ບໍລິສັດ ຊີເອສຊີ ຄອມເພລັກ ເຊັນເຕີ ຈຳກັດຜູ້ດຽວ (CSC Complex Center Sole Co., Ltd.) ໄດ້ຈັດງານສະຫຼອງຄົບຮອບ 10 ປີ ເມື່ອທ້າຍເດືອນທີ່ຜ່ານມາ ທີ່ ນະຄອນຫຼວງວຽງຈັນ.
ງານສະເຫລີມສະຫຼອງດັ່ງກ່າວ ເປັນການສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຕະຫຼອດ 1 ທົດສະວັດ ຂອງຮ້ານຂາຍເຫຼັກຂະໜາດນ້ອຍໃນເມື່ອກ່ອນ ຈົນກາຍມາເປັນໜຶ່ງໃນຮ້ານຂາຍວັດສະດຸກໍ່ສ້າງທີ່ທັນສະໄໝທີ່ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າພາຍໃນຢ່າງກວ້າງຂວາງໃນປະຈຸບັນນີ້.









ພາຍໃນງານສະເຫລີມຫຼອງຄົບຮອບ 10 ປີ ທີ່ນະຄອນຫຼວງວຽງຈັນໃນທ້າຍເດືອນກຸມພາທີ່ຜ່ານມາ, ມີບັນດາແຂກຖືກເຊີນຈາກພາກລັດ ແລະ ເອກະຊົນ, ຄູ່ຮ່ວມທຸລະກິດ ແລະ ພະນັກງານຂອງບໍລິສັດເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ດາລັດ ພົມມະນີ ຜູ້ອຳນວຍການບໍລິສັດ ຊີເອສຊີ ຄອມເພລັກ ເຊັນເຕີ ຈຳກັດຜູ້ດຽວ ກ່າວວ່າ: ບໍລິສັດເລີ່ມຕົ້ນຈາກຮ້ານຂາຍເຫຼັກຂະໜາດນ້ອຍຂອງຄອບຄົວ ກ່ອນຈະພັດທະນາກາຍເປັນສູນວັດສະດຸກໍ່ສ້າງທີ່ທັນສະໄໝ.
ໃນປີ 2012, ບໍລິສັດ ຊີເອສຊີ ໄດ້ມີວິໄສທັດທີ່ຈະຍົກລະດັບການຄ້າແບບຄອບຄົວ ໃຫ້ກາຍເປັນຮູບແບບ “Modern Trade” ທີ່ທັນສະໄໝ ແລະ ມີມາດຕະຖານ.
ດ້ວຍເຫດນີ້, ການກໍ່ສ້າງສະຖານທີ່ຂະໜາດໃຫຍ່ແຫ່ງທໍາອິດໄດ້ເລີ່ມຕົ້ນໃນປີ 2014 ແລະ ເປີດໃຫ້ບໍລິການຢ່າງເປັນທາງການໃນປີ 2016 ພາຍໃຕ້ຄຳຂວັນທີ່ວ່າ: “ອານາຈັກວັດສະດຸກໍ່ສ້າງ ເພື່ອປະຊາຊົນລາວ: ເອົາໃຈໃສ່, ຄົບວົງຈອນ ແລະ ລາຄາທີ່ເຂົ້າເຖິງໄດ້”.
ບໍລິສັດມີຄວາມພາກພູມໃຈທີ່ເປັນໜຶ່ງໃນຫ້າງຮ້ານແບບ “Modern Trade” ທີ່ທັນສະໄໝແຫ່ງທຳອິດທີ່ຮັບໃຊ້ປະຊາຊົນຢູ່ 4 ແຂວງພາກໃຕ້ຂອງລາວ.
ເພື່ອຂະຫຍາຍການບໍລິການ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນ, ໃນປີ 2018 ບໍລິສັດໄດ້ ເປີດສາຂາທີ 2 ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ສາຂາທີ 3 ຢູ່ນະຄອນຫຼວງວຽງຈັນໃນ ປີ 2019.
ປະຈຸບັນນີ້, ບໍລິສັດ ກຳລັງດຳເນີນການກໍ່ສ້າງສາຂາທີ 4 ເຊິ່ງມີທີ່ຕັ້ງ ຢູ່ ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຄາດວ່າຈະສຳເລັດໃນປີ 2027.
ທ່ານ ນາງ ດາລັດ ກໍໄດ້ກ່າວວ່າ: ການຂະຫຍາຍຕົວຂອງກິດຈະການເລີ່ມຈາກມີພະນັກງານພຽງ 3 ຄົນໃນຕອນເລີ່ມຕົ້ນ, ປັດຈຸບັນບໍລິສັດມີພະນັກງານຫຼາຍກວ່າ 700 ຄົນ.
“ນີ້ບໍ່ພຽງແຕ່ເປັນການສ້າງວຽກເຮັດງານທຳ ແຕ່ຍັງເປັນການສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ຫຼາຍຮ້ອຍຄອບຄົວ ແລະ ສະແດງໃຫ້ເຫັນວ່າທຸລະກິດທີ່ເປັນຂອງຄົນລາວສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້,” ທ່ານ ນາງ ດາລັດ ໄດ້ກ່າວເພີ່ມຕື່ມ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ດາລັດ ຍັງໄດ້ເວົ້າອີກວ່າ: ຕະຫຼອດໄລຍະ 1 ທົດສະວັດ, ບໍລິສັດໄດ້ຜ່ານຜ່າສິ່ງທ້າທາຍຕ່າງໆ ບໍ່ວ່າຈະເປັນຄວາມຜັນຜວນທາງດ້ານເສດຖະກິດ, ພຶດຕິກຳຜູ້ບໍລິໂພກທີ່ປ່ຽນແປງ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ດ້ວຍຄວາມສາມັກຄີຂອງພະນັກງານ, ຄວາມໄວ້ວາງໃຈຈາກລູກຄ້າ ແລະ ຄູ່ຮ່ວມທຸລະກິດ ລວມເຖິງການສະໜັບສະໜູນຈາກນະໂຍບາຍຂອງລັດຖະບານ ໄດ້ເຮັດໃຫ້ບໍລິສັດຜ່ານຜ່າອຸປະສັກເຫຼົ່ານີ້ມາໄດ້.
ເປົ້າໝາຍໃນອະນາຄົດ, ບໍລິສັດຈະໄດ້ແນໃສ່ການເສີມສ້າງບົດບາດການເປັນຜູ້ນຳໃນຂະແໜງການຄ້າວັດສະດຸກໍ່ສ້າງທີ່ທັນສະໄໝ, ຂະຫຍາຍການນຳເຂົ້າຜະລິດຕະພັນກໍ່ສ້າງ ແລະ ຕົກແຕ່ງຈາກຕະຫຼາດສາກົນ.
ດ້ວຍຄວາມມຸ່ງໝັ້ນຢ່າງບໍ່ຢຸດຢັ້ງ, ບໍລິສັດຈະຍົກລະດັບການພັດທະນາລະບົບການຂາຍ OFFLINE ເຊື່ອມກັບລະບົບ ONLINE ເຂົ້າຫາກັນເພື່ອຕອບສະໜອງຄວາມຕ້ອງການ ຂອງລູກຄ້າ ໃຫ້ສາມາດເຂົ້າເຖິງສິນຄ້າໄດ້ງ່າຍ ສ້າງຄວາມສະດວກສະບາຍ ໃຫ້ແກ່ລູກຄ້າພ້ອມທັງຍົກລະດັບ ພັດທະນາການຂາຍ ປ່ຽນຈາກການຂາຍສິນຄ້າມາເປັນທີ່ປືກສາດ້ານທີ່ຢູ່ອາໄສ.
ພ້ອມດຽວກັນນີ້, ບໍລິສັດຍັງຄົງມຸ່ງໝັ້ນໃນການພັດທະນາບຸກຄະລາກອນເພື່ອສົ່ງເສີມການເຕີບໂຕແບບຍືນຍົງຄຽງຄູ່ກັບ ການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ ໂດຍມີເປົ້າໝາຍທີ່ຈະສ້າງຄຸນຄ່າໃຫ້ແກ່ສັງຄົມລາວໃນປີຕໍ່ໜ້າ.

