ເຂດເຜົ່າຈ້ວງປົກຄອງຕົນເອງ ກວາງຊີ ພັດທະນາຢ່າງກ້າວກະໂດດ
ກວາງຊີ ເປັນໜຶ່ງໃນ 5 ເຂດຊົນເຜົ່າປົກຄອງຕົນເອງຂອງປະເທດຈີນ ເຊິ່ງຕັ້ງຢູ່ພາກໃຕ້ຂອງປະເທດຈີນ ແລະ ຢູ່ສົ້ນຕາເວັນຕົກສຽງໃຕ້ຂອງເສັ້ນທະເລແຄມແຜ່ນດິນໃຫຍ່, ເປັນເຂດດຽວຂອງປະເທດຈີນ ທີ່ຕິດກັບອາຊຽນທັງທາງທະເລທັງທາງບົກ ແລະ ເປັນເສັ້ນທາງໄປສູ່ທະເລເສັ້ນດຽວຂອງພາກຕາເວັນຕົກສຽງໃຕ້ຂອງຈີນ, ມີປະຊາກອນ 55,18 ລ້ານຄົນ,ເນື້ອທີ່ທາງບົກມີ 237.600 ຕາລາງກິໂລແມັດ ເຊິ່ງເປັນເຂດແດນທີ່ເຕັມໄປດ້ວຍທິວທັດທຳມະຊາດອັນສວຍສົດງົດງາມ ແລະ ມີວັດທະນະທຳປະຫວັດສາດອັນມີມູນເຊື້ອຍາວນານ, ມີອາລິຍະທຳອັນເກົ່າແກ່…

