Vientiane Times Lao

ເປີດນໍາໃຊ້ສູນການຮຽນຮູ້ດ້ານກະສິກຳ ສະຫະກອນກາເຟວັນໃໝ່ ທີ່ແຂວງຫົວພັນ

ພິທີມອບ-ຮັບ ແລະ ເປີດນໍາໃຊ້ສູນການຮຽນຮູ້ ດ້ານກະສິກຳ ສະຫະກອນກາເຟວັນໃໝ່ ຢູ່ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2025 ຕາງໜ້າມອບໂດຍທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ມີທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສູນການຮຽນຮູ້ດ້ານກະສິກຳ ສະຫະກອນກາເຟວັນໃໝ່ ຕັ້ງຢູ່ບ້ານໂພໄຊ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບການສະໜັບສະໜູນຈາກລັດຖະບານ ແຫ່ງຣາຊະອານາຈັກໄທ ມູນຄ່າ 5,45 ລ້ານບາດ, ສູນດັ່ງກ່າວ ໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ກຸມພາ 2025 ຮອດປະຈຸບັນແມ່ນສໍາເລັດ 100% ປະກອບມີອາຄານ 3 ຫຼັງ: ອາຄານຫ້ອງປະຊຸມ; ອາຄານວິໄຈພະຍາດແມງໄມ້; ອາຄານວິໄຈດິນ ແລະ ຫ້ອງນໍ້ານອກອາຄານ.

ສະຫະກອນ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງ ສປປ ລາວ ໂດຍສະຫະກອນກາເຟວັນໃໝ່ ແມ່ນຢູ່ພາຍໃຕ້ໂຄງການຮ່ວມມື ລາວ-ສະຫະປະຊາຊາດ, ພັດທະນາທົດແທນການປູກຝິ່ນ ຢູ່ແຂວງຫົວພັນ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນໃນການຜະລິດ, ປຸງແຕ່ງກາເຟ ໃຫ້ໄດ້ທັງປະລິມານ, ຄຸນນະພາບ ແລະ ຄວາມຍືນຍົງ.

ສູນແຫ່ງນີ້ຈະກາຍເປັນສູນຕົວແບບໃນການຮຽນຮູ້ດ້ານກະສິກຳ ແລະ ການວິໄຈຂອງໂຄງການຮ່ວມມື ລາວ-ສະຫະປະຊາຊາດ ແລະ ໄດ້ເປັນຂີດໝາຍສໍາຄັນຄັ້ງປະຫວັດສາດຂອງມູນເຊື້ອການພົວພັນຮ່ວມມືຂອງສອງຊາດລາວ-ໄທ.

ແຫຼ່ງຂ່າວ: ແຂວງຫົວພັນ

Related Articles

Leave a Reply