ປະຊາຊົນ ບ້ານເມືອງກາງ, ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ພົບເຫັນພຣະພຸດທະຮູບເກົ່າແກ່ ຈຳນວນ 70 ອົງ ເມື່ອມໍ່ໆມານີ້, ໃນຂະນະທີ່ກຳລັງຂຸດຂຸມເພື່ອກຽມເທຄານສ້ອມແປງ ໂຄງສ້າງອາຄານຫໍໄຕ.
ອີງຕາມການລາຍງານຂ່າວຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 16 ກໍລະກົດ 2025, ພຣະພຸດທະຮູບແມ່ນບັນຈຸຢູ່ໃນໄຫ 1 ໜ່ວຍ, ຝັງເລິກຈາກໜ້າດິນປະມານ 45 ຊັງຕີແມັດ.
ທ່ານ ຄຳຈັນ ໄຊມຸງຄຸນ, ຫົວໜ້າຂະແໜງ ມໍລະດົກໂລກວັດພູຈຳປາສັກກ່າວວ່າ: ພາຍຫຼັງທີ່ພົບເຫັນພຣະພຸດທະຮູບແລ້ວ ທາງຂະແໜງມໍລະດົກໂລກວັດພູ ໄດ້ລົງສຳຫຼວດພື້ນທີ່ ແລະ ຮັບເອົາພຣະພຸດທະຮູບມາອະນາໄມ, ເກັບຮັກສາໃຫ້ຖືກວິທີ ແລະ ຂື້ນທະບຽນ.
ໃນນັ້ນມີພຣະທີ່ເຮັດດ້ວຍເງິນ (ພະເງິນບຸ) ຈຳນວນ 69 ອົງ, ພຣະເຮັດດ້ວຍຄໍາ (ຄໍາລາວບູຮານ) 1 ອົງ. ພຣະປາງສະມາທິ ແລະ ປາງຊະນະມານ ທີ່ຂະໜາດນ້ອຍໜ້າຕັກ 3 ຫາ 5 ຊັງຕີແມັດ, ສູງ 10 ຫາ 18 ຊັງຕີແມັດ.
ຕາມການສັນນິຖານຂອງນັກວິຊາການ, ພຣະພຸດທະຮູບແມ່ນສ້າງຂຶ້ນໃນສະຕະວັດທີ 17-18.
ພາຍຫຼັງທີ່ຂະແໜງມໍລະດົກໂລກວັດພູໄດ້ຂື້ນທະບຽນແລ້ວ, ຈະໄດ້ປຶກສາຫາລືກັບອົງການປົກຄອງເມືອງຈຳປາສັກ, ພະແນກການທີ່ກ່ຽວຂ້ອງ, ເຈົ້າອະທິການວັດບ້ານເມືອງກາງ ແລະ ເຖົ້າແກ່ແນວໂຮມອີກເທື່ອໜຶ່ງ ເພື່ອຕົກລົງກຳນົດບ່ອນປະດິດສະຖານໄວ້.