Vientiane Times Lao
ລັດຖະບານ ເລັ່ງເຈລະຈາ ຜູ້ພັດທະນາເຂື່ອນຄືນໃໝ່ ແກ້ໄຂບັນຫາລາໄຟຟ້າ

ລັດຖະບານ ເລັ່ງເຈລະຈາ ຜູ້ພັດທະນາເຂື່ອນຄືນໃໝ່ ແກ້ໄຂບັນຫາລາໄຟຟ້າ

ລັດຖະບານເລັ່ງແກ້ໄຂບັນຫາລາຄາໄຟຟ້າ ໂດຍການເຈລະຈາຄືນໃໝ່ກັບບັນດາຜູ້ພັດທະນາເຂື່ອນໄຟຟ້າ ເພື່ອດັດສົມລາຄາໃຫ້ເໝາະສົມ.

.

ໃນຕົ້ນປີ ທີ່ຜ່ານມາ, ລັດຖະບານໄດ້ມີການປັບໂຄງສ້າງລາຄາໄຟຟ້າຄືນໃໝ່ ສຳລັບປີ 2025-2029 ແບບຂັ້ນໄດເພື່ອໃຫ້ເໝາະສົມກັບສະພາບຕົວຈິງໃນການດຳເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ.

.
ລາຄາໄຟຟ້າສຳລັບພາກທີ່ຢູ່ອາໄສ ຖືກປັບຂຶ້ນມາເປັນ 679 ກີບ ຕໍ່ KWh ໃນເດືອນ 7 ​ປີນີ້ ຈາກ ລາຄາເດືອນ 1 ຢູ່ທີ່ 355 ກີບຕໍ່ KWh ສຳລັບຄົວເຮືອນທີ່ໃຊ້ໄຟຟ້າໃນລະດັບໜ້ອຍສຸດກໍຄື 0-25KWh ຕໍ່ເດືອນ.  ສຳລັບຄົວເຮືອນທີ່ໃຊ້ໄຟຟ້າຫຼາຍກວ່າ 1,500 KWh ຕໍ່ເດືອນ ຕ້ອງຈ່າຍຄ່າໄຟໃນລະດັບ 1,567 ກີບ ຕໍ່ KWh ໃນເດືອນ 7 ນີ້.

.

ຢ່າງໃດກໍຕາມ, ຄວາມກັງວົນບໍ່ໝົດເທົ່ານັ້ນ. ອີງຕາມໂຄງສ້າງລາຄາດັ່ງກ່າວ ຮອດປີ 2029 ພາກທີ່ຢູ່ອາໄສຂອງລາວ ຈະໄດ້ຈ່າຍຄ່າໄຟຟ້າ ໃນລາຄາ 911 ກີບ/KWh ສຳລັບຜູ້ໃຊ້ໄຟ 0-25 KWh ຕໍ່ເດືອນ; ແລະ ຕ້ອງຈ່າຍສູງເຖິງ 2,223 ກີບ/KWh ສຳລັບໃຜທີ່ໃຊ້ໄຟຫຼາຍກວ່າ 1,500 KWh ຕໍ່ເດືອນ.
.

ບັນຫາລາຄາໄຟຟ້າທີ່ເປັນຂໍ້ກັງວົນຂອງປະຊາຊົນໄດ້ຖືກຍົກຂຶ້ນມາປຶກສາຫາລືຢ່າງຈິງຈັງໃນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2025. ທ່ານ ສອນໄຊ ສິດພະໄຊ, ໂຄສົກລັດຖະບານ, ໄດ້ຖະແຫຼງຂ່າວຢືນຢັນເຖິງຄວາມຕັ້ງໃຈຂອງລັດຖະບານໃນການແກ້ໄຂບັນຫານີ້ຢ່າງຮີບດ່ວນ ແລະ ຮອບດ້ານ.

.

ໂດຍ ທ່ານ ສອນໄຊ ສິດພະໄຊ ກ່າວວ່າ: “ກອງປະຊຸມໄດ້ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ”. 

.
ເພື່ອແກ້ໄຂບັນດາຜົນກະທົບຕໍ່ປະຊາຊົນຈາກການປັບໂຄງສ້າງລາຄາໄຟຟ້າ, ລັດຖະບານໄດ້ວາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2025 ຄື ເຈລະຈາລາຄາຊື້-ຂາຍໄຟຟ້າຄືນໃໝ່ກັບຜູ້ພັດທະນາເຂື່ອນ ໂດຍເປົ້າໝາຍແມ່ນເພື່ອໃຫ້ໄດ້ລາຄາທີ່ເໝາະສົມ ແລະ ເປັນທຳ, ຫຼຸດຜ່ອນພາລະຂອງຜູ້ຊົມໃຊ້.

.

ຫັນປ່ຽນລະບົບການຈົດນັບ ແລະ ຈ່າຍຄ່າໄຟຟ້າໃຫ້ທັນສະໄໝ ໂດຍຈະເລັ່ງປັບປຸງໃຫ້ມີຄວາມໂປ່ງໃສ, ສະດວກສະບາຍ ແລະ ຫຼຸດຜ່ອນຄວາມຜິດພາດ.

.

ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ໂດຍຈະຊຸກຍູ້ໂຄງການແຫຼ່ງຜະລິດໄຟຟ້າທີ່ຈັດຢູ່ໃນບູລິມະສິດ ເພື່ອຮັບປະກັນການສະໜອງພຽງພໍ.

.

ລັດວິສາຫະກິດໄຟຟ້າລາວໄດ້ໃຫ້ເຫດຜົນເຖິງຄວາມຈຳເປັນໃນການປັບລາຄາໄຟຟ້າວ່າການລົງທຶນຂະໜາດໃຫຍ່ໃນການຂະຫຍາຍຕາໜ່າງໄຟຟ້າໄປສູ່ຄົວເຮືອນຫຼາຍຂຶ້ນໃນຊຸມຊົນຫ່າງໄກສອກຫຼີກ, ເຊິ່ງການສະໜອງບໍລິການບໍ່ມີກຳໄລທາງດ້ານການຄ້າ, ແມ່ນໜຶ່ງໃນສາເຫດຕົ້ນຕໍຂອງໜີ້ສິນຈໍານວນມະຫາສານທີ່ສະສົມມາຕະຫຼອດຫຼາຍປີຜ່ານມາ.

.

ແຕ່ຢ່າງໃດກໍຕາມ, ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ບັນດາສະມາຊິກສະພາ ກໍໄດ້ມີການຮຽກຮ້ອງໃຫ້ຝ່າຍ ບໍລິຫານ, ລັດຖະບານ ທົບທວນເລື່ອງໂຄງສ້າງລາຄາໄຟຟ້າຄືນໃໝ່ ຫຼັງຄ່າໄຟ ເພີ່ມຂຶ້ນກະທົບທຸກພາກສ່ວນໃນທົ່ວປະເທດ.

.

ສະມາຊິກສະພາແຫ່ງຊາດໄດ້ກ່າວວ່າ ເຖິງແມ່ນວ່າການຂຶ້ນລາຄາພະລັງງານສາມາດເພີ່ມລາຍຮັບຂອງ EDL ໄດ້, ແຕ່ມັນກໍ່ອາດຈະສົ່ງຜົນກະທົບທາງລົບຕໍ່ເສດຖະກິດໄດ້ເຊັ່ນກັນ.

.

ທ່ານ ໄຊຍະເດດ ຜຸຍຍະວົງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງແຂວງສະຫວັນນະເຂດ, ກ່າວວ່າ ການຂຶ້ນລາຄາໄຟຟ້າໃນບໍ່ດົນມານີ້ ກຳລັງສ້າງຄວາມກົດດັນໃຫ້ແກ່ຄອບຄົວ ແລະ ທຸລະກິດ.

.

ທ່ານກ່າວວ່າ ການຂຶ້ນລາຄາໄຟຟ້າອາດນໍາໄປສູ່ຕົ້ນທຶນການຜະລິດທີ່ສູງຂຶ້ນ, ເຮັດໃຫ້ບາງບໍລິສັດສ່ຽງຕໍ່ການປິດກິດຈະການ ແລະ ເຮັດໃຫ້ລາຍຮັບຂອງລັດອ່ອນແອລົງ ແທນທີ່ຈະເພີ່ມຂຶ້ນ.

.

ເຊິ່ງການຕັດສິນໃຈເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງລັດຖະບານໃນການຟັງສຽງປະຊາຊົນ ແລະ ຊອກຫາວິທີແກ້ໄຂບັນຫາທີ່ກະທົບໂດຍກົງຕໍ່ຊີວິດການເປັນຢູ່. 

.

ຄາດວ່າການຈັດຕັ້ງປະຕິບັດມາດຕະການເຫຼົ່ານີ້ຈະຊ່ວຍຫຼຸດຜ່ອນຜົນກະທົບຈາກການປັບລາຄາໄຟຟ້າ ແລະ ສ້າງຄວາມໝັ້ນຄົງທາງດ້ານພະລັງງານໃຫ້ແກ່ປະເທດໃນໄລຍະຍາວ.

Related Articles

Leave a Reply