Vientiane Times Lao
ລາວ-ຈີນ ສືບຕໍ່ສາຍພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳລາວ-ຈີນ,ຈີນ-ລາວ

ລາວ-ຈີນ ສືບຕໍ່ສາຍພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳລາວ-ຈີນ,ຈີນ-ລາວ

ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ມີການພົບປະສອງຝ່າຍກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ຫວັງ ອີ້, ເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊະຕາກຳລາວ-ຈີນ,ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ໃນວັນທີ 14 ຕຸລາ 2020 ທີ່ ຫໍປະຊຸມແຫ່ງຊາດ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ຈີນ-ລາວ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ,ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ,ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.
ໃນໂອກາດດັ່ງກ່າວ ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ຕໍ່ການຕີລາຄາການຮ່ວມມືສອງຝ່າຍ ກໍຄື ລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາພາຍໃຕ້ສະຖານະການໃໝ່ຂອງການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ສະພາບການສາກົນໃນປັດຈຸບັນໃນດ້ານຕ່າງໆເຊັ່ນ: ດ້ານການເມືອງຄວາມໝັ້ນຄົງ, ສອງຝ່າຍ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະ ແລກປ່ຽນຂໍ້ມູນ ຊຶ່ງກັນ ແລະ ກັນ ຢ່າງເປັນປະຈຳ ເຮັດໃຫ້ຊາຍແດນ ລາວ-ຈີນ ເປັນຊາຍແດນມິດຕະພາບ, ບ້ານໃກ້ເຮືອນຄຽງ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະຕາກຳອັນແທ້ຈິງ; ດ້ານເສດຖະກິດ ແລະ ການຄ້າ, ສອງຝ່າຍ ໄດ້ສະແດງການສະໜັບສະໜູນນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ, ຊຶ່ງຈະນໍາຜົນປະໂຫຍດອັນໃຫຍ່ຫຼວງ ມາໃຫ້ແກ່ບັນດາປະເທດຕ່າງໆທີ່ເຂົ້າຮ່ວມ, ໂດຍສະເພາະ ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍໄດ້ເຊື່ອມໂຍງ ລະຫວ່າງ ຍຸດທະສາດ ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ຂອງ ສປປ ລາວ ເຂົ້າກັບຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ, ໂດຍຖືເອົາການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ, ວັງວຽງ-ຫຼວງພະບາງ, ຫຼວງພະບາງ-ອຸດົມໄຊ ໄປຈົນຮອດຊາຍແດນ ລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານເປັນໜຶ່ງໃນການເຊື່ອມໂຍງຍຸດທະສາດອັນສຳຄັນຂອງສອງປະເທດ ແລະ ຖືເປັນສອງເສັ້ນທາງທີ່ສຳຄັນໃນການປະຕິບັດແລວເສດຖະກິດ ລາວ-ຈີນ, ຈີນ-ລາວ.
ສອງຝ່າຍ ຍັງຕົກລົງເຫັນດີ ໃນການຈັດຕັ້ງປະຕິບັດຊ່ອງທາງໄວຮ່ວມກັນ (Fast-Track Lane) ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພະນັກງານ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆທີ່ສຳຄັນ ລະຫວ່າງສອງປະເທດ, ຊຶ່ງຊ່ອງທາງດັ່ງກ່າວ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມື ເພື່ອຊ່ວຍຟື້ນຟູເສດຖະກິດຂອງ ສປປ ລາວ ກໍຄື ເຮັດໃຫ້ການປະຕິບັດໂຄງການຕ່າງໆຂອງ ສປ ຈີນ ຢູ່ ສປປ ລາວ ສຳເລັດຕາມຄາດໝາຍ, ພ້ອມນັ້ນ ສອງຝ່າຍ ຍັງເຫັນດີໃນດ້ານຫຼັກການ ໃຫ້ເປີດນຳໃຊ້ຊ່ອງທາງສີຂຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າຜ່ານແດນ ລາວ-ຈີນ, ຈີນ-ລາວ ຢູ່ດ່ານສາກົນບໍ່ເຕັນ-ບໍ່ຫານ, ແຂວງຫຼວງນໍ້າທາ ໃຫ້ມີຄວາມວ່ອງໄວຂຶ້ນ.
ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການສະເໜີແຜນການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນລາວ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນປີ 2021, ພ້ອມທັງປຶກສາຫາລື ກ່ຽວກັບ ການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອປ້ອງກັນບໍ່ໃຫ້ກັບມາລະບາດອີກຮອບໃໝ່.
ພາຍຫຼັງສຳເລັດການພົບປະສອງຝ່າຍໄດ້ມີການແລກປ່ຽນຈົດໝາຍແລກປ່ຽນໂຄງການຊ່ວຍເຫຼືອລ້າ 3 ສະບັບ ຄື: ໂຄງການຊ່ວຍເຫຼືອລ້າ ກ່ຽວກັບ ອຸປະກອນຕ້ານໄຂ້ເລືອດອອກ, ໂຄງການພື້ນຖານໂຄງລ່າງ ການພັດທະນາຊົນນະບົດ ໄລຍະ 2 ແລະ  ໂຄງການແລກປ່ຽນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ ກ່ຽວກັບ ການຮັບເອົາສິດພິເສດທາງດ້ານພາສີ 0% ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ (GSP 97%).

ຂ່າວ: ວຽງຈັນທາຍ

Related Articles

Leave a Reply