Vientiane Times Lao
ນະຄອນຫຼວງວຽງຈັນເກມ 2025 ເປີດສາກຢ່າງຍິ່ງໃຫຍ່

ນະຄອນຫຼວງວຽງຈັນເກມ 2025 ເປີດສາກຢ່າງຍິ່ງໃຫຍ່

ຄ່ຳຄືນວັນທີ 15 ພະຈິກ 2025 ໄດ້ກາຍເປັນຄືນແຫ່ງຄວາມຕື່ນເຕັ້ນ ແລະ ຄວາມພາກພູມໃຈຂອງຊາດລາວ ເມື່ອພິທີເປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນເກມ 2025” ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອະລັງການ ຢູ່ສະໜາມກິລາແຫ່ງຊາດ ນະຄອນຫຼວງວຽງຈັນ ທີ່ເຮັດໃຫ້ບັນຍາກາດອ້ອມແອ້ມເຕັມໄປດ້ວຍຄວາມຄຶກຄື້ນ ແລະ ແສງສີສຽງອັນງົດງາມ. 

ປະຊາຊົນບັນດາເຜົ່າທັງໃກ້ ແລະ ໄກ, ບັນດານັກກິລາ ນັກສະແດງ ເຈົ້າໜ້າທີ່ຕ່າງໆ ຫຼາຍກວ່າ ສິບພັນຄົນ ໄດ້ພາກັນເດີນທາງມາຮ່ວມເປັນສ່ວນໜຶ່ງຂອງງານມະຫາກຳຄັ້ງສຳຄັນນີ້ ທັງຄອບຄົວພໍ່ແມ່ລູກ ໄວໜຸ່ມ ແລະ ຜູ້ສູງອາຍຸ ພ້ອມຮ້ອງເພງ ໂບກທຸງ ແລະ ໃຫ້ກຳລັງໃຈບັນດານັກກິລາດ້ວຍຄວາມຮັກຊາດອັນແຮງກ້າ.

ບັນຍາກາດອ້ອມຂ້າງສະໜາມກິລາເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມຄຶກຄັກ ມີຮ້ານຄ້າ ຮ້ານອາຫານ ແລະ ກິດຈະກຳບັນເທີງຕ່າງໆ ເປີດບໍລິການຢູ່ບໍລິເວນໃກ້ຄຽງ ເຮັດໃຫ້ຜູ້ມາຮ່ວມງານໄດ້ສຳຜັດກັບບັນຍາກາດຂອງງານກິລາທີ່ຜະສົມຜະສານກັບວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນລາວຢ່າງແທ້ຈິງ. 

ງານມະຫາກຳຄັ້ງນີ້ບໍ່ພຽງແຕ່ເປັນການແຂ່ງຂັນກິລາທຳມະດາ ແຕ່ຍັງເປັນເວທີສຳຄັນທີ່ເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າຈາກທົ່ວປະເທດ ພາຍໃຕ້ຄັນທຸງຂອງຄວາມສາມັກຄີ ແລະ ນ້ຳໃຈນັກກິລາ ພ້ອມທັງເປັນໂອກາດໃນການປະກາດສັກກະຍະພາບຂອງນັກກິລາລາວທີ່ຈະກ້າວສູ່ການເປັນຕົວແທນໃນລະດັບສາກົນໃນອະນາຄົດ.

ພິທີເປີດງານໄດ້ນຳສະເໜີຄວາມງົດງາມຢ່າງເຕັມທີ່ ເມື່ອບັນດານັກກິລາຈາກແຂວງຕ່າງໆ ໄດ້ແຫ່ເຂົ້າສູ່ສະໜາມດ້ວຍຄວາມພາກພູມໃຈ ທ່າມກາງສຽງເພງມ່ວນຊື່ນ ແລະ ສຽງຕົບມືກຶກກ້ອງຈາກຜູ້ຊົມນັບພັນຄົນທີ່ສະແດງເຖິງພະລັງ ແລະ ຄວາມພ້ອມຂອງທຸກຄົນ. 

ການສະແດງສິລະປະວັດທະນະທຳມະໂຫລານໄດ້ນຳສະເໜີຄວາມຫຼາກຫຼາຍຂອງເຜົ່າຕ່າງໆ ຜ່ານການຟ້ອນລວມໝູ່ທີ່ສວຍງາມ ປະສານກັແສງສີສຽງທີ່ທັນສະໄໝ ຈົນເຮັດໃຫ້ຜູ້ຊົມທັງໃນ ແລະ ຕ່າງປະເທດຕ້ອງປະທັບໃຈ ແລະ ຮູ້ສຶກເຖິງຄວາມເປັນເອກະພາບທີ່ງົດງາມຂອງຊາດລາວ.

ໜຶ່ງຈຸດເດັ່ນຂອງຄໍ່າຄືນນີ້ແມ່ນເມື່ອກະຖາງຄົບເພີງແຫ່ງມິດຕະພາບ ແລະ ນ້ຳໃຈນັກກິລາໄດ້ຖືກຈູດຂຶ້ນສູ່ທ້ອງຟ້າຢ່າງເປັນທາງການ ພ້ອມດ້ວຍສຽງບັ້ງໄຟດອກທີ່ສະຫວ່າງສະໄຫວເຮັດໃຫ້ຜູ້ຊົມທັງໝົດພາກັນຮ້ອງໂຮ ແລະ ຕົບມືດ້ວຍຄວາມຕື່ນເຕັ້ນ ເປັນສັນຍານການເລີ່ມຕົ້ນຂອງການແຂ່ງຂັນທີ່ຈະເຂັ້ມຂຸ້ນ ແລະ ເຕັມໄປດ້ວຍຄວາມມຸ່ງໝັ້ນຂອງນັກກິລາທົ່ວປະເທດ. 

ໃນພິທີເປີດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວວ່າ:  “ຕາງໜ້າການນຳພັກ-ລັດ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມຢ່າງຮອບດ້ານ ຂອງນະຄອນຫຼວງວຽງຈັນທີ່ເປັນເຈົ້າພາບ, ຄະນະຮັບຜິດຊອບຈັດງານ ແລະ ຂໍສະແດງຄວາມຊົມເຊີຍບັນດາແຂວງທີ່ໄດ້ສົ່ງນັກກິລາເຂົ້າຮ່ວມຢ່າງພ້ອມພຽງ. ມາຮອດເວລານີ້, ພວກເຮົາໄດ້ມີຄວາມກຽມພ້ອມແລ້ວ ແລະ ຖືເປັນເລີກງາມຍາມດີ, ຂ້າພະເຈົ້າຂໍປະກາດເປີດງານມະຫາກຳກິລາແຫ່ງຊາດຄັ້ງທີ 12 ຢ່າງເປັນທາງການ”

ທ່ານ ປອ. ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽຈັນ, ປະທານຈັດງານມະຫາກຳກິລາ ແຫ່ງຊາດ ຄັ້ງທີ XII ກ່າວວ່າ: “ງານມະຫາກຳກິລາແຫ່ງຊາດຄັ້ງນີ້ໄດ້ຈັດຕັ້ງຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ທົ່ວກອງທັບ ແລະ ທົ່ວປວງຊົນຊາວນະຄອນຫຼວງວຽງຈັນ ອອກແຮງແຂ່ງຂັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງສູນກາງພັກໃນທ້າຍສະໄໝ, ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 9 ໃນທ້າຍສະໄໝຢ່າງເປັນຂະບວນຟົດຟື້ນໄປພ້ອມໆກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກິດ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ”

ງານມະຫາກຳກິລາແຫ່ງຊາດຄັ້ງທີ 12  ນີ້ ໄດ້ປະກອບມີ 33 ປະເພດກິລາແຂ່ງຂັນ, ມີຄະນະນໍາ, ນັກກິລາ, ຄູຝຶກ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9,485 ທ່ານ. ໃນນັ້ນ, ສະເພາະນັກກິລາທີ່ລົງທະບຽນເຂົ້າແຂ່ງຂັນທັງໝົດ 4065 ທ່ານ; ຊຶ່ງມາຈາກ 3 ກະຊວງ 17 ແຂວງ ແລະ ນະຄອນຫຼວງວຽງຈັນເຈົ້າພາບ ລວມເປັນ 21 ພາກສ່ວນ; ເພື່ອແຂ່ງຂັນຊີງເອົາຫຼຽນປະເພດຕ່າງໆ ທັງໝົດ 1,563 ຫຼຽນ,ໃນນັ້ນ ມີຫຼຽນຄໍາ 432 ຫຼຽນ, ຫຼຽນເງິນ 432 ຫຼຽນ ແລະ ຫຼຽນທອງ 699 ຫຼຽນ.

ງານມະຫາກຳກິລາ ຄັ້ງທີ 12 ໄດ້ກຳນົດເອົາພະທາດຫຼວງ ເປັນສັນຍາລັກຂອງງານ ເຊິ່ງຄວາມໝາຍປູສະນີຍະສະຖານ ເປັນມໍລະດົກເກົ່າແກ່ ເປັນສິ່ງທີ່ມີຊື່ລືນາມຂອງຊາວນະຄອນຫຼວງວຽງຈັນ ກໍ່ຄືຊາວລາວທົ່ວປະເທດ ແລະ ສາຍນໍ້າງື່ມ ຊຶ່ງແມ່ນການປະສົມປະສານ ແລະ ຫຼອມລວມສັນຍາລັກອັນໂດດເດັ່ນຂອງຊາດ, ສໍາລັບສັດນຳໂຊກຂອງງານ ແມ່ນຮູບໂຕນົກຍູງ, ເພາະນົກຍູງເປັນມິ່ງຂວັນແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ໄຊຊະນະ, ທີ່ສະແດງເຖິງຄວາມມີນໍ້າໃຈນັກກິລາ, ຄວາມເປັນເລີດ, ຄວາມສາມັກຄີ, ຄວາມຫວັງ, ຄວາມພາກພູມໃຈ ດ້ານວັດທະນະທໍາ ປະເພນີອັນດີງາມ ແລະ ຈິດວິນຍານແຫ່ງການແຂ່ງຂັນ   ກໍຄືນໍ້າໃຈ ຂອງຊາວນະຄອນຫຼວງວຽງຈັນ ໃນການເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ປີ 2025.

ງານມະຫາກຳກິລາແຫ່ງຊາດ ຈະຈັດຈັດຂຶ້ນໃນທຸກໆ 3 ປີ ແລະ ຄັ້ງຫຼ້າສຸດກ່ອນນີ້ ແມ່ນຄັ້ງທີ 11 ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີ 2022 ຜ່ານມາ.

ງານຄັ້ງນີ້ຍັງເປັນການສົ່ງເສີມການທ່ອງທ່ຽວ ແລະ ເສດຖະກິດຂອງນະຄອນຫຼວງວຽງຈັນທີ່ໄດ້ກາຍເປັນສູນກາງຂອງຄວາມຄຶກຄື້ນ ແລະ ການເຕີບໃຫຍ່ຢ່າງໝັ້ນຄົງ.

Related Articles

Leave a Reply