ເພື່ອອຳນວຍຄວາມສະດວກ ໃຫ້ແກ່ຜູ້ຊົມ ທີ່ຈະເດີນທາງເຂົ້າຮ່ວມງານ ເປີດ-ປິດ ງານມະກຳກິລາແຫ່ງຊາດ ຄັ້ງທີ XII ແນໃສ່ຫຼຸດຜ່ອນ ການນໍາໃຊ້ລົດສ່ວນຕົວ ແລະ ຫຼຸດຜ່ອນ ການສັນຈອນແອອັດ ຕາມເສັ້ນທາງຕ່າງໆ, ທາງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຈະໄດ້ໃຫ້ການບໍລິການຂົນສົ່ງ ລົດເມ ສາທາລະນະ ໂດຍບໍ່ໄດ້ເສຍຄ່າ ຫຼື ຂີ່ລົດເມຟຣີ ລະຫວ່າງ ວັນທີ 15 ແລະ ວັນທີ 25 ພະຈິກ 2025:
ໃນວັນທີ 15 ພະຈິກ 2025 ເປັນມື້ພິທີເປີດ ແລະ ວັນທີ 25 ພະຈິກ 2025 ເປັນມື້ພິທີປິດງານມະກຳກິລາ ແຫ່ງຊາດ ຄັ້ງທີ XII ຊຶ່ງຈະໄດ້ໃຫ້ການບໍລິການ ລົດເມສາທາລະນະ ແບບບໍ່ໄດ້ເສຍຄ່າ (ຂີ່ລົດເມ ຟຣີ) ຈໍານວນ 3 ສາຍທາງ, ຈະນໍາໃຊ້ ລົດເມ BRT ແລະ ລົດເມທຳມະດາ ຊຶ່ງຈະເລີ່ມແຕ່ ເວລາ 13:00-24:00 ໂມງ ຂອງຄືນ ວັນທີ 15 ແລະ 25 ພະຈິກ 2025 ຄື:
ສາຍທີ 1: ຈະເລີ່ມອອກຈາກ ເດີ່ນພະທາດຫຼວງ ຫາ ສະໜາມກິລາແຫ່ງຊາດ (ຫຼັກ 16), ໂດຍນໍາໃຊ້ລົດເມ BRT ທັງໝົດ ຈໍານວນ 16 ຄັນ. ຈະເລີ່ມອອກຈາກຈຸດຈອດ ເດີ່ນພະທາດຫຼວງ ດ້ານຂ້າງເດີ່ນຈອດລົດ ໜອງສະພັງເລນ ເວລາ 13:00 ໂມງ, ທຽວຮັບ-ສົ່ງ ຈາກເດີ່ນພະທາດຫຼວງ ຫາ ເດີນກິລາແຫ່ງຊາດ (ຫຼັກ 16) ຮອດເວລາ 15:00 ໂມງ ຫຼັງຈາກນັ້ນ ຮັບສົ່ງແຕ່ ເດີ່ນກິລາແຫ່ງຊາດ (ຫຼັກ 16) ມາເດີ່ນພະທາດຫຼວງ ເລີ່ມ ເວລາ 18:00-24:00 ໂມງ, ບັນດາທ່ານ ຜູ້ທີ່ຕ້ອງການໃຊ້ບໍລິການ ແມ່ນສາມາດ ຈອດລົດຂອງທ່ານໄດ້ໃນບໍລິເວນເດີ່ນ ພະທາດຫຼວງ ແລະ ຈຸດໃກ້ຄຽງທີ່ເໝາະສົມ ບໍ່ກີດຂວາງການສັນຈອນ;
ສາຍທີ 2: ຈະເປີດ ການບໍລິການແລ່ນ ຂົນສົ່ງມວນຊົນ ດ້ວຍລົດເມ ທຳມະດາ ຈາກຈຸດເລີ່ມຕົ້ນ ຢູ່ບໍລິເວນ ສີ່ແຍກໄຟອຳນາດ ດົງໂດກ, ແລ່ນຜ່ານໄຟອຳນາດ ສະຖານີລົດໄຟ ລາວ-ຈີນ ຈົນຮອດ ດ້ານ ຫຼັງ ຂອງສະໜາມກິລາແຫ່ງຊາດ (ຫຼັກ 16) ບໍລິເວນ ໂຮງຮຽນລົດໄຟ ລາວ-ຈີນ. ຈາກນັ້ນ, ຈະໄດ້ກັບຄືນ ຕາມສາຍທາງເກົ່າ ຈົນຮອດ ຈຸດເລີ່ມຕົ້ນ ສີ່ແຍກ ໄຟອຳນາດ ດົງໂດກ ເຊິ່ງຈະເລີ່ມແຕ່ ເວລາ 13:00 ໂມງ ເປັນຕົ້ນໄປ ຈົນຮອດຖ້ຽວສຸດທ້າຍ ເວລາ 24:00 ໂມງ ແລ່ນເປັນຮອບວຽນ ຂອງ ທຸກໆ 30 ນາທີ ແລະ ຈະຈອດຮັບເອົາ ຜູ້ໂດຍສານ ຕາມປ້າຍຈອດ ລົດເມຊົ່ວຄາວ ທີ່ໄດ້ຕິດຕັ້ງໄວ້ ໃນວັນທີ 15 ແລະ 25 ພະຈິກ 2025. ບັນດາທ່ານ ຜູ້ຕ້ອງ ການນໍາໃຊ້ລົດເມສາທາລະນະ ສາມາດຈອດລົດຂອງທ່ານໄດ້ ຕາມເສັ້ນທາງ 450 ປີ ແລະ ເສັ້ນທາງ ເຂົ້າ ສະຖານີລົດໄຟ ລາວ-ຈີນ ຕາມທີ່ໄດ້ກຳນົດໄວ້ ຫຼື ຕາມພື້ນທີ່ດິນເປົ່າວ່າງ ແລ້ວແຕ່ສະຖານທີ່ມີຄວາມເໝາະສົມ ຫ້າມບໍ່ໃຫ້ຈອດກີດຂວາງການສັນຈອນ;
ສາຍທີ 3: ຈະເປີດ ການບໍລິການແລ່ນ ຂົນສົ່ງ ມວນຊົນ (ຂີ່ລົດເມຟຣີ) ດ້ວຍລົດເມ ທຳມະດາ ຈາກ ຈຸດ ເລີ່ມຕົ້ນ ຢູ່ບໍລິເວນ ສີ່ແຍກ ໄຟອຳນາດ ດົງໂດກ, ແລ່ນຜ່ານ ໄຟອຳນາດ ສະຖານີລົດໄຟ ລາວ-ຈີນ ຈົນຮອດ ດ້ານ ຫຼັງ ຂອງ ສະໜາມກິລາແຫ່ງຊາດ (ຫຼັກ 16) ບໍລິເວນ ໂຮງຮຽນລົດໄຟ ລາວ-ຈີນ. ຈາກນັ້ນ, ຈະໄດ້ກັບຄືນ ຕາມສາຍທາງເກົ່າ ຈົນຮອດຈຸດເລີ່ມຕົ້ນ ສີ່ແຍກໄຟອຳນາດ ດົງໂດກ ເຊິ່ງຈະເລີ່ມແຕ່ ເວລາ 13:00 ໂມງ ເປັນຕົ້ນໄປ ຈົນຮອດຖ້ຽວສຸດທ້າຍ ເວລາ 24:00 ໂມງ ແລ່ນເປັນຮອບວຽນ ຂອງ ທຸກໆ 30 ນາທີ ແລະ ຈະຈອດຮັບເອົາ ຜູ້ໂດຍສານ ຕາມປ້າຍຈອດ ລົດເມຊົ່ວຄາວ ທີ່ໄດ້ຕິດຕັ້ງໄວ້ ໃນວັນທີ 15 ແລະ 25 ພະຈິກ 2025. ບັນດາທ່ານ ຜູ້ຕ້ອງການນໍາໃຊ້ ລົດເມສາທາລະນະ ສາມາດຈອດລົດຂອງທ່ານໄດ້ ຕາມເສັ້ນທາງ 450 ປີ ແລະ ເສັ້ນທາງເຂົ້າ ສະຖານີລົດໄຟ ລາວ-ຈີນ ຕາມທີ່ໄດ້ກຳນົດໄວ້ ຫຼື ຕາມພື້ນທີ່ດິນເປົ່າວ່າງ ແລ້ວແຕ່ສະຖານທີ່ມີຄວາມເໝາະສົມ ຫ້າມບໍ່ໃຫ້ຈອດກີດຂວາງການສັນຈອນ;
ສາຍທີ 4: ຈະເປີດ ການບໍລິການຂົນສົ່ງ ດ້ວຍລົດເມ BRT ຈຸດເລີ່ມຕົ້ນ ຢູ່ບໍລິເວນຫ້ອງການ ປກສ ເມືອງໄຊທານີ (ຖະໜົນ ເລກ 10) ແລ່ນເຂົ້າສູ່ ຖະໜົນ 13 ໃຕ້ ຢູ່ບໍລິເວນ ວົງວຽນດອນໜູນ ແລ່ນລົດຈົນຮອດ ໄຟອຳນາດ ຫຼັກ 21 ຖະໜົນ 13 ໃຕ້. ຈາກນັ້ນ, ລ້ຽວກັບຄືນ ຕາມສາຍທາງເກົ່າ ຈົນຮອດ ຈຸດເລີ່ມຕົ້ນ (ຫ້ອງການ ປກສ ເມືອງໄຊທານີ, ຖະໜົນ ເລກ10) ເຊິ່ງຈະເລີ່ມແຕ່ ເວລາ 13:00 ໂມງ ເປັນຕົ້ນໄປ ຈົນຮອດຖ້ຽວສຸດທ້າຍ ເວລາ 24:00 ໂມງ ແລ່ນເປັນຮອບວຽນ ຂອງທຸກໆ 30 ນາທີ ແລະ ຈະຈອດຮັບເອົາ ຜູ້ໂດຍສານ ຕາມປ້າຍຈອດລົດເມຊົ່ວຄາວ ທີ່ໄດ້ຕິດຕັ້ງໄວ້ ຂອງວັນທີ 15 ແລະ 25 ພະຈິກ 2025. ບັນດາທ່ານ ຜູ້ຕ້ອງການນໍາໃຊ້ລົດເມ ສາທາລະນະ ສາມາດຈອດລົດຂອງທ່ານໄດ້ຄື: ຜູ້ເດີນທາງ ມາແຕ່ທາງໃຕ້ ຕາມຖະໜົນ 13 ໃຕ້ ສາມາດຈອດລົດຂອງທ່ານໄດ້ ຢູ່ເຂດໄຟອຳນາດຫຼັກ 21 ຈົນຮອດ ບໍລິເວນ ສາມແຍກທາງເຂົ້າ ສະໜາມກ໋ອບ ບູຢອງ ຕາມທີ່ໄດ້ກຳນົດໄວ້ ຫຼື ຕາມພື້ນທີ່ດີນເປົ່າວ່າງ ແລ້ວແຕ່ສະຖານທີ່ມີຄວາມເໝາະສົມ ຫ້າມບໍ່ໃຫ້ຈອດກີດຂວາງການສັນຈອນ;
ຜູ້ເດີນທາງ ມາແຕ່ເຂດແຂວງວຽງຈັນ ແລະ ທ່າງ່ອນ ຕາມຖະໜົນເລກ 10 ສາມາດຈອດລົດຂອງທ່ານໄດ້ ຢູ່ເຂດຫ້ອງການ ປກສ ເມືອງ, ລານຈອດລົດຕັງຈະເລີນ, ສະໂມສອນເມືອງໄຊທານີ ແລະ ສະຖານທີ່ຈອດ ລົດຕ່າງໆທີ່ກຳນົດໃຫ້ ຫຼື ຕາມພື້ນທີ່ດິນເປົ່າວ່າງ ແລ້ວແຕ່ສະຖານທີ່ມີຄວາມເໝາະສົມ ຫ້າມບໍ່ໃຫ້ຈອດ ກີດຂວາງການສັນຈອນ.
ສ່ວນບັນດາລົດຂະບວນ ການຂົນສົ່ງກ້ອນກໍາລັງສະແດງ, ລົດ VIP, ລົດຂົນສົ່ງ ນັກກິລາ ແລະ ລົດກູ້ໄພ ແມ່ນອະນຸຍາດ ໃຫ້ນໍາໃຊ້ ເລນລົດເມ BRT ໄດ້, ສໍາລັບລົດສ່ວນຕົວ ແມ່ນຫ້າມນໍາໃຊ້ເລນ ລົດເມ BRT ເດັດຂາດ.


