7 ວຽກສໍາຄັນ ລວມມີແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝXII; ລະບອບແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ສະໄໝທີ XII; ພາລະບົດບາດ, ສິດໜ້າທີ່ ຂອງເລຂາຄະນະພັກແຂວງ ແລະ ປະທານຄະນະກໍາມະການປົກຄອງແຂວງ;
ການສ້າງຕັ້ງຕາແສງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງຄະນະພັກຮາກຖານຕາແສງ; ຄຳແນະນຳ ກ່ຽວກັບ ບ້ານ ແລະ ການຈັດຕັ້ງບ້ານ; ແຜນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X(2026-2030) ໂດຍລົງເລິກບັນດາໂຄງການແຕ່ລະປີ ຈະຖືກຮັບຮອງເອົາທີ່ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ໄດ້ຈັດຂຶ້ນໃນມື້ເຊົ້ານີ້ ທີ່ ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.
7 ວຽກດັ່ງກ່າວ ເປັນບັນຫາສໍາຄັນຍຸດທະສາດ ຂອງພັກເຮົາ ເຊິ່ງຈະເປັນບ່ອນອີງ ໃຫ້ແກ່ການນຳພາ-ຊີ້ນຳ ຂອງສູນກາງພັກ ໃນການຍູ້ແຮງການສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນ 5 ປີຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ:ກອງປະຊຸມຄັ້ງນີ້ໄດ້ດໍາເນີນໃນທ່າມກາງບັນຍາກາດທີ່ທ່ົວພັກ, ທ່ົວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນພວມເບີກບານມ່ວນຊື່ສະເຫຼີມສະຫຼອງຜົນສຳເລັດການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີX ແລະຜູ້ແທນສະມາຊິກສະພາປະຊາຊົນແຂວງຊຸດທີV ຢ່າງເປັນຂະບວນຟົດຟື້ນແລະພວກເຮົາຫາກໍສຳເລັດການຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ເຊິ່ງຜົນສຳເລັດດັ່ງກ່າວເຕັມໄປດ້ວຍເນື້ອໃນອັນສຳຄັນທີ່ເປັນການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນເຂົ້າສູ່ລວງເລິກ,ສ້າງທ່ວງທ່າແລະພື້ນຖານອັນໜັກແໜ້ນໃຫ້ແກ່ການນໍາພາປະເທດຊາດພົ້ນຈາກຄວາມທຸກຍາກ-ຄວາມດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ; ເປັນກອງປະຊຸມ ທີ່ມີຄວາມໝາຍສຳຄັນ ເປີດສາກໃຫ້ແກ່ການຜັນຂະຫຍາຍມະຕິ XII ຂອງພັກ, ເປັນກອງປະຊຸມທີ່ມີລັກສະນະບຸກທະລຸ, ເປີດກວ້າງຈິນຕະນາການ ໃນການນໍາພາຊີ້ນໍາ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ XII ຂອງພັກ; ສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ຄວາມເປັນເອກະພາບສູງ ພາຍໃນຄະນະບໍລິຫານງານສູນກາງພັກ ຕໍ່ແຜນວຽກ, ລະບອບແບບແຜນນໍາພາຊີ້ນໍາ, ຄວາມຮັບຜິດຊອບການເມືອງ ຂອງຄະນະບໍລິຫານງານສູນກາງພັກ ແລະ ກຳມະການສູນກາງພັກ ສະໄໝທີ XII,ສະຫາຍເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍສູນກາງ ຈົງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຄົ້ນຄວ້າ ແລະ ປະກອບຄຳຄິດ, ຄຳເຫັນຢ່າງມີຈຸດສຸມ, ເນັ້ນໃສ່ການແກ້ໄຂບັນຫາ ແລະ ການຊອກທາງອອກທີ່ສາມາດປະຕິບັດໄດ້.
ກອງປະຊຸມ ຈະດໍາເນີນເປັນເວລາ 3 ວັນ (3-6 ມີນາ 2026).
ທີ່ມາຂ່າວ: ຫສພ

