ແຂວງຈຳປາສັກ ໄດ້ອະນຸຍາດໃຫ້ ບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ສຳປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ໃນເນື້ອທີ 50.4 ເຮັກຕາ ຢູ່ບ້ານໜອງແລະ ເມືອງປາກຊ່ອງ.
ພິທີເຊັນສັນຍາສຳປະທານໂຄງການດັ່ງກ່າວ ລະຫວ່າງ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ໄດ້ຈັດຂື້ນ ໃນວັນທີ16 ກໍລະກົດ ທີ່ ແຂວງຈຳປາສັກ.
ທ່ານ ບຸນມີ ຄໍາພິທູນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ລົງນາມ ສັນຍາ ໃນນາມ ຕາງໜ້າອຳນາດການປົກຄອງແຂວງ ແລະ ຝ່າຍບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ແມ່ນ ທ່ານ ຫວໍ ວັນ ຫາຍ ຜູ້ອໍານວຍການບໍລິສັດ.
ຝ່າຍອົງການປົກຄອງແຂວງ ລົງນາມເປັນພະຍານ ມີທ່ານ ຄໍາ ນີລາວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ປະທານຄະນະກໍາມະການປົກຄອງເມືອງປາກຊ່ອງ.
ບໍລິສັດ ກະສິກຳ ລາວ – ຫວຽດ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ຂອງໂຄງການນີ້ ໃນວັນທີ 7 ພຶດສະພາ 2025, ຜ່ານມາບໍລິສັດໄດ້ປະຕິບັດ ພັນທະຢ່າງຖືກຕ້ອງຄົບຖ້ວນຕາມບົດບັນທຶກຄວາມເຂົ້າໃຈ ຈົນກ້າວມາເຖິງການເຊັນສັນຍາສໍາປະທານໃນຄັ້ງນີ້ ເຊິ່ງບໍລິສັດໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຕາມເງື່ອນໄຂບົດບັນທຶກຄວາມເຂົ້າໃຈ ໄດ້ເປັນຢ່າງດີ ເຮັດໃຫ້ສາມາດສໍາເລັດໄດ້ໂດຍໄວ ນັບແຕ່ວັນທີ່ເຊັນ ເອັມໂອຢູ ເຖິງປະຈຸບັນ.
ຮູບແບບການລົງທຶນ ແມ່ນຕ່າງປະເທດລົງທຶນ 100% ຈາກ ສສ ຫວຽດນາມ, ທຶນຈົດບຽນທັງໝົດ 3 ລ້ານໂດລາສະຫະລັດ. ຈຸດປະສົງ ເພື່ອຮັບປະກັນດ້ານສະບຽງອາຫານ - ໂພຊະນາການ ທັງເປັນສິນຄ້າພາຍໃນ ແລະ ສົ່ງອອກ ຕາມທິດປູກຝັງທັນສະໄໝ, ສະອາດ, ປອດໄພ, ໃສ່ໃຈຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງ.
ການເຊັນສັນຍາ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ ເລກທີ 822/ຈຂ.ຈສ, ວັນທີ 14 ກໍລະກົດ 2025 ວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນສັນຍາສຳປະທານ ໂຄງການປູກກາເຟ, ຖົ່ວລຽນ ແລະ ບູເບີຣີ ຢູ່ບ້ານໜອງແລະ ເມືອງປາກຊ່ອງ ກັບ ບໍລິສັດ ກະສິກຳ ລາວ-ຫວຽດ ຈຳກັດຜູ້ດຽວ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.
ເຂົ້າຮ່ວມ ໃນພິທີເຊັນສັນຍາດັ່ງກ່າວມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການ ກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາຫ້ອງວ່າການແຂວງ, ການນໍາ ແລະ ພະນັກງານວິຊາການຂະແໜງສົ່ງເສີມການລົງທຶນ ເຂົ້າຮ່ວມເປັນສັກຂີພະຍານ.
* ຂ່າວ-ພາບ: ທູນທອງໃຈ (ນັກຂ່າວຈຳປາໃໝ່ ແຂວງຈຳປາສັກ) *