ຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອກໍ່ສ້າງລະບົບນ້ຳລິນ ຢູ່ບ້ານມູຕຶນ 

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອກໍ່ສ້າງລະບົບນ້ຳລິນ ຢູ່ບ້ານມູຕຶນ 

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບທຶນຊ່ວຍເຫຼືອລ້າ ມູນຄ່າ17,400 ໂດລາສະຫະລັດ ຫຼື ປະມານ 370​ ກວ່າລ້ານກີບ ເພື່ອກໍ່ສ້າງລະບົບນ້ຳລິນ ຢູ່ບ້ານມູຕຶນ ເມືອງບູນໃຕ້ ແຂວງຜົ້ງສາລີ ຊຶ່ງການຊ່ວຍເຫຼືອລ້າ ຄັ້ງນີ້ ເປັນສ່ວນໜຶ່ງຂອງ “ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນພື້ນຖານ (GGP)” ຈາກລັດຖະບານຍີ່ປຸ່ນ.

ພິທີເຊັນສັນຍາຮັບທຶນຊ່ວຍເຫຼືອລ້າ ຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 4 ມີນາ 2026​ ນີ້ ທີ່ສຳນັກງານປົກຄອງແຂວງຜົ້ງສາລີ ລະຫວ່າງ ທ່ານ ນາງ ແປງ ສຸກລາສີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງບູນໃຕ້ ແລະ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສັນຕິ ແກ້ວຍະສານ ປະທານຄະນະກຳມະການປົກຄອງແຂວງຜົ້ງສາລີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການກໍ່ສ້າງລະບົບນ້ຳລິນໃນຄັ້ງນີ້ ແມ່ນແນໃສ່ຍົກລະດັບຄຸນນະພາບຊີວິດ ແລະ ສຸຂະອະນາໄມຂອງປະຊາຊົນໃນເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງແຫຼ່ງນ້ຳທີ່ສະອາດ ແລະ ພຽງພໍຕໍ່ການຊົມໃຊ້ໃນຊີວິດປະຈຳວັນ.

ທີ່ມາ: ຂ່າວສານແຂວງຜົ້ງສາລີ

Related Articles

Leave a Reply