ພິທີມອບ-ຮັບສະຖາບັນ ໂພຊະນາການແຫ່ງຊາດ ທີ່ໄດ້ຮັບ ການຊ່ວຍເຫຼືອການກໍ່ສ້າງຈາກ ສະຫະລັດອະເມລິກາ ໄດ້ຈັດຂຶ້ນມື້ເຊົ້ານີ້ ວັນທີ 14 ພະຈິກ 2019 ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Colin Crosby ອຸປະທູດສະຫະລັດອະເມລິກາ ປະຈໍາ ສປປ ລາວ, ທ່ານພົນຈັດຕະວາ Thomas J. Tickner ຜູ້ບັນຊາການ ພະແນກວິສາວະກອນ ກອງທັບອະ ເມລິກາ ປະຈໍາຂົງເຂດປາຊີຟິກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວໃນພິທີມອບ-ຮັບຕຶກສະຖາ ບັນໂພຊະນາການແຫ່ງຊາດທີ່ມີບາງເນື້ອໃນສຳຄັນວ່າ: ການມອບ-ຮັບຕຶກ ດັ່ງກ່າວເປັນພິທີ ທີ່ມີຄວາມໝາຍ ແລະ ຄວາມສຳຄັນຍິ່ງ ຕໍ່ສາຍສໍາພັນ ແລະ ການຮ່ວມມື ອັນດີໃນວຽກງານສາທາລະນະສຸກ ລະຫວ່າງສອງ ປະເທດ ກໍ່ຄືສາທາລະນະລັດປະຊາທິປະໄຕ ປະຊາຊົນ ລາວ ແລະ ສະຫະລັດອະເມລິກາ. ໜຶ່ງໃນສາມຂອງເດັກນ້ອຍລາວໄດ້ມີການ ຂາດອາຫານ, ລວງສູງບໍ່ໄດ້ມາດຖານ ພ້ອມມີການພັດທະນາການ ທາງດ້ານມັນສະໝອງບໍ່ເຕັມສ່ວນ ອັນກະທົບຕໍ່ການສ້າງສາພັດທະນາໃນ ອະນາຄົດ. ນອກນັ້ນ ແມ່ຍິງ ແລະ ເດັກນ້ອຍລາວ ຍັງມີສະພາວະເປັນເລືອດ ຈາງ ແລະ ຂາດຈຸລະສານອາຫານ, ຊຶ່ງເຮັດໃຫ້ມີການເຈັບເປັນ ແລະ ກະທົບຕໍ່ຄຸນະພາບຊີວິດ, ຍິ່ງໄປກວ່ານັ້ນ ເດັກນ້ອຍ ແລະ ປະຊາຊົນລາວ ຍັງມີ ພາວະໂພຊະນາການເກີນ ທີ່ມີອັດຕາສ່ວນເພີ່ມຂຶ້ນ, ເຊິ່ງຈະນໍາໄປສູ່ ການເຈັບປ່ວຍ ເປັນພະຍາດເບົາຫວານ, ຫົວໃຈເສັ້ນເລືອດ, ຄວາມ ດັນເລືອດສູງ ແລະ ມະເຮັງ ອັນໄດ້ເຮັດໃຫ້ເສຍຊັບສິນ ແລະ ຊີວິດ.
ທ່ານ ຮສ. ດຣ ບຸນກອງ ສີຫາວົງ ໄດ້ກ່າວຕື່ມວ່າ : ການຊ່ວຍເຫຼືອ ກໍ່ສ້າງຕຶກສະຖາບັນໂພຊະນາການແຫ່ງຊາດແຫ່ງນີ້ເປັນສັນຍາລັກການຮ່ວມມືທີ່ສຳຄັນ ຂອງ ລັດຖະບານ ແລະ ປະຊາຊົນອະເມລິກາ ກັບລັດຖະບານ ແລະ ປະຊາຊົນລາວ ອັນເປັນປະຫວັດສາດໃນ ວຽກໂພຊະນາການຂອງ ສປປ ລາວ ທີ່ບໍ່ເຄີຍມີມາກ່ອນ ເປັນການຊ່ວຍເຫຼືອ ທີ່ຕອບສະໜອງກັບ ຄວາມຈໍາເປັນ ແລະ ຄວາມ ຮຽກຮ້ອງຕ້ອງການຂອງ ສປປ ລາວ ປຽບສະເໝືອນຂອງຂວັນອັນລໍ້າຄ່າ ຕໍ່ຂະແໜງການສາ ທາລະນະສຸກ ແລະ ປະຊາຊົນລາວ ແລະ ຈະເປັນແຫ່ງດຽວທີ່ຈະປະກອບ ສ່ວນໃນການຈັດຕັ້ງປະຕິບັດ ດຳເນີນການຄົ້ນຄວ້າ ການພັດທະນາບຸກ ຄະລາກອນ, ການບໍລິການ ການສົ່ງເສີມ ແລະ ການແກ້ໄຂ ບັນຫາ ໂພຊະນາການ ໃນ ສປປ ລາວ ພ້ອມທັງ ເສີມຂະຫຍາຍການພົວ ພັນປະສານງານພາຍໃນປະເທດ ການເຊື່ອມໂຍງກັບພາກພຶ້ນ ແລະ ສາກົນ ໃນວຽກໂພຊະນາການ.
ຂ່າວ: ສົມພາວັນ
ພາບ: ເພັດໂພໄຊ
