ທຸກຄົນຕ່າງກໍລໍຄອຍວັນພັກຍາວໃນອາທິດໜ້າ ແລະ ຫຼາຍບ່ອນກໍເລີ່ມມີການສະເຫຼີມສະຫຼອງກັນແດ່ແລ້ວ. ແຕ່ບຸນປີໃໝ່ລາວປີນີ້ ຖືວ່າເປັນປີທີ່ທ້າທາຍຫຼາຍສຳລັບປະຊາຊົນ ຍ້ອນສະພາບເສດຖະກິດ ແລະ ລາຄານໍ້າມັນທີ່ປັບຕົວສູງຂຶ້ນເລື້ອຍໆ. ເພື່ອຕອບສະໜອງຕາມແຈ້ງການຂອງລັດຖະບານ ທີ່ຊຸກຍູ້ໃຫ້ປວງຊົນລາວສະເຫຼີມສະຫຼອງບຸນປະເພນີດ້ວຍຄວາມປະຢັດມັດທະຍັດ ແລະ ປອດໄພ, ພວກເຮົາໄດ້ລົງພື້ນທີ່ສອບຖາມຄວາມຄິດເຫັນຂອງປະຊາຊົນ ກ່ຽວກັບແຜນການຫຼິ້ນບຸນປີໃໝ່ໃນປີນີ້.
ທ່ານ ບຸນທະໝອມ ພຽນສີນ, ອາຊີບ ຄ້າຂາຍ ປະຊາຊົນບ້ານສີເກີດ: ສໍາລັບຂ້າພະເຈົ້າແລ້ວ ການປະຢັດແມ່ນສິ່ງສໍາຄັນທີ່ສຸດ. ໃນເມື່ອທຸກຢ່າງແພງຂຶ້ນ ທັງຄ່ານໍ້າມັນ ແລະ ຄ່າວັດຖຸດິບ, ເຮົາກໍຕ້ອງໄດ້ປັບຕົວ. ປົກກະຕິຄົນເຮັດວຽກຢູ່ວຽງຈັນຈະກັບບ້ານຕ່າງແຂວງກັນຫຼາຍ, ແຕ່ປີນີ້ຂ້າພະເຈົ້າເຫັນວ່າຫຼາຍຄົນເລືອກທີ່ຈະບໍ່ເດີນທາງ ເພາະຄ່າລົດໄປ-ກັບ ກໍຕົກຢູ່ປະມານ 1-2 ລ້ານກີບແລ້ວ. ທາງອອກທີ່ດີທີ່ສຸດແມ່ນການຝາກເງິນເມືອໃຫ້ພໍ່ແມ່ແທນ ເຊິ່ງເປັນການປະຢັດ ແລະ ຊ່ວຍເຫຼືອຄອບຄົວໄດ້ໂດຍກົງໃນສະພາບແບບນີ້.

ທ່ານ ແສງປະດິດ (ບຸ້ຍ), ພະນັກງານບໍລິສັດເອກະຊົນ: ແຈ້ງການຂອງລັດຖະບານຖືເປັນສິ່ງທີ່ດີ ທີ່ຊ່ວຍກະຕຸ້ນໃຫ້ຄົນເຮົາມີຄວາມຕື່ນຕົວເລືອກການປະຢັດ. ປີນີ້ຂ້າພະເຈົ້າຕັດສິນໃຈຫຼຸດຜ່ອນການອອກໄປຊຸມແຊວນອກບ້ານ ແລະ ເນັ້ນການຢູ່ກັບຄອບຄົວເປັນຫຼັກ. ສິ່ງທີ່ປ່ຽນແປງຊັດເຈນທີ່ສຸດແມ່ນການຫັນມາໃຊ້ລົດຈັກໄຟຟ້າແທນລົດທີ່ໃຊ້ນໍ້າມັນ ເພື່ອຫຼຸດຜ່ອນລາຍຈ່າຍປະຈຳອາທິດທີ່ເຄີຍສູງເຖິງ 2-3 ແສນກີບ. ເຖິງຈະຕ້ອງໄດ້ວາງແຜນການສາກໄຟໃຫ້ດີ ແຕ່ມັນກໍຊ່ວຍໃຫ້ເຮົາຜ່ານຜ່ານວິກິດນີ້ໄປໄດ້.

ທ່ານ ນາງ ກັນລະຍາ ໃບພະຈັນ, ອາຊີບ ຄ້າຂາຍ: ຄອບຄົວຂອງເອື້ອຍແມ່ນບໍ່ໄດ້ໄປໃສໄກ, ເຮົາເນັ້ນການຮັກສາຮີດຄອງປະເພນີດ້ວຍການສົມມາຜູ້ໃຫຍ່ ແລະ ກິນເຂົ້າຮ່ວມກັນໃນຄອບຄົວ. ໃນຍຸກທີ່ຂອງແພງແບບນີ້ ເຮົາຕ້ອງບຸກບືນຫາລາຍໄດ້ເສີມ ແລະ ປ່ຽນພຶດຕິກຳການເດີນທາງ ເຊັ່ນ: ປ່ຽນຈາກການຂີ່ລົດໃຫຍ່ ມາຂີ່ລົດຈັກແທນເພື່ອປະຢັດນໍ້າມັນ. ສິ່ງສຳຄັນທີ່ສຸດທີ່ຢາກຝາກໄວ້ແມ່ນ “ເມົາແລ້ວບໍ່ຂັບ” ເພື່ອຄວາມປອດໄພຂອງທຸກຄົນ.

ທ່ານ ບຸນລ້ຽງ ພັນທະປັນຍາ, ເຈົ້າຂອງທຸລະກິດ: ຈາກທີ່ເຄີຍຫຼິ້ນຄົບທັງ 3 ມື້, ປີນີ້ຂ້າພະເຈົ້າຈະຫຼຸດລົງເຫຼືອພຽງມື້ດຽວ. ການອອກໄປຂ້າງນອກແຕ່ລະຄັ້ງຕ້ອງມີການວາງແຜນໃຫ້ດີ, ໄປບ່ອນດຽວໃຫ້ຄົບທັງສົງພະ ແລະ ຢ້ຽມຢາມໝູ່ເພື່ອນ ເພື່ອບໍ່ໃຫ້ເສຍນໍ້າມັນຫຼາຍເທື່ອ. ເວລາທີ່ເຫຼືອແມ່ນມອບໃຫ້ກັບຄອບຄົວ ເຊິ່ງນອກຈາກຈະປະຢັດແລ້ວ ຍັງສ້າງຄວາມອົບອຸ່ນນຳອີກ
,ທ່ານນາງ ພິລາວັນ ສີວິເສດ (ນ້ຳໜຶ່ງ), ພະນັກງານ : ໃນນາມໄວໜຸ່ມ, ນ້ອງຄິດວ່າເຮົາສາມາດຫຼິ້ນປີໃໝ່ໃຫ້ມ່ວນໄດ້ໂດຍບໍ່ຕ້ອງຟຸມເຟືອຍ. ປີນີ້ອາດຈະບໍ່ໄດ້ຂີ່ລົດເລາະຫົດນໍ້າຄືແຕ່ກ່ອນ ເພື່ອປະຢັດຄ່ານໍ້າມັນ ແລະ ງົບປະມານສ່ວນຕົວ. ສິ່ງທີ່ສຳຄັນແມ່ນການມີ “ສະຕິ” ໃນການສະເຫຼີມສະຫຼອງ, ໂດຍສະເພາະແມ່ນເລື່ອງການດື່ມສິ່ງມຶນເມົາ ເພາະອຸບັດເຫດທີ່ເກີດຈາກຄວາມປະໝາດ ບໍ່ພຽງແຕ່ເຮັດໃຫ້ເຮົາເດືອດຮ້ອນ ແຕ່ຍັງສົ່ງຜົນກະທົບຕໍ່ຄົນອ້ອມຂ້າງນຳອີກ.


