Vientiane Times Lao
ປຕທ ແຫ່ງປະເທດໄທ ມີ ປໍ້າຂາຍນໍ້າມັນເຊື້ອໄຟແລ້ວ 17 ປໍ້າຢູ່ລາວ

ປຕທ ແຫ່ງປະເທດໄທ ມີ ປໍ້າຂາຍນໍ້າມັນເຊື້ອໄຟແລ້ວ 17 ປໍ້າຢູ່ລາວ

 ບໍລິສັດ ປີໂຕຮລຽມ ນໍ້າມັນ ແລະ ການຄ້າປລີກ ຈຳກັດ (ປຕທ) ແຫ່ງປະເທດໄທ ສົນໃຈ ຂະຫຍາຍທຸລະກິດ ດ້ານການຕັ້ງປໍ້າຂາຍນ້ຳມັນເຊື້ອໄຟຢູ່ລາວ ຫຼັງຈາກທີ່ມີແລ້ວ 17 ທີ່ເປັນປໍ້ານໍ້າມັນຂອງບໍລິສັດ ແລະ ອີກ 27 ປໍ້າ ເປັນຂອງນັກລົງທຶນເອກກະຊົນລາວ.

ທ່ານ ນາງ ຈິລາພອນ ຂາວສະຫວັດ ປະທານເຈົ້າໜ້າທີ່ຜູ້ບໍລິຫານ ແລະ ອຳນວຍການໃຫ່ຍ ບໍລິສັດ ປຕທ ແຫ່ງປະເທດໄທ ແລະ ຄະນະໄດ້ເຂົ້າພົບທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນບໍ່ດົນມານີ້ ຢູ່ ກະຊວງອຸດສາຫະກຳ ແລະ ການຄ້າ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ.

ຈຸດປະສົງຫຼັກ ຂອງຄະນະບໍລິສັດ ປຕທ ໃນການເຂົ້າພົບປະກັບ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບສະພາບການດຳເນີນທຸລະກິດ ນໍ້າມັນເຊື້ອໄຟ ຂອງ ບໍລິສັດ ປຕທ ຢູ່ ລາວ ແລະ ແຜນຂະຫຍາຍທຸລະກິດຂອງບໍລິສັດໃນອະນາຄົດ.

ຂ່າວ : ວຽງຈັນທາຍ

ພາບ : ປຕທ

Related Articles

Leave a Reply