ໄລຍະນີ້, ຂ່າວນໍ້າມັນເຊື້ອໄຟນັບວ່າເປັນປະເດັນຮ້ອນທີ່ສັ່ງຄົມໃຫ້ຄວາມສົນໃຈຫຼາຍທີ່ສຸດ, ເນື່ອງຈາກ ການຄຸມເຂັ້ມຂອງເຈົ້າໜ້າທີ່ໃນການຕິດຕາມ-ກວດກາເປັນປົກກະຕິ ແລະ ຕໍ່ເນື່ອງ. ຫຼ້າສຸດ, ໃນຕອນ ເຊົ້າວັນທີ 4 ເມສາ 2026, ຄະນະຮັບຜິດຊອບຄຸ້ມຄອງຄຸນນະພາບນ້ຳມັນເຊື້ອໄຟ ພ້ອມດ້ວຍຫ້ອງກວດກາຄຸນນະພາບ ແລະ ຄຸ້ມຄອງບໍລິມາດນ້ຳມັນ (ກົມມາດຕະຖານ ແລະ ວັດແທກ) ໄດ້ລົງກວດກາ ໂຮງງານເປົ້າໝາຍແຫ່ງໜຶ່ງຢູ່ເຂດເສັ້ນທາງເລກທີ 13 ໃຕ້, ນະຄອນຫຼວງວຽງຈັນ ທີ່ສົງໄສວ່າເປັນແຫຼ່ງ ຜະລິດນ້ຳມັນບໍ່ໄດ້ມາດຕະຖານ.



ຜ່ານການກວດກາຕົວຈິງພົບວ່າ: ໂຮງງານດັ່ງກ່າວໄດ້ມີການຕິດຕັ້ງເຄື່ອງຈັກ ເພື່ອບົດຂີ້ເຫຍື່ອພລາສຕິກ ແລະ ກັ່ນນ້ຳມັນເຄື່ອງເກົ່າ ເພື່ອຜະລິດເປັນນ້ຳມັນເຊື້ອໄຟ ໂດຍບໍ່ມີໃບອະນຸຍາດດຳເນີນທຸລະກິດ, ບໍ່ໄດ້ຜ່ານ ການກວດກາຢັ້ງຢືນຄຸນນະພາບ ແລະ ບໍ່ໄດ້ເສຍພາສີ-ອາກອນຕາມລະບຽບກົດໝາຍ. ນອກນັ້ນ, ໃນສະຖານທີ່ດັ່ງກ່າວ ຍັງພົບນ້ຳມັນທີ່ຜະລິດສຳເລັດຮູບແລ້ວຈຳນວນຫຼວງຫຼາຍທີ່ກຽມຈະນຳໄປຈຳໜ່າຍ ຕາມປ້ຳນ້ຳມັນທົ່ວໄປ.
ຜ່ານການວິໄຈພົບວ່າ: ນ້ຳມັນດັ່ງກ່າວມີຄ່າຊັນເຟີ (Sulfur Content) ສູງເຖິງ 1,331 ppm. ຊຶ່ງເກີນ ມາດຕະຖານທີ່ກຳນົດໄວ້ຫຼາຍເທົ່າຕົວ. ການນຳໃຊ້ນ້ຳມັນທີ່ມີຄ່າຊັນເຟີສູງ ຈະສົ່ງຜົນເສຍໂດຍກົງຕໍ່ ເຄື່ອງຈັກ ເຊັ່ນ: ເຮັດໃຫ້ເຄື່ອງຈັກເປື້ອນໄວ, ອາໄຫຼ່ ແລະ ຊິ້ນສ່ວນຕ່າງໆຂອງເຄື່ອງຈັກຊຸດໂຊມໄວ, ເກີດມີຄວັນດຳຫຼາຍ ແລະ ອາຍຸການໃຊ້ງານຂອງເຄື່ອງຈັກສັ້ນລົງ.




ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ໄດ້ຢຶດຂອງກາງ ແລະ ດຳເນີນມາດຕະການຕາມລະບຽບການ. ພ້ອມນັ້ນ ກໍໄດ້ແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ແລະ ຜູ້ຊົມໃຊ້ ໃຫ້ມີສະຕິໃນການເລືອກຊື້ນ້ຳມັນ. ຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໄສແຫຼ່ງຜະລິດທີ່ບໍ່ຖືກຕ້ອງ ສາມາດແຈ້ງໄດ້ທີ່ ສາຍດ່ວນ: 1513.
ເຈົ້າໜ້າທີ່ຊ່ຽວຊານດ້ານຄຸນນະພາບນໍ້າມັນເຊື້ອໄຟ ຍັງໃຫ້ຮູ້ຕື່ມວ່າ: ການກວດພົບໂຮງງານກັ່ນນ້ຳມັນ ຈາກຂີ້ເຫຍື່ອພລາສຕິກ ແລະ ນ້ຳມັນເຄື່ອງເກົ່າ ຢູ່ນະຄອນຫຼວງວຽງຈັນ ບໍ່ແມ່ນພຽງແຕ່ການ ລະເມີດກົດໝາຍທຸລະກິດທົ່ວໄປ, ແຕ່ມັນຄືການສົ່ງ ຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ ຢ່າງມະຫາສານ ເປັນຕົ້ນແມ່ນ:
1. ຜົນເສຍທາງດ້ານເສດຖະກິດ (Economic Impact):
– ລັດສູນເສຍລາຍຮັບ: ການລັກລອບຜະລິດ ແລະ ຈຳໜ່າຍໂດຍບໍ່ເສຍພາສີ-ອາກອນ ເຮັດໃຫ້ລັດຖະບານສູນເສຍ ງົບປະມານ ທີ່ຈະນຳມາພັດທະນາປະເທດຊາດ.
– ຄວາມເສຍຫາຍຕໍ່ຊັບສິນສ່ວນບຸກຄົນ ແລະ ວິສາຫະກິດ: ເມື່ອເຄື່ອງຈັກ, ລົດຂົນສົ່ງ ຫຼື ເຄື່ອງຈັກກະສິກຳເພພັງກ່ອນກຳນົດ ຍ້ອນນ້ຳມັນບໍ່ໄດ້ມາດຕະຖານ, ຜູ້ຊົມໃຊ້ຕ້ອງແບກຫາບຄ່າສ້ອມ ແປງທີ່ສູງຂຶ້ນ, ສົ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ການຂົນສົ່ງເພີ່ມຂຶ້ນໂດຍບໍ່ຈຳເປັນ.
-ຜົນກະທົບຕໍ່ຕ່ອງໂສ້ການສະໜອງ: ປ້ຳນ້ຳມັນທີ່ຮັບຊື້ນ້ຳມັນເຖື່ອນມາຈຳໜ່າຍ ອາດຈະໄດ້ກຳໄລ ໃນໄລຍະສັ້ນ, ແຕ່ໃນໄລຍະຍາວຈະເສຍຄວາມເຊື່ອໝັ້ນຈາກລູກຄ້າ ແລະ ອາດຖືກສັ່ງປິດກິດຈະການ.
2. ຜົນເສຍທາງດ້ານສັງຄົມ ແລະ ສິ່ງແວດລ້ອມ (Social & Environmental Impact):
-ມົນລະພິດທາງອາກາດ: ນ້ຳມັນທີ່ມີຄ່າຊັນເຟີ (Sulfur) ສູງເຖິງ 1,331 ppm (ເກີນມາດຕະຖານ ຫຼາຍເທົ່າຕົວ) ເມື່ອຖືກເຜົາໄໝ້ຈະປ່ອຍອາຍພິດ ແລະ ຄວັນດຳທີ່ເປັນອັນຕະລາຍຕໍ່ລະບົບຫາຍໃຈ ຂອງຄົນໃນສັງຄົມ ແລະ ກໍ່ໃຫ້ເກີດຝຸ່ນລະອອງ PM 2.5.
-ຄວາມປອດໄພ: ໂຮງງານກັ່ນນ້ຳມັນທີ່ບໍ່ໄດ້ມາດຕະຖານ ມັກຂາດລະບົບຄວາມປອດໄພ ແລະ ການປ້ອງກັນທີ່ຖືກຕ້ອງ, ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການລະເບີດ ຫຼື ໄຟໄໝ້ ລາມໄປເຖິງຊຸມຊົນ ໃກ້ຄຽງ.
3. ຜົນກະທົບຕໍ່ປະຊາຊົນ (Impact on Citizens):
-ຜູ້ບໍລິໂພກຄືຜູ້ຮັບເຄາະ: ປະຊາຊົນທີ່ເຕີມນ້ຳມັນໂດຍບໍ່ຮູ້ຕົວ ວ່າເປັນນ້ຳມັນເຖື່ອນ ຕ້ອງເສຍເງິນ ໃນລາຄາປົກກະຕິ ແຕ່ຕ້ອງສິນເປືອງຊັບສິນ (ລົດ) ຂອງຕົນທີ່ເປ້ເພ.
-ສຸຂະພາບ: ການສູດດົມຄວັນພິດຈາກການເຜົາໄໝ້ນ້ຳມັນທີ່ບໍ່ສະອາດໃນໄລຍະຍາວ ສົ່ງຜົນເສຍຕໍ່ ສຸຂະພາບຂອງທັງຜູ້ຂັບຂີ່ ແລະ ຜູ້ທີ່ອາໄສຢູ່ແຄມທາງ.

