ປີ 2026 ນີ້ ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນ ຕັ້ງເປົ້າໝາຍແຜນການປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ ໃນຂອບເຂດທົ່ວປະເທດ ພ້ອມທັງ ເນັ້ນຢ້ຳໃຫ້ທັງພາກລັດ, ເອກະຊົນ ແລະ ປະຊາຊົນ, ທັງສູນກາງ ແລະ ທ້ອງຖິ່ນ ຈັດພິທີແບບກະທັດຮັດ ແຕ່ຕ້ອງຮັບປະກັນດ້ານເນື້ອໃນ ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢ່າງຮອບດ້ານ ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026.
ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງການເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃນວັນທີ 9 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ວ່າ: ພັກ ແລະ ລັດຖະບານ ຍາມໃດກໍຖືເອົາການຄຸ້ມຄອງ ປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ປາ ແລະ ສັດນໍ້າເປັນວຽກສໍາຄັນທີ່ມີຄວາມ ຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໂດຍໄດ້ເລີ່ມມາແຕ່ປີ 1997 ແລະ ໃນປີນີ້ແມ່ນຄົບຮອບ 29 ປີ.
ພ້ອມກັນນັ້ນ, ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ດັ່ງກ່າວ ຍັງເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ຍ້ອນກົງກັບວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ການຈັດກິດຈະກຳໃນທຸກໆປີ ກໍເພື່ອປູກຈິດສໍານຶກໃຫ້ທົ່ວສັງຄົມ ໂດຍສະເພາະອະນຸຊົນຮຸ່ນຫຼັງ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກສັດນໍ້າ ຮັກສາສົມດຸນຂອງລະບົບນິເວດ ພ້ອມທັງເພື່ອຈາລຶກບຸນຄຸນ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ສຸພານຸວົງ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ.
ຂໍ້ມູນ: ວຽງຈັນໃໝ່

