖານທີ່ທ່ອງທ່ຽວ ຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາ ທ່ອງທ່ຽວ ແຂວງ ຊຽງຂວາງ.

ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ໃຫ້ສຳພາດ ກັບສື່ມວນຊົນ ຫ່ວາງບໍ່ດົນມານີ້ວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົນການແຂ່ງຂັນ ກິລາຄັ້ງນີ້ ພະແນກສຶກສາທິການ ແລະ ກິລາ ແຂວງຈຶ່ງໄດ້ຈັດການຝຶກ ອົບຮົມໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກ ເພີ່ອກຽມພ້ອມການຕ້ອມຮັບແຂກໃຫ້ໄດ້ມາດຕະຖານສາກົນ ແລະ ໄດ້ອອກແຈ້ງການໃຫ້ຜູ້ປະກອບການປັບປຸງບ່ອນພັກແຮມຂອງຕົນໃຫ້ມີຄວາມງາມ, ສາອາດ ແລະ ສະດວກສະບາຍ ເພື່ອ ຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ມາເຂົ້າຊົມກິລາຄັ້ງນີ້ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆ ແຂວງຊຽວຂວາງ.

ທ່ານ ສີວິໄລ ອຸດົມສຸກ ໃຫ້ຮູ້ຕື່ມອີກວ່າ: ປະຈຸບັນ ແຂວງ ຊຽງຂວາງ ມີໂຮງແຮມ 21 ແຫ່ງ ແລະ ເຮືອນພັກ 129 ແຫ່ງ ສາມາດຮອງຮັບແຂກໄດ້ 3. 000 ກວ່າຄົນຕໍ່ຄືນ ໃນນັ້ນ ແຂວງ ຊຽງຂວາງ ມີສະຖານທີ່ທ່ອງທ່ຽວເປິດບໍລິການທັງໝົດ 43 ແຫ່ງ ໃນນີ້ ທ່ອງທ່ຽວດ້ານວັດທະນະທຳ 19 ແຫ່ງ, ທຳມະຊາດ 12 ແຫ່ງ ແລະ ປະຫັວດສາດ 12 ແຫ່ງ ທີ່ໄດ້ຮັບການປັບປຸງໃໝ່ໃຫ້ສວຍງາມ ແລະ ສະດວກສະບາຍ ໂດຍສະເພາະ ສະຖານທ່ອງທ່ຽວ ທົ່ງໄຫຫີນທີ່ເຂົ້າເປັນມໍລະດົກໂລກ, ຖຳ້ປິວ ແລະ ອື່ນໆ.

ຂ່າວ: ບົວຜັນ

ພາບ: ສຸ​ພິດ

Related Articles

Leave a Reply