Vientiane Times Lao
ທົ່ວໂລກ ປະມານ 240 ລ້ານຄົນທົ່ວໂລກທີ່ໃຊ້ຊີວິດຢູ່ກັບຄວາມພິການ

ທົ່ວໂລກ ປະມານ 240 ລ້ານຄົນທົ່ວໂລກທີ່ໃຊ້ຊີວິດຢູ່ກັບຄວາມພິການ

ໃນທົ່ວໂລກ, ສະເລ່ຍວ່າ ປະມານ 15 ເປີເຊັນ ຂອງປະຊາກອນໂລກ ເປັນຄົນພິການ, ມີຂໍ້ມູນລາຍງານວ່າ ເດັກທົ່ວໂລກ ປະມານ 240 ລ້ານຄົນທົ່ວໂລກທີ່ໃຊ້ຊີວິດຢູ່ກັບຄວາມພິການ ຫຼື ສະເລ່ຍເປັນ 1 ໃນ 10 ຂອງເດັກທົ່ວໂລກ.

ສໍາລັບ ສປປ ລາວ, ໂດຍອີງຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 4, ປີ 2015 ເຫັນວ່າ ມີຄົນພິການກວມ 2.8% ຂອງພົນລະເມືອງໃນເກນອາຍຸ 5 ປີ ຂຶ້ນໄປ ຊຶ່ງເທົ່າກັບ 160,881 ຄົນ, ຍິງ 80,115 ຄົນ, ຊາຍ 80,766 ຄົນ.

ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດງານສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ວັນຄົນພິການສາກົນ ປະຈໍາປີ 2025 ເມື່ອມໍ່ໆມານີ້ພາຍໃຕ້ຫົວຂໍ້: ສົ່ງເສີມການມີສ່ວນຮ່ວມ ຂອງຄົນພິການ ເພື່ອຄວາມກ້າວໜ້າ ທາງສັງຄົມ ໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2025 ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງ ແຮງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ຮານສ໌-ອູຣິກ ຊູດເບກ(Hans-Ulrich Südbeck) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈໍາ ສປປ ລາວ; ທ່ານ ນາງ ມາຕິນ ເທີເຣີ, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ພ້ອມດ້ວຍ ບັນດາທ່ານຜູ້ຕາງໜ້າຈາກພາກລັດ, ບັນດາກະຊວງ, ອົງການຈັດຕັ້ງສັງຄົມຂອງຄົນພິການ, ຄູ່ຮ່ວມພັດທະນາສາກົນ ແລະ ຕາງໜ້າສະຖານທູດ ປະຈຳ ສປປ ລາວ ເຂົ້າຮ່ວມ.

 

Related Articles

Leave a Reply