Vientiane Times Lao
ເສຍຊີວິດ 4 ຄົນ, ສູນຫາຍ 4 ຄົນ ແລະ ບາດເຈັບ 6 ຄົນ ຈາກພາຍຸໝູນເຂດຮ້ອນ ວິພາ

ເສຍຊີວິດ 4 ຄົນ, ສູນຫາຍ 4 ຄົນ ແລະ ບາດເຈັບ 6 ຄົນ ຈາກພາຍຸໝູນເຂດຮ້ອນ ວິພາ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ລາຍງານຜົນກະທົບຈາກພາຍຸໝູນເຂດຮ້ອນ ວິພາໃຫ້ຮູ້ວ່າ: ມີຜູ້ເສຍຊີວິດ 4 ຄົນຢູ່ແຂວງຊຽງຂວາງ 1 ຄົນ ແລະ ແຂວງຫຼວງພະບາງ 3 ຄົນ, ສູນຫາຍ 4 ຄົນ ຢູ່ແຂວງຫົວພັນ ແລະ ບາດເຈັບ 6 ຄົນ ທີ່ເກິດຈາກພາຍຸໝູນເຂດຮ້ອນ ວິພາ.

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ຜົນກະທົບເບື້ອງຕົ້ນຈາກ ພາຍຸດັ່ງກ່າວ ມີເມືອງທີ່ໄດ້ຮັບຜົນກະທົບທັງໝົດ 34 ເມືອງ, 262 ບ້ານ, ເກືອບ 15 ພັນຄອບຄົວ, ເຮືອນເສຍຫາຍ 2.249 ຫຼັງ. ໃນນັ້ນ, ເສຍຫາຍ 100% ຈໍານວນ 183 ຫຼັງ; ເນື້ອທີ່ທໍາການຜະລິດເສຍຫາຍ ເກືອບ 2 ພັນເຮັກຕາ, ຕາຂ່າຍໄຟຟ້າ 1 ຈຸດ, ໂຮງຮຽນ 5 ແຫ່ງ, ສັດລ້ຽງ 25 ໂຕ, ເສັ້ນທາງເສຍຫາຍ 47 ແຫ່ງ, ຂົວ 5 ແຫ່ງ, ຊົນລະປະທານ 2 ແຫ່ງ, ສຸຂາພິບານ 17 ແຫ່ງ, ຮ້ານຄ້າ, ພາຫະນະ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ

Related Articles

Leave a Reply