ຄະນະສະເພາະກິດປ້ອງກັນ, ຄວບຄຸມແລະ ແກ້ໄຂການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 24 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ໃນມື້ວັນທີ 24 ພຶດສະພາ 2021ນີ້ ຈໍານວນ 21 ຄົນໃນທົ່ວປະເທດ, ຜູ້ຕິດເຊື້ອໃໝ່ດັ່ງກ່າວຢູ່ນະຄອນຫຼວງວຽງຈັນ 9 ຄົນ, ແຂວງສະຫວັນນະເຂດ 1 ຄົນ, ແຂວງຈໍາປາສັກ 10 ຄົນ ແລະ ແຂວງ ອຸດົມໄຊ 1 ຄົນ.
ຮອດປັດຈຸບັນນີ້ ສປປ ລາວມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ-19 ແລ້ວຈໍານວນ 1.822 ຄົນໃນນີ້ປິ່ນປົວຫາຍດີ 1.133 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍໃນຂອບເຂດທົ່ວປະເທດຈຳ ນວນ 687 ຄົນ ແລະ ເສຍຊີວິດ 2 ຄົນ.



