ປະເທດລາວອາດຈະມີພິພິທະພັນສັດນໍ້າ ໃນອານາຄົດ

ປະເທດລາວອາດຈະມີພິພິທະພັນສັດນໍ້າ ໃນອານາຄົດ

ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ກະສິກໍາ ຫົງຫຼົງ (ຫາງໂຈ) ຈໍາກັດ (Honglong Agricultureal Science and Technology (Hangzhou) Co., Ltd) ສົນໃຈລົງທຶນສ້າງພິພິທະພັນສັດນໍ້າ ຢູ່ປະເທດລາວ ແຕ່ໂຄງການດັ່ງກ່າວນີ້ຍັງຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ໂດຍມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ເມື່ອມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ.

ໂຄງການດັ່ງກ່າວເປັນການຮ່ວມມືລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ວິທະຍາສາດ ແລະ ເຕັກໂນໂລຊີ ກະສິກໍາ ຫົງຫຼົງ (ຫາງໂຈ) ຈໍາກັດ ມີເນື້ອທີ່ປະມານ 38 ເຮັກຕາ ຕັ້ງຢູ່ສະຖານທີ່ສູນຄົ້ນຄ້ວາການປະມົງ (LARReC) ນະຄອນຫຼວງວຽງຈັນ, ມີແຜນຈະລົງທຶນປະມານ 10 ລ້ານໂດລາສະຫະລັດ.

ພາຍຫຼັງໂຄງການສໍາເລັດ ຈະເປັນສະຖານທີ່ແຫຼ່ງທ່ອງທ່ຽວ, ທັດສະນະສຶກສາຂອງນ້ອງນັກຮຽນ, ເປັນສູນຄົ້ນຄ້ວາ, ຮຽນຮູ້, ອະນຸລັກສັດນໍ້າທີ່ໄກ້ຈະສູນພັນ ແລະ ຈະເປັນພິພິທະພັນສັດນໍ້າແຫ່ງທໍາອິດຂອງ ສປປ ລາວ.

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ

Related Articles

Leave a Reply