ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ 

 ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ 

ໂຮງຮຽນມັດທະຍົມສຶກສາຕອນຕົ້ນ(ມຕ ) ບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບອາຄານໂຮງຮຽນ ແລະ ຫໍພັກນັກຮຽນ ຂຶ້ນໃນວັນທີ 27 ພະຈິກ 2025 ຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານພັກເມືອງຊຽງຮ່ອນ ໄດ້ລາຍງານສະພາບລວມ ຂອງ ເມືອງ ແລະ ຜົນຂອງການກໍ່ສ້າງໂຮງຮຽນ ມຕ ບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດ ໂດຍທ່ານໄດ້ກ່າວວ່າ: ສະພາບການສຶກສາຢູ່ເມືອງຊຽງຮ່ອນ ທົ່ວເມືອງມີໂຮງຮຽນ 77 ແຫ່ງ. ໃນນັ້ນ, ໂຮງຮຽນ ອະນຸບານ 34 ແຫ່ງ, ປະຖົມ 34 ແຫ່ງ, ມັດທະຍົນຕອນຕົ້ນ 3 ແຫ່ງ ແລະ ມັດທະຍົມສຶກສາສົມບູນ 6 ແຫ່ງ ມີຄູອາຈານ 364 ທ່ານ ຍິງ 212 ທ່ານ ແລະ ສໍາລັບໂຄງການກໍ່ສ້າງ ໂຮງຮຽນ ມຕ ຮ່ອງຄູ ເປັນອາຄານ 1 ຫຼັງ ປະກອບດ້ວຍ ຫ້ອງຮຽນ 6 ຫ້ອງ ແລະ ຫ້ອງນໍ້າ 4 ຫ້ອງ ຂະໜາດຂອງຫ້ອງຮຽນ 7×8 ແມັດ ໂດຍໄດ້ທຶນຊ່ວຍ ເຫຼືອຈາກໂຄງການຫ່ວງໃຍໄປເຖິງຄອບຄົວການນຳຂັ້ນສູນກາງ 1,000 ລ້ານກີບ. ໃນນັ້ນ, ທຶນຂອງແຂວງ 2,584 ລ້ານກີບ. ສຳລັບໂຄງການກໍ່ສ້າງຫໍພັກນັກຮຽນ ມສ ປາກເປັດ ມີຈຳນວນ 4 ຫ້ອງ ໄດ້ຮັບທຶນການ ກໍ່ສ້າງຈາກໂຄງການ ຫ່ວງໃຍໄປເຖິງຄອບຄົວການນຳຂັ້ນສູນກາງຈໍານວນ 500 ລ້ານກີບ ແລະ ທຶນຂອງ ທ້ອງຖິ່ນ 600 ລ້ານກີບ ລວມມູນຄ່າການກໍ່ສ້າງທັງໝົດ 4,600 ລ້ານກວ່າກີບ.

ໂຮງຮຽນດັ່ງກ່າວນີ້, ກວມເອົານັກຮຽນຢູ່ 2 ບ້ານຄື: ບ້ານ ຮ່ອງຄູ ແລະ ບ້ານນໍ້າແບງ, ມີນັກຮຽນທັງໝົດ 176 ນ້ອງ ຍິງ 85 ນ້ອງ. ຈາກນັ້ນ, ທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍທີມງານໂຄງການຫວ່ງໃຍໄປເຖິງຄອບຄົວ ການນຳຂັ້ນສູນກາງ ກໍໄດ້ກ່າວມອບໂຮງຮຽນຢ່າງເປັນທາງການໃຫ້ອົງການປົກຄອງເມືອງ, ຫ້ອງການສຶກສາ ທິການ ແລະ ກິລາ, ອົງການປົກຄອງບ້ານ ແລະ ຄູອາຈານ ເປັນຜູ້ຄຸ້ມຄອງນໍາໃຊ້ ແລະ ປົກປັກຮັກສາ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຕາງໜ້າໃຫ້ອົງການປົກຄອງເມືອງ, ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະ ນ້ອງ ນັກຮຽນ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ກັບທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍທີມງານທີ່ ເຫັນຄວາມສໍາຄັນດ້ານການສຶກສາ  ແລະ ປະກອບສ່ວນສົ່ງເສີມວຽກງານສຶກສາ ກໍຄືເມືອງ ຊຽງຮ່ອນ ແລະ ເຮັດໃຫ້ນ້ອງນັກຮຽນໄດ້ມີເງື່ອນໄຂທີ່ດີ, ຖືເປັນການປະກອບສ່ວນເຂົ້າໃນການ ພັດທະນາພື້ນຖານໂຄງລ່າງດ້ານ ການສຶກສາ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້, ປົກປັກຮັກສາໂຮງຮຽນດັ່ງກ່າວໃຫ້ໝັ້ນຄົງຍາວນານ ແລະ ມີປະສິດທິຜົນສູງສຸດ. ໃນໂອກາດນີ້, ທ່ານ ປ້າ ນາລີ ສີສຸລິດ ພ້ອມດ້ວຍທີມງານຍັງໄດ້ນຳເອົາ ເຄື່ອງນຸ່ງຫົ່ມ, ອາຫານແຫ້ງ ແລະ ອຸປະກອນການຮຽນ-ການສອນ ມອບໃຫ້ຄູອາຈານ ແລະ ນ້ອງນັກຮຽນ ລວມມູນຄ່າ 220 ລ້ານກີບ  ພ້ອມດຽວກັນນັ້ນທາງອົງການປົກຄອງແຂວງຍັງໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ທີມງານ ໂຄງການຫ່ວງໃຍໄປເຖິງຄອບຄົວການນຳຂັ້ນສູນກາງທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ຕືມອິກ.

(ແຫຼ່ງຂ່າວຈາກ: ຄ ອ ມ ເມືອງຊຽງຮ່ອນ)

Related Articles

Leave a Reply