ໂຈນປຸ້ນຊີງຊັບປະຊາຊົນຢູ່ຕະຫຼາດຫົວຂົວເສຍຊີວິດຍ້ອນພະຍາດປະຈຳໂຕ

ໂຈນປຸ້ນຊີງຊັບປະຊາຊົນຢູ່ຕະຫຼາດຫົວຂົວເສຍຊີວິດຍ້ອນພະຍາດປະຈຳໂຕ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ອອກມາຊີ້ແຈງເມື່ອມໍ່ໆມານີ້ກ່ຽວກັບໂຈນປຸ້ນຊິງຊັບປະປາຊົນ ຢູ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນຄໍ່າເວລາປະມານ 20 ໂມງ ຂອງວັນທີ 02 ເມສາ 2026 ທີ່ຜ່ານມາ ແລະ ເວລາຕໍ່ມາຜູ້ກໍເຫດໄດ້ເສຍຊີວິດວ່າ: ຜູ້ເສຍຫາຍກັບຜູ້ກໍ່ເຫດ (ຜູ້ຕາຍ) ຮູ້ຈັກກັນ ຂາຍເຄື່ອງຢູ່ຕະຫຼາດນຳກັນ ໂດຍຜູ້ ກໍ່ເຫດມີປະຫວັດເປັນໜີ້ຢູ່ແລ້ວ ແລະ ໄດ້ຂໍຍືມເງິນນຳຜູ້ເສຍຫາຍຫຼາຍຄັ້ງ ແຕ່ຜູ້ເສຍຫາຍບໍ່ເອົາໃຫ້. ໃນມື້ເກີດເຫດ ຜູ້ເສຍຫາຍໄດ້ເລົ່າວ່າຕົນໄດ້ໄປຄລິນິກ ແຕ່ກ່ອນກຳລັງຈະຂຶ້ນລົດ ຈຶ່ງໄດ້ຍິນເສຍຄົນໂດດຂຶ້ນລົດຢູ່ທາງດ້ານຫຼັງ ແລ້ວຕົນກໍໄດ້ຖືກເຊືອກຮັດຄໍ ແລະ ໄດ້ຖືກກຳປັ້ນທຸບຕີ ແຕ່ຜູ້ເສຍຫາຍໄດ້ກັດມືຜູ້ກໍ່ເຫດ ຈຶ່ງສາມາດຫຼຸດອອກມາຈາກລົດແລ້ວເອີ້ນໃຫ້ປະຊາຊົນແຖວນັ້ນຊ່ວຍ.

ຕໍ່ມາຜູ້ກໍ່ເຫດຫຼົບໜີເຂົ້າຮ່ອມ ແຕ່ປະຊາຊົນກໍສາມາດຈັບຕົວໄດ້ທັນ ແລະ ຜູ້ກໍ່ເຫດແມ່ນເສຍຊີວິດໂດຍບໍ່ມີຮ່ອງຮອຍການທຳຮ້າຍຮ່າງກາຍ ຄາດວ່າເສຍຊີວິດຍ້ອນໂຣກຂອງຜູ້ກ່ຽວ ເຊິ່ງມີໂຣກເບົາຫວານ ແລະ ຄວາມດັນ ຢູ່ແລ້ວ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Related Articles

Leave a Reply