Vientiane Times Lao

ເຕືອນ! ປະຊາຊົນ ທີ່ຢູ່ເຂດເຂື່ອນໄຟຟ້ານໍ້າອູ1,2, 3 ໃຫ້ເຝົ້າລະວັງລະດັບນໍ້າເພີ່ມຂຶ້ນ ໃນໄລຍະນີ້

ບັນດາພໍ່ແມ່ປະຊາຊົນ ທີ່ຢູ່ເຂດລຸ່ມເຂື່ອນໄຟຟ້ານໍ້າອູ1, ເຂື່ອນໄຟຟ້ານໍ້າອູ2 ແລະ ເຂື່ອນໄຟຟ້ານໍ້າອູ3, ເຂດໃກ້ຄຽງແມ່ນໍ້າອູ ໃຫ້ມີສະຕິລະມັດລະວັງລະດັບນໍ້າເພີ່ມຂຶ້ນ, ກຽມພ້ອມປ້ອງກັນ ແລະ ຮັບມືກັບໄພພິບັດທໍາມະຊາດ ທີ່ອາດຈະເກີດຂຶ້ນໄດ້ທຸກເວລາ.

ເນື່ອງຈາກບໍລິສັດເຂື່ອນໄຟຟ້ານໍ້າອູ ໄດ້ຮັບຜົນກະທົບຈາກພາຍຸໃຕ້ຝຸ່ນ, ຄາດວ່າພາຍໃນໜຶ່ງອາທິດຕໍ່ໜ້າຈະມີຝົນຕົກໜັກຢ່າງຕໍ່ເນື່ອງ ຈະເຮັດໃຫ້ປະລິມານນໍ້າທີ່ ໄຫຼເຂົ້າເຂື່ອນໄຟຟ້ານໍ້າອູ1, ເຂື່ອນໄຟຟ້ານໍ້າອູ2 ແລະ ເຂື່ອນໄຟຟ້ານໍ້າອູ3 ເພີ່ມຂື້ນ ຈໍານວນຫຼາຍ ແລະ ຄາດວ່າວັນທີ່ 22 ຫາ 27 ເດືອນ 7 ປີ 2025 ຈະໄດ້ເປີດປະຕູລະບາຍນໍ້າ ອອກຈາກເຂື່ອນໄຟຟ້າ ດັ່ງກ່າວ. 

Related Articles

Leave a Reply