ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເຂົ້າຮ່ວມພິທີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດ ຄົບຮອບ 80 ປີ ທີ່ ສະໜາມຫຼວງທຽນອັນເໝິນ ນະຄອນຫຼວງປັກກິ່ງ ສປ ຈີນ ໃນວັນທີ 3 ກັນຍາ 2025, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ.




ສປ ຈີນ ໄດ້ຈັດພິທີລະນຶກວັນໄຊຊະນະສົງຄາມຕ້ານຟາດຊິດ ຄົບຮອບ 80 ປີ ຂຶ້ນຢ່າງຍິ່ງໃຫຍ່ ໂດຍມີຈຸດປະສົງເພື່ອຫວນຄືນມູນເຊື້ອອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນຈີນ ຮ່ວມກັບບັນດາປະເທດຕ່າງໆໃນໂລກ ໃນການຕໍ່ສູ້ເພື່ອຕ້ານການຮຸກຮານຂອງຕ່າງປະເທດ ໃນສະໄໝສົງຄາມໂລກ ຄັ້ງທີ 2 ຈົນສາມາດຍາດໄດ້ໄຊຊະນະ, ເສລີພາບ, ເອກະລາດ ແລະ ນຳເອົາຄວາມຜາສຸກມາສູ່ປະເທດຊາດ ກໍຄື ປະຊາຊົນຈີນ ແລະ ບັນດາປະເທດຕ່າງໆໃນໂລກ. ໃນພິທີຄັ້ງນີ້ ໄດ້ມີປະມຸກລັດ ແລະ ຜູ້ແທນຂັ້ນສູງຈາກປະເທດຕ່າງໆຫຼາຍກວ່າ 26 ປະເທດ ເຂົ້າຮ່ວມ ເຊັ່ນ: ຣັດເຊຍ, ກູບາ, ສປປ ເກົາຫຼີ, ມົງໂກລີ, ເນປານ, ບັນດາປະເທດໃນຂົງເຂດຕາເວັນອອກກາງ ແລະ ອາຟຣິກາ, ບັນດາປະເທດສະມາຊິກອາຊຽນ ເຊັ່ນ: ສປປ ລາວ, ສສ ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ກໍາປູເຈຍ, ສິງກະໂປ, ບຣູໄນ ດາລູຊາລາມ ແລະ ຕີມໍແລັດສະເຕ ລວມທັງ ຜູ້ຕາງໜ້າຈາກບັນດາພັກການເມືອງຂອງຕ່າງປະເທດ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ມວນຊົນຈີນ ເຂົ້າຮ່ວມຫຼາຍກວ່າ 50.000 ຄົນ, ພ້ອມທັງໄດ້ຈັດການເດີນສວນສະໜາມຢ່າງຍິ່ງໃຫຍ່ຂອງກອງກໍາລັງເຫຼົ່າຮົບຕ່າງໆ ລວມທັງໝົດ 45 ກ້ອນກໍາລັງ.
ພ້ອມນັ້ນ, ທ່ານ ສີ ຈິ້ນຜິງ ພ້ອມດ້ວຍພັນລະຍາ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງຮັບຮອງໃຫ້ແກ່ຄະນະຜູ້ແທນ ແລະ ການນໍາຂັ້ນສູງຂອງຕ່າງປະເທດທີ່ເຂົ້າຮ່ວມໃນງານຄັ້ງນີ້ຢ່າງສົມກຽດ.
ໄຊຊະນະສົງຄາມຕ້ານຟາດຊິດ ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຕໍ່ປະຊາຊົນໃນທົ່ວໂລກ ທີ່ຮັກຫອມສັນຕິພາບ ແລະ ມີຄວາມປາຖະໜາໃນການພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ນຳເອົາຄວາມຜາສຸກມາສູ່ປະຊາຊົນ. ໄຊຊະນະດັ່ງກ່າວ ເປັນສັນຍາລັກແຫ່ງສັນຕິພາບ, ອິດສະລະພາບ ແລະ ເປັນການເຕືອນໃຫ້ມວນມະນຸດ ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍ ຈາກສົງຄາມ.
ສປປ ລາວ ເປັນປະເທດໜຶ່ງ ທີ່ໄດ້ຮັບຜົນກະທົບຢ່າງໃຫ່ຍຫຼວງຈາກສົງຄາມໃນໄລຍະຜ່ານມາ ແລະ ການເຂົ້າຮ່ວມພິທີດັ່ງກ່າວ ກໍເປັນການສືບຕໍ່ປະຕິບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍ ໃນການຮ່ວມມືກັບປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ ແລະ ການຮ່ວມມື ເພື່ອການພັດທະນາ ແນໃສ່ປະກອບສ່ວນສ້າງໃຫ້ພາກພື້ນ ແລະ ສາກົນ ໃຫ້ມີສັນຕິພາບ ແລະ ຄວາມສະຫງົບສຸກ ແລະ ເຫັນໄດ້ເຖິງຄວາມໂຫດຮ້າຍຂອງສົງຄາມ.
ນອກຈາກນີ້, ຍັງເປັນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.
ຂ່າວ: ກົມການຂ່າວ