ລັດຖະບານເລີ່ມໂຄງການສາຍສົ່ງໄຟຟ້າ 500 kV

ລັດຖະບານເລີ່ມໂຄງການສາຍສົ່ງໄຟຟ້າ 500 kV

ລັດຖະບານລາວໄດ້ມີການອະນຸຍາດໃຫ້ບໍລິສັດສາຍສົ່ງໄຟຟ້າ ແຫ່ງຊາດລາວເລີ່ມໂຄງການຕາຂ່າຍສາຍສົ່ງ ແຫ່ງຊາດ (ເພີ່ມເຕີມ)ສໍາລັບໂຄງການສາຍສົ່ງເຊື່ອມຕໍ່500 ກິໂລໂວນ (kV) ໃນວັນທີ 28 ພຶດສະພາ 2026 ທີ່ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ ຕາງໜ້າລັດຖະບານ ສປປ ລາວ ໄດ້ມີພິທີລົງນາມ ໃນສັນຍາສຳປະທານ ໂຄງການຕາຂ່າຍສາຍສົ່ງແຫ່ງຊາດ(ເພີ່ມເຕີມ) ສໍາລັບໂຄງການສາຍສົ່ງເຊື່ອມຕໍ່ 500 ກິໂລໂວນ(kV) ລາວ-ຈີນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພິໄລທອງ ຈິດມະນີ, ຮອງປະທານຄະນະກຳມະການປົກຄອງແຂວງ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ  ຫຼິນລຸ້ຍ ປະທານໃຫຍ່ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ກ່າວວ່າ: ໂຄງການ EDL-T ແມ່ນໂຄງການທີ່ມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ ແລະ ມີບົດບາດເປັນແບບຢ່າງທີ່ພົ້ນເດັ່ນ ແລະ ເປັນ ໂຄງການຈຸດສຸມໃນການລົງເລິກການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.

ປັດຈຸບັນ, EDL-T ໄດ້ດຳເນີນງານຢ່າງສະຖຽນລະ ພາບ ມາເປັນເວລາ 2 ປີກວ່າ ເຊິ່ງວຽກງານໃນແຕ່ລະ ດ້ານ ແມ່ນມີຄວາມຄືບໜ້າຢ່າງເດັ່ນຊັດ:

ການກໍ່ສ້າງໂຄງການຂະໜາດໃຫຍ່ໄດ້ຮັບການຊຸກຍູ້ ຢ່າງກ້າວກະໂດດ. ໃນວັນທີ 20 ຂອງເດືອນຜ່ານມາ, ໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV) ລາວ-ຈີນ ໄດ້ເປີດດຳເນີນງານ ແລະ ເຊື່ອມຕໍ່ລະບົບ ໄຟຟ້າຢ່າງເປັນທາງການ, ເຮັດໃຫ້ຄວາມສາມາດໃນການສົ່ງຈ່າຍໄຟຟ້າ ສອງທິດທາງລະຫວ່າງ ລາວ-ຈີນ ເພີ່ມຂຶ້ນຈາກ 50 ເມກາວັດ (MW) ເປັນ 1,500 ເມກາວັດ (MW), ແລະ ສາມາດສົ່ງຈ່າຍພະລັງງານສະອາດໄດ້ປະມານ 3 ຕື້ກິໂລວັດໂມງ (kWh) ຕໍ່ປີ. ພ້ອມດຽວກັນນັ້ນ, ໂຄງການສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ (kV) ຢູ່ທ່າວຽງ ແລະ ມະຫາໄຊ ກໍກຳລັງໄດ້ຮັບການ ຈັດຕັ້ງປະຕິບັດຢ່າງສະໝໍ່າສະເໝີຕາມແຜນການ ເຊິ່ງເມື່ອໂຄງການດັ່ງກ່າວສຳເລັດຈະຊ່ວຍຮັດແໜ້ນ ໂຄງສ້າງຕາຂ່າຍໄຟຟ້າແຕ່ພາກເໜືອຫາພາກກາງ ຂອງລາວໃຫ້ມີຄວາມແຂງແຮງ, ສາມາດຕອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າໃນການພັດທະນາເສດຖະກິດພາຍໃນປະເທດລາວຢ່າງມີປະສິດທິຜົນ. ລະດັບການບໍລິຫານ ແລະ ບຳລຸງຮັກສາ ຕາໜ່າງໄຟຟ້າໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ພວກເຮົາໄດ້ປັບປຸງຮູບແບບການບຳລຸງຮັກສາ ຕາຂ່າຍ ໄຟຟ້າຢ່າງຕໍ່ເນື່ອງ, ໂດຍຫັນປ່ຽນຢ່າງວ່ອງໄວຈາກ “ການສ້ອມແປງແບບຕັ້ງຮັບ” ມາເປັນ “ການບໍລິຫານແບບບຸກທະລຸ+ ການປ້ອງກັນ ແລະ ຄວບຄຸມແບບຊັດເຈນ” ແລະ ຍົກລະດັບຮອບດ້ານ. ການນຳໃຊ້ “ໂດຣນ(UAV)+ລະບົບກວດສອບ ອອນໄລນ໌” ຢ່າງກວ້າງຂວາງ ໄດ້ເຮັດໃຫ້ການສ້າງ ແບບຈຳລອງ  3 ມິຕິ(3DModeling) ແລະ ການ ກວດກາແບບລະອຽດທົ່ວເຖິງ, ສົ່ງຜົນໃຫ້ອັດຕາການ ກວດພົບຈຸດບົກຜ່ອງຂອງສາຍສົ່ງເພີ່ມຂຶ້ນເປັນ 100%,  ອັດຕາຄວາມຖືກຕ້ອງຂອງລະບົບປ້ອງກັນ(RelayProtection) ສູງເຖິງ 95.93%, ຕົວຊີ້ວັດການຕັດກະແສໄຟຟ້າ(Trip)ຂອງສາຍສົ່ງຫຼຸດລົງ 38.9% ເມື່ອທຽບໃສ່ໄລຍະດຽວກັນ,ຈຳນວນຄັ້ງຂອງເຫດການໄຟດັບເປັນ

ບໍລິເວນກວ້າງຫຼຸດລົງຢ່າງຫຼວງຫຼາຍ, ເຮັດໃຫ້ຄວາມສາມາດໃນການຄໍ້າປະກັນຄວາມປອດໄພຂອງການສະໜອງໄຟຟ້າ ໃຫ້ແກ່ທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ໃນປີ 2025, ຈຳນວນຄັ້ງຂອງໄຟດັບຢູ່ສະຖານີຈ່າຍໄຟ (Traction Substation) ແລະ ສາຍສົ່ງໄຟຟ້າ ຂອງທາງລົດໄຟ ລາວ-ຈີນ ຊ້ວງລາວ ໄດ້ຫຼຸດລົງຢ່າງຫຼວງຫຼາຍເຖິງ 83% ແລະ 63% ຕາມລໍາດັບ, ເຊິ່ງຖືເປັນສະຖິຕິທີ່ດີທີ່ສຸດໃນປະຫວັດສາດ.

ວຽກງານສະຫວັດດີການສັງຄົມ ແລະ ການອົບຮົມການສຶກສາໄດ້ຮັບຜົນສຳເລັດຢ່າງໝັ້ນຄົງ. ຄຽງຄູ່ກັບໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV), ພວກເຮົາໄດ້ບໍລິຈາກທຶນກໍ່ສ້າງໂຮງຮຽນປະຖົມບ້ານນ້ຳຄຳເມືອງນາໝໍ້ແຂວງອຸດົມໄຊ, ນອກຈາກນີ້, ຍັງໄດ້ບໍລິຈາກ “ຫ້ອງສະໝຸດ ສາຍຕາຂ່າຍພາກໃຕ້ຄວາມຮູ້ (CSG ZhiXing Book House)” ຈຳນວນ 5 ແຫ່ງໃນຫຼາຍແຂວງ/ ນະຄອນ ແລະ ໄດ້ຈັດກິດຈະກຳຮັກການອ່ານຫຼາຍຄັ້ງ, ເພື່ອຮ່ວມແຮງເຂົ້າໃນວຽກງານການສຶກສາຂັ້ນພື້ນຖານຂອງ ສປປ ລາວ. ພວກເຮົາໄດ້ເປັນເຈົ້າການສ້າງຕັ້ງ”ຫ້ອງທົດລອງຮ່ວມເຕັກໂນໂລຊີໄຟຟ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ(ສາຂາລາວ)”, ຮ່ວມມືກັບມະຫາວິທະຍາໄລຊົງຊິງ(Chongqing University) ແລະ ມະຫາວິທະຍາໄລແຫ່ງຊາດລາວໃນການສ້າງຕັ້ງ ແລະ ບຳລຸງສ້າງວິສະວະກອນດີເດັ່ນ, ສ້າງຮູບແບບການຮ່ວມມືແບບ”ການຜະລິດ-ການສຶກສາ-ການຄົ້ນຄວ້າ”; ພ້ອມທັງຮ່ວມກັບ EDL ສ້າງຕັ້ງ ເວທີ ພັດທະນາບຸກຄະລາກອນ”ພັນທະມິດຊ່າງຝີມື”, ເຊິ່ງມີສຳມະນາກອນຈາກ EDL ຈົບການອົບຮົມ ແລ້ວ 4 ຊຸດຈຳນວນ 46 ທ່ານ ແລະ ໄດ້ຈັດການອົບຮົມດ້ານ ເຕັກນິກ ແລະ ທັກສະໄຟຟ້າໃຫ້ແກ່ບຸກຄະລາກອນ ລວມທັງໝົດຫຼາຍກວ່າ 1,600 ຄົນ.

ທ່ານກ່າວວ່າ: ໃນອະນາຄົດ, EDL-Tຈະສືບຕໍ່ພາຍໃຕ້ ການຊີ້ນຳ ແລະ ສະໜັບສະໜູນຈາກລັດຖະບານລາວ, ລົງເລິກການຮ່ວມມືຍຸດທະສາດກັບທຸກໆຝ່າຍ, ເພື່ອ ຮ່ວມກັນຊຸກຍູ້ການຫັນປ່ຽນດ້ານພະລັງງານ ແລະ ການພັດທະນາເສດຖະກິດຂອງລາວ. ພວກເຮົາຈະສຸມໃສ່ວຽກງານຈຸດສຸມໃນດ້ານຕ່າງໆ ດັ່ງນີ້:

ສືບຕໍ່ເອົາໃຈໃສ່ບໍລິຫານ ແລະ ດຳເນີນງານ ໂຄງການເຊື່ອມໂຍງລະບົບໄຟຟ້າ 500 ກິໂລໂວນ(kV)ລາວ-ຈີນໃຫ້ດີ, ຮັບປະກັນການດຳເນີນງານທີ່ມີຄວາມປອດໄພ ແລະ ສະຖຽນລະພາບ, ຍົກສູງປະສິດທິຜົນຂອງການສົ່ງຈ່າຍໄຟຟ້າ, ເພື່ອສະໜັບສະໜູນການພັດທະນາ ພະລັງງານທົດແທນຢູ່ພາກເໜືອ ຂອງລາວ.

ເລັ່ງຊຸກຍູ້ການກໍ່ສ້າງໂຄງການຈຸດສຸມຂອງຕາຂ່າຍໄຟຟ້າຫຼັກຢ່າງໝັ້ນຄົງ, ຮັບປະກັນໃຫ້ໂຄງການສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ(kV) ມະຫາໄຊ ສາມາດເປີດດຳເນີນງານໄດ້ກ່ອນລະດູຝົນໃນປີ 2027 ແລະ ສະໜອງ ແຫຼ່ງພະລັງງານໄຟຟ້າອັນໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ.

ລົງເລິກວຽກງານສະຫວັດດິການສັງຄົມ ແລະ ການສ້າງບຸກຄະລາກອນທ້ອງຖິ່ນຢ່າງຕໍ່ເນື່ອງ, ໂດຍອາໄສຫ້ອງທົດລອງຮ່ວມເຕັກໂນໂລຊີໄຟຟ້າແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ເວທີບຸກຄະລາກອນ”ພັນທະມິດຊ່າງຝີມື”, ເພື່ອຍົກສູງການອົບຮົມທັກສະເຕັກນິກໄຟຟ້າ, ວາງຮາກຖານດ້ານບຸກຄະລາກອນໃຫ້ແກ່ການພັດທະນາຂະແໜງໄຟຟ້າ ຂອງລາວທີ່ມີຄຸນນະພາບສູງ.

ການລົງນາມໃນສັນຍາເພີ່ມເຕີມ CA ໃນມື້ນີ້, ບໍ່ພຽງແຕ່ເປັນການຮັດແໜ້ນ ແລະ ລົງເລິກໝາກຜົນ ຂອງການຮ່ວມມືໃນໄລຍະຜ່ານມາເທົ່ານັ້ນ, ແຕ່ຍັງເປັນການຄໍ້າປະກັນອັນສຳຄັນ ໃນການຊຸກຍູ້ໃຫ້ EDL-T ດຳເນີນງານຢ່າງຖືກຕ້ອງ ຕາມກົດໝາຍ,  ສອດຄ່ອງກັບລະບຽບການ ແລະ ມີປະສິດທິພາບສູງ ພວກເຮົາຈະຖືເອົາການລົງນາມໃນມື້ນີ້ເປັນຈຸດເລີ່ມຕົ້ນໃໝ່ດ້ວຍທັດສະນະຄະຕິທີ່ແທດເຖິງຕົວຈິງ ແລະ ການເຮັດວຽກທີ່ໜັກແໜ້ນ, ເພື່ອຊຸກຍູ້ການຮ່ວມມືດ້ານໄຟຟ້າ ລາວ-ຈີນ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ ແລະ ຮ່ວມແຮງຂອງ EDL-T ເຂົ້າໃນການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

Related Articles

Leave a Reply