ເວັບໄຊການຄ້າອອນລາຍ Ezbuylao.com ແມ່ນຂົວຕໍ່ການຄ້າລະຫວ່າງຫວຽດນາມ-ລາວ
ເນື່ຶອງຈາກການຄ້າຂາຍທາງອອນລາຍ ແລະ ການຄ້າທາງເອເລັກໂທນິກ (e-commerce) ກຳລັງໄດ້ຮັບຄວາມນິຍົມ ແລະ ເຕີບໂຕຢູ່ຫລາຍປະເທດໃນທົ່ວໂລກບໍລິສັດ CKC Global ກໍໄດ້ເລັງເຫັນໂອກາດໃນການເຮັດທຸລະກິດດັ່ງກ່າວຢູ່ປະເທດລາວ. ການຄ້າອອນລາຍແມ່ນຂົວຕໍ່ລະຫວ່າງວິສາຫະກິດຂອງແຕ່ລະປະເທດກັບວິສາຫະກິດຂອງປະເທດອື່ນໆໃນທົ່ວໂລກ. ມີຫລາຍບໍລິສັດການຄ້າທາງເອເລັກໂທນິກໃຫຍ່ໆທີ່ໄດ້ປະສົບຜົນສຳເລັດໃນການຄ້າຂາຍອອນລາຍເຊັ່ນ: ບໍລິສັດ Amazon ຂອງປະເທດສະຫະລັດອາເມລິກາ ແລະ ບໍລິສັດ Alibaba ຂອງຈີນຊຶ່ງໄດ້ນຳເອົາຜົນປະໂຫຍດມາໃຫ້ແກ່ຜູ້ຊົມໃຊ້ໃນທົ່ວໂລກໂດຍອິງໃສ່ຮູບແບບເສດຖະກິດເພື່ອແຜ່ແບ່ງປັນ. ໂດຍເລັງເຫັນໄດ້ທ່າແຮງຂອງທຸລະກິດອອນລາຍດັ່ງກ່າວບໍລິສັດ CKC…