ສປປ ລາວ ແລະ ສປ ຈີນ ຕົກລົງເຫັນດີຮ່ວມມືກັນ ສຶກສາຄວາມເປັນໄປໄດ້ ເພື່ອກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ໃນເຂດພັດທະນາກວມລວມໄຊເຊດຖາ, ນະຄອນຫຼວງວຽງຈັນ.
ພິທີລົງນາມບົດບັນທຶກການສໍາຫຼວດກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການໄດ້ຈັດຂຶ້ນໃນວັນທີ 29 ກໍລະກົດ 2025, ເຊິ່ງໂຄງການດັ່ງກ່າວແມ່ນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຈີນ.
ບົດບັນທຶກດັ່ງກ່າວ ໄດ້ລົງນາມໂດຍ ທ່ານ ວິໄລພອນ ພົມມະຫາໄຊ, ວ່າການຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຫຼີ ຈີໂປ ຫົວໜ້າທີມຊ່ຽວຊານ, ສະຖາບັນອອກແບບສະຖາປັດຕະຍະກໍາ ນະຄອນຫຼວງປັກກິ່ງ ສປ ຈີນ.
ຜ່ານການປຶກສາຫາລືຮ່ວມກັນລະຫວ່າງສອງຝ່າຍ ໄດ້ເຫັນດີເປັນເອກະພາບຕໍ່ກັບບັນດາໜ້າວຽກທີ່ສໍາຄັນຕ່າງໆ ເຊັ່ນ: ລະດັບການສຶກສາ, ການກໍານົດຂອບເຂດເປົ້າໝາຍນັກສຶກສາ, ການກໍານົດສາຂາວິຊາຮຽນ ແລະ ຂະໜາດຂອງສະຖາບັນການສຶກສາ.
ສຳລັບໂຄງການກໍ່ສ້າງວິທະຍາໄລແຫ່ງນີ້ ປະກອບມີ ຕຶກອາຄານຮຽນ, ຫ້ອງຝຶກອົບຮົມ, ຫໍພັກຄູ, ຫໍພັກນັກຮຽນ, ຫ້ອງສະໝຸດ ແລະ ສະໜາມກິລາ.
ຝ່າຍຈີນຈະໄດ້ສະໜອງອຸປະກອນຮັບໃຊ້ທີ່ຈໍາເປັນ, ເພື່ອຮັບປະກັນການຈັດຕັ້ງການຮຽນ-ການສອນ ໃຫ້ໄດ້ມາດຕະຖານ.
ທ່ານ ວິໄລພອນ ພົມມະຫາໄຊ ກ່າວວ່າ: ພິທີເຊັນບົດບັນທຶກຊ່ວຍຄວາມຈໍາໃນຄັ້ງນີ້ ຖືເປັນຈຸດເລີ່ມຕົ້ນທີ່ດີໃນການກໍ່ສ້າງວິທະຍາໄລດັ່ງກ່າວ ແລະ ຫວັງວ່າໂຄງການຈະສາມາດຜ່ານການອະນຸມັດຈາກສອງລັດຖະບານ ລາວ ແລະ ຈີນ ໂດຍໄວ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ, ພ້ອມທັງໄດ້ກ່າວໃນພິທີວ່າ: ໂຄງການຊ່ວຍເຫຼືອ ກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບ ໃນເຂດພັດທະນາກວມລວມໄຊເຊດຖາ, ນະຄອນຫຼວງວຽງຈັນ ເປັນໂຄງການ ໜຶ່ງທີ່ນອນຢູ່ໃນໂຄງການ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງ ສປ ຈີນ.
ໂຄງການດັ່ງກ່າວຈະຊ່ວຍພັດທະນາກຳລັງແຮງງານ ທີ່ມີຄຸນນະພາບ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໃນເຂດພັດທະນາກວມລວມໄຊເຊດຖາ ແລະ ອອກສູ່ສັງຄົມ.
ໂດຍ: ແກ້ວວຽງຄອນ ບຸນວິເສດ