ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປະຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025, ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2025 ຜ່ານມານີ້, ຢູ່ກົວລາລໍາເປີ ປະເທດມາເລເຊຍ.
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການປະຕິບັດໜ້າທີ່ໃນໄລຍະຜ່ານມາ ຂອງໜ່ວຍງານສັງເກດ ການອາຊຽນ, ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນຕຸລາ 2025. ພ້ອມກັນນັ້ນ, ກອງປະຊຸມໄດ້ຮັບຟັງການແຈ້ງ ສະພາບການປະຈຸບັນ ທາງດ້ານຊາຍແດນ ໂດຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ຂອງ ກຳປູເຈຍ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງ ໄທ. ໃນກອງປະຊຸມ, ບັນດາລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ປະກອບຄຳເຫັນ ໂດຍໄດ້ສະແດງຄວາມເປັນຫ່ວງຕໍ່ສະພາບການໃນປັດຈຸບັນ ແລະ ຮຽກ ຮ້ອງໃຫ້ທັງສອງຝ່າຍແກ້ໄຂບັນຫາໂດຍສັນຕິວິທີ ໂດຍສອດຄ່ອງກັບກົດບັດອົງການສະຫະປະຊາຊາດ, ກົດບັດ ອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມ ໄດ້ຢໍ້າຄືນເຖິງ ຄວາມໝາຍໝັ້ນຕໍ່ຄວາມເປັນເອກະພາບ ແລະ ຄວາມສາມັກຄີຂອງອາຊຽນ ແລະ ຄວາມເປັນແກນກາງ ຂອງອາຊຽນ ໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ອີງຕາມກົດບັດອາຊຽນ.
ໃນກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢໍ້າຄືນນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີ ປາຍຂອງ ສປປ ລາວ ໃນການຮັດແໜ້ນການພົວພັນຮ່ວມມືກັບປະເທດຕ່າງໆ, ລວມທັງ ກຳປູເຈຍ ແລະ ໄທ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມອົດທົນອົດກັ້ນ ຫຼີກເວັ້ນການໃຊ້ກຳລັງ ບົນຈິດໃຈໄມຕີຈິດ ມິດຕະພາບ ໃນຖານະເປັນປະເທດສະມາຊິກອາຊຽນດ້ວຍກັນ, ກັບຄືນປະຕິບັດຕາມຂໍ້ຕົກລົງເພື່ອສັນຕິພາບ ທີ່ສອງປະເທດໄດ້ລົງນາມ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ແລະ ນຳໃຊ້ກົນໄກທີ່ມີຢູ່ ເພື່ອຊອກຫາຊ່ອງ ທາງແກ້ໄຂບັນຫາໂດຍສັນຕິວິທີ.
ພາຍຫຼັງກອງປະຊຸມ ໄດ້ມີການອອກຖະແຫຼງການຂອງປະທານ, ຊຶ່ງໄດ້ລະບຸກ່ຽວກັບຄວາມພະຍາຍາມຂອງ ອາຊຽນ ໃນການແກ້ໄຂບັນຫາທີ່ພວມດຳເນີນຢູ່ ພ້ອມທັງສະແດງຄວາມຍິນດີຕໍ່ກັບການປຶກສາຫາລືຂອງ ທັງສອງປະເທດ ເພື່ອບັນລຸການຢຸດຍິງ ແລະ ສະແດງຄວາມຫວັງວ່າສະພາບຄວາມເຄັ່ງຕຶງຈະຫຼຸດຜ່ອນ ລົງໂດຍໄວ, ໃນນີ້ ຄະນະກຳມະການຊາຍແດນຂອງສອງປະເທດ ຈະຈັດກອງປະຊຸມປຶກສາຫາລືກ່ຽວກັບການ ຈັດຕັ້ງປະຕິບັດການຢຸດຍິງໃນໄວໆນີ້.
ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ປຶກສາຫາລືບັນຫາທີ່ມີ ຄວາມສົນໃຈຮ່ວມກັນ.

