ລັດຖະບານ ຈະຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ ໄລຍະ 10 ປີ

ລັດຖະບານ ຈະໄດ້ປຶກສາຫາລືຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວີໄສທັດຮອດປີ 2045; ຮ່າງດຳລັດ ວ່າດ້ວຍການຖອນສິດນໍາໃຊ້ທີ່ດິນ ແລະ ຮ່າງດຳລັດ ວ່າດ້ວຍກອງທຶນກັນ ແລະ ຄວບຄຸມເຊື້ອພະຍາດເອດ(HIV).

ໃນລະຫວ່າງວັນທີ 27-28 ເມສາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ລັດຖະບານ ດໍາເນີນກອງປະຊຸມ

ສະໄໝສາມັນ ປະຈໍາເດືອນເມສາ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນເຂົ້າຮ່ວມແບບເຊິ່ງໜ້າ ແລະ ເຂົ້າຮ່ວມຜ່ານລະ ບົບກອງປະຊຸມທາງໄກຂອງປະທານ, ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ ເພື່ອຮັບຟັງແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2026.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ຢູ່ໃນໄລຍະທີຫຼາຍແຂວງ ຈັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ.

ຄຽງຄູ່ກັນນັ້ນ, ກໍຢູ່ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ຊຶ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງຢູ່ປະເທດລາວເຮົາ ໂດຍສະເພາະລາຄາສິນຄ້າ, ການຂົນສົ່ງ ແລະ ອື່ນໆ. ສະນັ້ນ, ຕ້ອງມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: ວຽກງານພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈຳເດືອນພຶດສະພາ 2026 ຂອງລັດຖະບານ; ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລວມທັງສະພາບອຸບັດເຫດ, ອັກຄີໄພ ແລະ ບັນດາປະກົດການຫຍໍ້ທໍ້ ໃນໄລຍະບຸນປີໃໝ່ລາວ; ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; ການກະກຽມຕ້ານໄພແຫ້ງແລ້ງ; ສະພາບໄຟໄໝ້ປ່າ, ການຖາງປ່າ-ຈູດປ່າ, ການແກ້ໄຂບັນຫາໝອກຄວັນ (PM2.5), ພ້ອມທັງສະເໜີມາດຕະການແກ້ໄຂ; ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະ ລັງງານທົດແທນ; ການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດ ທະນາແຮ່ທາດໃນຕໍ່ໜ້າ ບົນພື້ນຖານການກວດກາ ແລະ ປະເມີນໂຄງການທີ່ໄດ້ອະນຸມັດຜ່ານມາ; ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ພ້ອມກັນນັ້ນ, ກອງປະຊຸມຈະໄດ້ປຶກສາຫາລືຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ  ຂອງ ສປປ ລາວ10 ປີ (2026-2035) ແລະ ວີໄສທັດຮອດປີ 2045; ຮ່າງດຳລັດ ວ່າດ້ວຍການຖອນສິດນໍາໃຊ້ທີ່ດິນ ແລະ ຮ່າງດຳລັດ ວ່າດ້ວຍກອງທຶນກັນ ແລະ ຄວບຄຸມເຊື້ອພະຍາດເອດ(HIV).

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງມາຍັງບັນດາສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມທາງໄກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ, ມີທາງອອກທີ່ຈະແຈ້ງ, ເຮັດໃຫ້ກອງປະຊຸມ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.

ຂ່າວຈາກ: ກົມປະຊາສຳພັນ ຫສນຍ

Related Articles

Leave a Reply