ພະແນກກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ອອກແຈ້ງການໃນວັນທີ 25 ກໍລະກົດ 2025 ຜ່ານມານີ້ ວ່າ: ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ນັກທຸລະກິດ ພາຍໃນ ແລະ ຊາວຕ່າງປະເທດ ເກັບກູ້ ແລະ ຊື້-ຂາຍ ສັດປ່າ, ດັກຈັບນົກທຸກຊະນິດ ແລະ ສັດ ຢູ່ໃຕ້ດິນ (ຂີ້ກະເດືອນ) ຢູ່ຕາມທໍາມະຊາດ ເພື່ອລ້ຽງເປັນທຸລະກິດ ຢ່າງເດັດຂາດ.
ໂດຍປະຕິບັດຕາມກົດໝາຍ ສັດປ່າ ສະບັບເລກທີ 42/ ສພຂ ລົງວັນ ທີ 17 ກໍລະກົດ 2023, ໃນມາດຕາທີ 61 ວ່າດ້ວຍ ຂໍ້ຫ້າມທົ່ວໄປ ບໍ່ໃຫ້ໃຊ້ເຄື່ອງມືລັກສະນະຈັບແບບດັບສູນ ເຊັ່ນ: ນໍາໃຊ້ ລະເບີດ, ທາດເຄມີ, ທາດເບື່ອ, ໄຟຟ້າຊອດ, ສຽງ, ແສງ, ຄື້ນ ແລະ ອື່ນໆ.
ຖ້າຫາກ ບຸກຄົນ ຫຼື ບໍລິສັດ ທີ່ຢາກເກັບກູ້ ແລະ ຊື້-ຂາຍ ຫຼື ລ້ຽງ ສັດປ່າ, ປະເພດນົກທຸກຊະນິດ ແລະ ສັດປ່າ ປະເພດ ທີ່ກົດໝາຍ ສາມາດອະນຸຍາດໄດ້, ຢູ່ຕາມທໍາມະຊາດ ເພື່ອເປັນທຸລະກິດ ແມ່ນຕ້ອງໄດ້ເຮັດໜັງສືສະເໜີ ເຖິງພະແນກ ກະສິກໍາ ແລະ ປ່າໄມ້ (ຂະແໜງປ່າໄມ້) ເພື່ອລົງສໍາຫຼວດ ແລະ ເກັບກໍາຂໍ້ມູນສຶກສາຄວາມເປັນໄປ ໄດ້, ໂດຍຮັບປະກັນ ບໍ່ໃຫ້ມີຜົນກະທົບ ຕໍ່ລະບົບນິເວດ ທາງທໍາມະຊາດ ແລະ ຕ້ອງໄດ້ຮັບອະນຸຍາດ ຈາກພະແນກກະສິກໍາ ແລະ ປ່າໄມ້ ຈື່ງສາມາດຈັດຕັ້ງປະຕິບັດໄດ້, ຊຶ່ງມີລາຍລະອຽດແຈ້ງການ ດັ່ງລຸ່ມນີ້:
