ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວຈີນ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ສະຫະພັນແມ່ຍິງສາງໜິງ, ນະຄອນຊຽງໄຮ ແລະ ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມກັນຈັດງານສໍາມະນາ ແລະ ຝຶກອົບຮົມການສ້າງສັນງານຫັດຖະກໍາສີມືແມ່ຍິງ ພາຍໃຕ້ຫົວຂໍ້ “ບໍລິສຸດ ແລະ ສະຫງ່າງາມ” ເພື່ອເປັນການແລກປ່ຽນກ່ຽວກັບວຽກງານ ການພັດທະນາແມ່ຍິງ ລາວ-ຈີນ. ການສໍາມະນາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18 ພະຈິກ ທີ່ສູນຝຶກອົບຮົມແມ່ຍິງລາວ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຄະນະຜູ້ແທນໂຄງການ “ບໍລິສຸດ ແລະ ສະຫງ່າງາມ” ຈາກ ສປ ຈີນ, ທ່ານນາງ ເສິນ ສ້າຍຈວິ່ນ ຜູ້ຕາງໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ພະນັກງານສູນກາງສະຫະພັນແມ່ຍິງລາວ, ນັກທຸລະກິດຍິງ ແລະ ບັນດາຊ່າງຫັດຖະກໍາຍິງ ລວມທັງໝົດກວ່າ 50 ທ່ານ.
ທ່ານນາງ ເສິນ ສ້າຍຈວິ່ນ ໄດ້ແຈ້ງໃຫ້ຮູ່ວ່າ ຈຸດປະສົງຫຼັກຂອງກິດຈະກໍາຄັ້ງນີ້ແມ່ນ “ຍົກລະດັບຄວາມສາມາດໃຫ້ແມ່ຍິງໃນການສ້າງຖານະຊີວິດການເປັນຢູ່ໃຫ້ດີຂຶ້ນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ”. ຜູ້ຕາງໜ້າຈາກສະຫະພັນແມ່ຍິງເຂດສາງໜິງ ນະຄອນຊຽງໄຮ ໄດ້ມາແບ່ງປັນປະສົບການວຽກງານພັດທະນາແມ່ຍິງຕະຫຼອດໄລຍະ 30 ປີ ແລະ ລາຍງານຕໍ່ ສູນກາງສະຫະພັນແມ່ຍິງລາວ ກ່ຽວກັບຜົນສໍາເລັດໃນການລົບລ້າງຄວາມທຸກຍາກຂອງແມ່ຍິງໃນຫຼາຍໂຄງການຂອງສະຫະພັນແມ່ຍິງເຂດສາງໜິງ ນະຄອນຊຽງໄຮ, ນອກນັ້ນ, ຍັງມີຜູ້ສືບທອດມໍລະດົກວັດທະນະທໍາ ນາມມະທໍາຂອງຈີນ ຂະແໜງການປັ້ນຕຸກກະຕາແປ້ງ ແລະ ການປັກແສ່ວ ທີ່ມາຈາກແຂວງຢູນນານ, ນະຄອນຊຽງໄຮ ແລະ ອື່ນໆ ທັງໝົດ 3 ທ່ານ, ມາເປີດການຝຶກອົບຮົມໃຫ້ບັນດາຊ່າງຫັດຖະກໍາ ແລະ ເອື້ອຍນ້ອງແມ່ຍິງ ທີ່ສູນກາງສະຫະພັນແມ່ຍິງລາວທີ່ໄດ້ຄັດເລືອກເຂົ້າຮ່ວມຫລາຍກວ່າ 50 ຄົນ, ເປັນເວລາ 5 ມື້, ພວກເພິ່ນຈະໄດ້ຖ່າຍທອດເຕັກນິກວິຊາ ຫັດຖະກໍາພື້ນເມືອງຈີນໃຫ້ແມ່ຍິງລາວ ແລະ ພ້ອມດຽວກັນນັ້ນກໍຍັງໄດ້ເອົາປະສົບການສູ້ຊົນບໍ່ທໍ້ຖອຍໃນການກໍ່ສ້າງກິດຈະການຂອງພວກເພິ່ນມາເລົ່າແບ່ງປັນເພື່ອສ້າງກໍາລັງໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງທັງຫຼາຍ.
ທ່ານນາງ ເສິນ ສ້າຍຈວິ່ນ ກ່າວອີກວ່າ ສອງຊາດຈີນ-ລາວ, ລ້ວນແຕ່ມີໜ້າທີ່ຮັບຜິດຊອບອັນໃຫຍ່ຫຼວງ ນັ້ນກໍ່ຄື ຕ້ອງຊ່ວຍເຫຼືອແມ່ຍິງ ໂດຍສະເພາະແມ່ນແມ່ຍິງໃນເຂດທຸລະກັນດານ ແລະ ຊົນນະບົດ ໃຫ້ເຂົາເຈົ້າຫຼຸດພົ້ນອອກຈາກຄວາມທຸກຍາກລໍາບາກ, ອີງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງໃນປະເທດລາວ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ປະສານໄປຍັງ ກະຊວງ ວັດທະນະທໍາ ແລະ ທ່ອງທ່ຽວຈີນ ສູນແລກປ່ຽນວັດທະນະທໍາຈີນສາກົນ ແລະ ສະຫະພັນແມ່ຍິງສາງໜິງ ນະຄອນຊຽງໄຮ, ເພື່ອຈັດໂຄງການແລກປ່ຽນສໍາລັບແມ່ຍິງລາວຄັ້ງນີ້ໂດຍສະເພາະ, ໂດຍຫວັງວ່າ ຜ່ານກິດຈະກໍານີ້ແລ້ວ ຈະສາມາດຮັດແໜ້ນວຽກງານສາຍພົວພັນແລກປ່ຽນ ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງແມ່ຍິງສອງຊາດ ຈີນ-ລາວ, ຮ່ວມກັນສູ້ຊົນເພື່ອຍົກລະດັບຄວາມສາມາດໃນການປະກອບອາຊີບ ແລະ ປະກອບທຸລະກິດຂອງແມ່ຍິງທັງສອງປະເທດ.
ໂຄງການດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາ ປີທ່ອງທ່ຽວລາວ-ຈີນ ແລະ ຈະຈັດຕໍ່ເນື່ອງຈົນເຖິງວັນທີ 22 ພະຈິກ 2019, ພິເສດໃນຕອນບ່າຍຂອງວັນທີ 22 ພະຈິກ, ທີ່ສູນຝຶກອົບຮົມແມ່ຍິງລາວຈະໄດ້ຈັດກິດຈະກໍາແບບເປີດກວ້າງສໍາລັບຄອບຄົວ ເພື່ອໃຫ້ທົດລອງສໍາຜັດຕົວຈິງກັບການປັ້ນແປ້ງ ແລະ ການປັກແສ່ວແບບຈີນ.
ຂ່າວ: ວິສິດ
ພາບ: ສູນວັດທະນະທຳຈີນປະຈຳ ສປປ ລາວ