ໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈະສາມາດບັນຈຸຕຽງຄົນເຈັບໄດ້ 300 ຕຽງ ຊຶ່ງປະກອບຄົບທຸກຂະແໜງປິ່ນປົວທາງດ້ານການແພດ, ປະກອບອຸປະກອນການແພດທີ່ທັນສະໄໝຄົບຊຸດ, ລະບົບຂໍ້ມູນຂ່າວ ສານການແພດທີ່ທັນສະໄໝ ແລະ ອື່ນໆ.
ພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງ ປກສ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2025 ນີ້ ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ໜູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ກ່າວວ່າ: ກົມໃຫຍ່ພະລາທິການໃນນາມຄະນະຮັບຜິດຊອບໂຄງການ ຮ່ວມກັບກຸ່ມບໍລິສັດ BKYC ພ້ອມກັນຈັດພິທີວາງສີລາລືກໂຄງການກໍ່ສ້າງໂຮງໝໍທັນສະໄໝຂອງກະຊວງ ປກສ ຊຶ່ງເປັນໂຄງການໜຶ່ງທີ່ມີຄວາມສໍາຄັນໃນການພັດທະນາວຽກງານສາທາລະນະສຸກຂອງ ສປປ ລາວ ເວົ້າສະເພາະມີຄວາມສໍາຄັນທາງດ້ານສາທາລະນະສຸກ ຂອງກໍາລັງ ປກສ ແນໃສ່ເພື່ອຮັບປະກັນທາງດ້ານສຸຂະພາບຂອງກໍາລັງ ປກສ ແລະ ປະຊາຊົນລາວ, ດ້ານພື້ນຖານໂຄງລ່າງໃຫ້ມີຄວາມທັນສະໄໝ ມີຄວາມພ້ອມ ແລະ ອໍານວຍຄວາມສະດວກໃນການບໍລິການປິ່ນປົວພະຍາດ, ມີອຸປະກອນການແພດທີ່ທັນສະໄໝຊ່ວຍໃນການບົ່ງມະຕິພະຍາດຊັດເຈນ, ຮັບປະກັນໄດ້ທາງດ້ານຄຸນນະພາບຂອງການປິ່ນປົວ.
ຄວາມຈໍາເປັນກ່ອນຈະມີໂຄງການນີ້, ຍ້ອນວ່າໂຮງໝໍທີ່ມີໃນປະຈຸບັນສະຖານທີ່ບໍ່ອໍານວຍຄວາມສະດວກ, ພື້ນຖານໂຄງລ່າງເກົ່າ, ແອອັດ, ຫ້ອງເຕັກນິກການແພດບໍ່ພຽງພໍ ຊຶ່ງບໍ່ສາມາດຕອບສະໜອງການບໍລິ ການດ້ານການປິ່ນປົວໄດ້ທຸກຂະແໜງການ, ເຄື່ອງມືອຸປະກອນການແພດບໍ່ຄົບຖ້ວນ, ອັນທີ່ມີໃນປັດຈຸບັນກໍເກົ່າ ແລະ ຫຼ້າສະໄໝ, ແຕ່ມີຄວາມຈຳເປັນເພື່ອຮັບປະກັນທາງດ້ານສຸຂະພາບຂອງກໍາລັງ ປກສ ແລະ ປະຊາຊົນລາວໃຫ້ມີສຸຂະພາບແຂງແຮງເພື່ອຮັບໃຊ້ວຽກງານ ປກສ.
ລັດຖະບານແຫ່ງ ສປປ ລາວ ເຫັນຄວາມຈໍາເປັນດັ່ງກ່າວ ຈຶ່ງອະນຸມັດໃຫ້ກະຊວງ ປກສ ກໍ່ສ້າງໂຮງໝໍ ໃໝ່ ໃຫ້ມີຄວາມທັນສະໄໝ ແລະ ລັດຖະບານໄດ້ອະນຸມັດແຫຼ່ງທຶນກູ້ຢືມຈາກກອງທຶນຮ່ວມເພື່ອພັດທະນາເສດຖະກິດ ສ ເກົາຫຼີ (EDCF) ໃນມູນຄ່າທັງໝົດ 65 ລ້ານໂດລາ.
ທີ່ມາ: ຄວາມສະຫງົບ