Vientiane Times Lao

 ສະຫາຍເລຂາທິການໃຫຍ່ ພົບປະກັບການນຳຂັ້ນສູງ ສສ ຫວຽດນາມ

ໃນໂອກາດທີ່ຄະນະຜູ້ແທນ ຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເດີນທາງໄປຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ, ໃນວັນທີ 2 ກັນຍາ 2025 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.

ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການ ຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ຊຶ່ງເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດຖານສະຫາຍ ອ້າຍນ້ອງ ທີ່ສະຫາຍ ໂຕເລີມ, ສະຫາຍ ເຈິ່ນແທັງເໝີ້ນ ແລະ ບັນດາສະຫາຍການນໍາຫວຽດນາມ ກໍຄື ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍທີ່ມີຕໍ່ຄະນະ; ສະແດງຄວາມຊົມເຊີຍ ພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ ແລະ ໄດ້ເນັ້ນວ່າ ໄຊຊະນະການປະຕິວັດເດືອນສິງຫາ ແລະ ກ້າວໄປເຖິງ “ການສະຖາປະນາລັດສາທາລະນະ​ລັດ ປະຊາທິປະ​ໄຕ​ຫວຽດນາມ ກໍຄື ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມຫວຽດນາມ ໃນປະຈຸບັນ ໃນວັນ​ທີ 2 ກັນຍາ 1945, ເປັນໄຊຊະນະທີ່​ຍິ່ງ​ໃຫ​ຍ່​ສະ​ຫວ່າງ​ສະ​ໄຫວ, ມີຄວາມໝາຍປະຫວັດສາດ ໂດຍພາຍໃຕ້ການນໍາພາອັນ ປີຊາສາມາດ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ປະຊາຊົນຫວຽດນາມອ້າຍ ນ້ອງຜູ້ພິລະອາດຫານ ໄດ້ດໍາເນີນພາລະກິດປະຕິວັດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຕ່າງຊາດຢ່າງດຸເດືອດ, ຂ້ຽວຂາດ ເປັນເວລາຍາວນານຫຼາຍທົດສະວັດ, ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ຕໍ່ສູ້ຢ່າງພິລະອາດຫານ, ກ້າແກ່ນ ແລະ ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ ເພື່ອຍາດເອົາເອກະລາດມາສູ່ປະຊາຊົນຄັ້ງທໍາອິດ ໃນປີ 1945 ແລະ ສືບຕໍ່ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ໂດຍສົມທົບລະຫວ່າງ ກໍາລັງແຮງແຫ່ງຄວາມສາມັກຄີອັນເປັນປຶກແຜ່ນຂອງປະຊາຊົນຫວຽດນາມ, ກໍາລັງແຮງຂອງຍຸກສະໄໝ, ການສະໜັບສະໜູນຊ່ວຍເຫຼືອຂອງເພື່ອນມິດສາກົນ ແລະ ດ້ວຍ ຄວາມປາຖະໜາອັນສູງສົ່ງ ດັ່ງປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ໄດ້ກ່າວໄວ້ວ່າ “ບໍ່ມີສິ່ງໃດປະເສີດ ຍິ່ງກວ່າເອກະລາດ, ເສລີພາບ”.

ໄຊຊະນະລະດູບານໃໝ່ປີ 1975 ຂອງປະຊາຊົນຫວຽດນາມອ້າຍນ້ອງ ຍັງແມ່ນໝາກຜົນຂອງຄວາມ ສາມັກຄີ ແລະ ຮ່ວມສໍາພັນສູ້ຮົບຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄດ້ກາຍເປັນກໍາລັງແຮງອັນມະຫາສານຊຸກ ຍູ້ຂະບວນການຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວບັນດາເຜົ່າ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ກໍຄື ເປັນກໍາລັງແຮງສະໜັບສະໜູນຢ່າງແຮງກ້າໃຫ້ແກ່ບັນດາຂະບວນການ ຕໍ່ສູ້ທີ່ຮັກຫອມສັນຕິພາບໃນໂລກ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີຄາສູງຕໍ່ບັນດາຜົນສໍາເລັດສໍາຄັນຮອບ ດ້ານຂອງ ສສ ຫວຽດນາມ ໃນໄລຍະຜ່ານມາ, ເປັນຕົ້ນ ຜົນສຳເລັດໃນການປາບປາມການສໍ້ລາດບັງຫຼວງ ຢ່າງເດັດດ່ຽວ ເພື່ອກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄືການຕັດສິນໃຈອັນເດັດດ່ຽວໃນການປັບປຸງກົງຈັກການ ຈັດຕັ້ງພັກ, ລັດ, ການປົກຄອງທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິຜົນ, ເສດຖະກິດມີການຂະຫຍາຍຕົວໄວຢູ່ ໃນອັນດັບຕົ້ນໆຢູ່ໃນຂົງເຂດອາຊີ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການ ເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ບົດບາດອິດທິພົນຂອງພັກ, ລັດ ສສ ຫວຽດນາມ ພົ້ນເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ​ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ. ພິເສດແມ່ນ ພັກ, ລັດຖະບານ ຫວຽດນາມ ໄດ້ອະນຸຍາດ ແລະ ສ້າງເງື່ອນໄຂສະດວກໃຫ້ ສປປ ລາວ ນໍາໃຊ້ທ່າເຮືອ ຢູ່ ສສ ຫວຽດນາມ; ລັດຖະບານຫວຽດນາມ ຍັງໄດ້ໃຫ້ການສະໜັບສະໜູນ ໃນການຮັບຮອງເອົາ ອຸທິຍານຫີນໜາມໜໍ່ ຂອງລາວ ເປັນມໍລະດົກໂລກ ແບບຮ່ວມ ຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງຫວຽດນາມ ແລະ ໃນບໍ່ດົນຜ່ານມາ ກໍໄດ້ປະກາດຮັບຮອງ ເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈິມິນ ເບື້ອງດິນລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ຊຶ່ງເປັນການສະແດງໃຫ້ເຫັນເຖິງ ຄວາມມີສີສັນຫຼາກຫຼາຍຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ແລກປ່ຽນບັນຫາພາກພື້ນ ແລະ ສາກົນ, ແຈ້ງໃຫ້ກັນຊາບສະພາບພົ້ນເດັ່ນ ຂອງແຕ່ລະພັກ, ແຕ່ລະປະເທດ ໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າ, ຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງພັກ, ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງກວ່າ ເກົ່າ, ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ນັບມື້ນັບໃກ້ຊິດ ສະໜິດສະໜົມ ສ້າງໄດ້ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ສຶກສາ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ນໍາຜົນປະໂຫຍດ ຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ໄດ້ເປັນຢ່າງດີ.

ຂ່າວຈາກ: ຄຕພ

Related Articles

Leave a Reply