Vientiane Times Lao
ເຈົ້າໜ້າທີ່ແກ້ໄຂຄະດີຢາເສບຕິດໄດ້ເຖິງ 21,003 ເລື່ອງ, ຈັບຜູ້ຖືກຫາໄດ້ 31.289 ຄົນ

ເຈົ້າໜ້າທີ່ແກ້ໄຂຄະດີຢາເສບຕິດໄດ້ເຖິງ 21,003 ເລື່ອງ, ຈັບຜູ້ຖືກຫາໄດ້ 31.289 ຄົນ

ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2021-2025, ເຈົ້າໜ້າທີ່ສາມາດແກ້ໄຂຄະດີຢາເສບຕິດໄດ້ເຖິງ 21,003 ເລື່ອງ, ຈັບຜູ້ຖືກຫາໄດ້ 31.289 ຄົນ/ຍິງ 3.254 ຄົນ. ໃນນັ້ນ, ຄົນຕ່າງປະເທດ 938 ຄົນ/ຍິງ 85 ຄົນ, ຢຶດວັດຖຸເຄື່ອງຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸປະກອນ ແລະ ພາຫະນະ ໄດ້ເປັນຈໍານວນຫຼາຍ, ໄດ້ທຳລາຍແຫຼ່ງປູກ, ແຫຼ່ງຜະລິດ, ແຫຼ່ງຊຸກເຊື່ອງຢາເສບຕິດ ແລະ ຄວບຄຸມ, ສະກັດກັ້ນການຊົມໃຊ້ພຶດທີ່ມີສານເສບຕິດເຊັ່ນ: ໃບ-ນໍ້າກະທ້ອມ, ສານລະເຫີຍເສບຕິດ, ປຸ້ມເປົ້າອັດແກັດ (ສານໄນຕັດອ່ອກໄຊ), ຢາສູບໄຟຟ້າ-ຊີຊ່າ (ບາລາກູ), ສານເສບຕິດຊະນິດໃໝ່ເຊັ່ນ: ຄໍລໍເຈັນປະສົມສິ່ງເສບຕິດ, ກາເຟເຕັ້ນ ໄດ້ຫຼາຍສົມຄວນຊຶ່ງຂໍ້ມູນດັ່ງກ່າວນີ້ໂດຍການໃຫ້ຂໍ້ມູນຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີຕໍ່ສື່ມວນຊົນ ໃນວັນທີ 14 ພະຈິກ ທີ່ຜ່ານມານີ້ທີ່ຫໍສະພາແຫ່ງຊາດ.

ທ່ານ ພົນໂທ ສຸວອນ ໃຫ້ຮູ້ຕື່ມວ່າ: ທິດທາງໃນຕໍ່ໜ້າ, ສະມາຊິກສະພາແຫ່ງຊາດ ເຫັນດີຕາມທິດທາງແຜນການວຽກງານຈຸດສຸມ ໃນທ້າຍປີ 2025 ແລະ ແຜນງານແຕ່ປີ 2026-2030 ໃນການສືບຕໍ່ແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ, ແຕ່ສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານຄົ້ນຄວ້າຕື່ມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບາງວຽກງານດັ່ງນີ້: ສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍຢາເສບຕິດ ແລະ ເຜີຍແຜ່ລະບຽບກົດໝາຍ ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ທົ່ວສັງຄົມ ຢ່າງແຂງແຮງດ້ວຍຫຼາຍຮູບການ, ວິທີການ ໂດຍເນັ້ນໃສ່ການຈັດຕັ້ງຮາກຖານບ້ານ, ສໍານັກງານ-ອົງການ, ກົມກອງ, ໂຮງຮຽນ, ຫົວໜ່ວຍທຸລະກິດ ແລະ ສະຖາບັນຄອບຄົວ ເປັນເຈົ້າການດໍາເນີນການແກ້ໄຂຢ່າງຈິງຈັງ; ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍກ່ຽວພັນເຖິງການສະກັດກັ້ນ, ປາບປາມຢາເສບຕິດໃຫ້ຄົບຖ້ວນຮັດກຸມຕື່ມ ໂດຍສະເພາະແມ່ນນິຕິກໍາວ່າດ້ວຍການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ມີຄວາມເຂັ້ມງວດເດັດຂາດແທ້ ເພື່ອບໍ່ໃຫ້ເປັນຊ່ອງວ່າງ, ຊຶ່ງຈະເປັນຜົນກະທົບເຖິງຄວາມສັກສິດຂອງກົດໝາຍ; ການປັບປຸງກົງຈັກການຈັດຕັ້ງຂອງເຈົ້າໜ້າທີ່ ແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ຂັ້ນຕາແສງ ແລະ ຂັ້ນບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ປັບປຸງຍົກລະດັບເຈົ້າໜ້າທີ່ສືບສວນ-ສອບສວນ, ໄອຍະການ, ສານ ໃຫ້ດໍາເນີນຄະຄີໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ; ປະຕິບັດຢ່າງເຂັ້ມງວດຕາມ 3 ຫຼັກການ: ເດັດຂາດ, ໂປ່ງໃສ ແລະ ຫັນເປັນມືອາຊີບ ຂອງເຈົ້າໜ້າທີ່ໃນການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ໂປ່ງໃສ ແລະ ເປີດເຜີຍຕໍ່ສັງຄົມ;ສືບຕໍ່ແກ້ໄຂບັນຫາຄວາມແອອັດ ຂອງສະຖານທີ່ຄຸມຂັງ, ສູນບໍາບັດ, ປິ່ນປົວ, ປະກອບວັດຖຸອຸປະກອນ, ຢາປິ່ນປົວທີ່ຈຳເປັນ, ຈັດຕັ້ງຝຶກອົບຮົມວິຊາຊີບ, ປະກອບວຽກເຮັດງານທຳ ໃຫ້ນັກໂທດ, ຜູ້ຖືຕ້ອງຫາໃຫ້ໄດ້ອອກແຮງງານສ້າງລາຍຮັບ, ຍົກສູງຊີວິດການເປັນຢູ່ ແລະ ໄດ້ຮັບການປິ່ນປົວໃນເວລາເຈັບເປັນ; ເພີ່ມທະວີການພົວພັນຮ່ວມມືສາກົນ ແລະ ພາກພື້ນ ໃນການແກ້ໄຂຢາເສບຕິດ ໂດຍສະເພາະບັນດາປະເທດທີ່ຊາຍແດນຕິດຈອດ ສປປ ລາວ ຫຼື ປະເທດຄູ່ເຈລະຈາ, ຄູ່ຮ່ວມມືຕາມກົນໄກທີ່ມີຢ່າງແຂງແຮງ ແລະ ເປັນເຈົ້າການ.

ແຫຼ່ງຂໍ້ມູນຂ່າວ: ປະຊາຊົນ

Related Articles

Leave a Reply