ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີວັນຊົນລະປະທານແຫ່ງຊາດວັນທີ 3 ພະຈິກ, ວັນສັກຢາກັນພະຍາດສັດແຫ່ງຊາດວັນທີ 11 ພະຈິກ ແລະ ວັນເປີດຂະບວນ ການຜະລິດລະດູແລ້ງວັນທີ 15 ພະຈິກ ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ ໃນມື້ວັນທີ 13 ພະຈິກ 2019 ນີ້, ຢູ່ທີ່ວັດບ້ານດົງ ໂດຍການເຂົ້າຮ່ວມຂອງທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໂຂງ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ, ອົງການປົກຄອງບ້ານດົງ ແລະ ພໍ່ແມ່ປະຊາ ຊົນພາຍໃນບ້ານເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ຄຳພອນ ພົມໂສພາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໂຂງ ໄດ້ຮູ້ວ່າ: ສົກປີ 2019 ເມືອງໂຂງມີແຜນປູກເຂົ້ານາປີທັງໝົດ 16 ພັນກວ່າເຮັກຕາ, ຄາດຄະເນສະມັດຕະພາບ 67.300 ກວ່າໂຕນ, ແຕ່ສາມາດປັກດຳຕົວຈິງໄດ້ 13 ພັນກວ່າເຮັກຕາ ຫຼືເທົ່າກັບ 81% ຂອງແຜນການປີ. ນອກຈາກປະຊາຊົນຈະສຸມ ໃສ່ການຜະລິດເຂົ້ານາປີແລ້ວ ຍັງໄດ້ມີການປູກພືດສຳຮອງເປັນຕົ້ນ: ສາລີ, ຜັກຊະ ນິດຕ່າງໆ, ໝາກເຜັດ, ໝາກເຂືອ, ແລະ ພືດລົ້ມລຸກຊະນິດຕ່າງໆຕື່ມອີກ. ນອກຈາກແຜນປູກເຂົ້ານາປີແລ້ວ ທົ່ວເມືອງກໍ໋ມີແຜນປູກພືດລະດູຝົນທັງໝົດ 1.500 ກວ່າເຮັກຕາ, ປະຕິບັດໄດ້ຕົວຈິງ 1,400 ກວ່າເຮັກຕາ ຫຼືເທົ່າກັບ 91,98% ຂອງແຜນການປີ. ສຳລັບການກະກຽມໃສ່ການຜະລິດລະດູແລ້ງສົກປີ 2019-2020 ທົ່ວເມືອງມີແຜນປູກເຂົ້ານາແຊງໃນເນື້ອທັງໝົດ 1 ພັນກວ່າເຮັກຕາ ແລະ ແຜນ ປູກພືດລະດູແລ້ງຕື່ມອີກ 1,700 ກວ່າເຮັກຕາ, ສຳລັບພືດລະດູແລ້ງທີ່່ພໍ່ແມ່ ປະຊາຊົນຈະສຸມໃສ່ລົງມືປູກມີ: ຢາສູບ, ສາລີ, ໝາກໂມ, ໝາກແຕງ ແລະ ພືດຜັກຊະນິດຕ່າງໆ. ທ່ົ່ວເມືອງມີຊົນລະປະທານທັງໝົດ 32 ໂຄງການ ແລະ ສາມາດນຳໃຊ້ໄດ້ 26 ໂຄງການ, ນຳໃຊ້ຈັກສູບນ້ຳຂອງປະຊາຊົນຈຳນວນ 140 ກວ່າເຄື່ອງ, ຄາດຄະເນຈະສາມາດຕອບສະໜອງນ້ຳໃຫ້ພຽງກັບເນື້ອທີ່ແຜນ ການປູກເຂົ້ານາແຊງ.
ໂອກາດນີ້ ທ່ານ ສະນັ່ນ ສີພາພົມມະຈັນ ເຈົ້າເມືອງໂຂງ ຍັງໄດ້ຮຽກຮ້ອງມາຍັງ ອໍານາດການປົກຄອງທຸກຂັ້ນ, ການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ຄ້າ ຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງເອົາໃຈໃສ່ເບິ່ງແຍງສັດລ້ຽງ ຂອງຕົນໃຫ້ດີ ໂດຍສະເພາະແມ່ນເອົາສັດຂອງຕົນມາສັກຢາວັກຊິນ ເພື່ອປ້ອງ ກັນພະຍາດໃຫ້ນັບມື້ນັບເພີ່ມຂຶ້ນ, ເຮັດໃຫ້ອັດຕາການເກີດພະຍາດຂອງສັດ ລ້ຽງຫຼຸດລົງ, ຝູງສັດລ້ຽງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສຳລັບພາກສ່ວນທີ່ນໍາໃຊ້ນ້ຳຊົນລະປະທານກໍ່ໃຫ້ໄດ້ຮັບການປັບປຸງ ແລະ ເອົາໃຈໃສ່ປະກອບສ່ວນທຶນຮອນເຂົ້າໃນການປົກປັກຮັກສາຄອງນ້ຳ ແລະ ຈັກສູບນໍ້າແຕ່ລະໂຄງກນໃຫ້ຢູ່ໃນສະພາບປົກກະຕິ ເພື່ອນໍາໃຊ້ໄດ້ຢ່າງຍາວ ແລະ ໃຫ້ມີປະສິດທິຜົນ, ການຜະລິດລະດູແລ້ງໃຫ້ມີການຂະຫຍາຍຕົວທາງດ້ານ ປະລິມານ ແລະ ຄຸນນະພາບໄດ້ຕາມແຜນການທີ່ວາງໄວ້
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ
