ນໍ້າຕົກຕາດຫ້ວຍກາງ ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຢູ່ ເມືອງເມິງ

ນໍ້າຕົກຕາດຫ້ວຍກາງ ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຢູ່ ເມືອງເມິງ

ນໍ້າຕົກຕາດຫ້ວຍກາງ ຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ ເປັນເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ໂດຍມີພິທີເປີດເມື່ອມໍ່ໆມານີ້ ຊຶ່ງແຫຼ່ງທ່ອງທ່ຽວດັ່ງກ່າວເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ.

ທ່ານ ໄມ່ແອ ກັນທະພອນ ນາຍບ້ານ ບ້ານຜາດໍາ ໄດ້ລາຍງານ ກ່ຽວກັບປະຫວັດ ຂອງແຫຼ່ງທ່ອງທ່ຽວດັ່ງກ່າວວ່າ: ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ ໃນເມື່ອກ່ອນໄດ້ມີນາຍພານລ່າເນື້ອເຂົ້າມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ ປົກຫຸ້ມດ້ວຍປ່າໄມ້ໃຫຍ່ທີ່ຂຽວສົດງົດງາມ ໄດ້ມີພະຍາກວາງໂຕໜຶ່ງທີ່ປົກປັກຮັກສາສະຖານທີ່ແຫ່ງນີ້ຢູ່ ອັນເຮັດໃຫ້ນາຍພານຜູ້ນັ້ນຢ້ານກົວ ແລະ ບໍ່ກ້າມາລ່າສັດໃນບໍລິເວນນີ້ອີກ.

ນໍ້າຕົກຕາດຫ້ວຍກາງແມ່ນສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໜຶ່ງທີ່ມີຄວາມງົດງາມຕາມທໍາມະຊາດ ຖືກອ້ອມຮອບດ້ວຍທໍາມະຊາດ ແລະ ສາຍພູ, ຊຶ່ງເໝາະສົມສໍາລັບການທ່ອງທ່ຽວເພື່ອພັກຜ່ອນຊົມທໍາມະຊາດບວກກັບສາຍນໍ້າອັນເຢັນໃສ.

ແຫຼ່ງຂ່າວ: ແຂວງບໍ່ແກ້ວ

Related Articles

Leave a Reply