ເກີດປະກົດການປາຕາຍ ຈໍານວນຫຼາຍ ໃນສາຍນໍ້າເຊໂດນ

ເມື່ອວັນທີ 4​ ພຶດສະພາ​ 2026 ຜ່ານມາ, ພະ​ແນກກະສິກຳ ແລະ ສິ່ງ​ແວດລ້ອມ​ແຂວງຈໍາປາສັກ​ ໄດ້ລາຍງານການເກັບກໍາຂໍ້ມູນສະພາບປາຕາຍ ຢູ່ສາຍນໍາເຊໂດນ​ ເຂດບ້ານນາດ່ານ,​ ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ແຂວງຈໍາປາສັກ​ ວ່າ: ​

ພາຍຫຼັງໄດ້ຮັບແຈ້ງຈາກອົງການປົກຄອງຂັ້ນທ້ອງຖິ່ນ​ ວ່າ: ມີປາຕາຍຢູ່ສາຍນາເຊໂດນ​ ເຂດບ້ານນາດ່ານ,​ ບ້ານນາຂາມ ແລະ ບ້ານຄີລີ ໃນວັນທີ​ 2​ ພຶດສະ​ພາ​ 2026 ຜ່ານມາ,​ ຂະແໜງລ້ຽງສັດ​ ແລະ​ ການປະມົງ​ ພະແນກ​ກະສິກໍາ​ ແລະ​ ສິ່ງ​ແວດລ້ອມ​ແຂວງແຂວງຈໍາປາສັກ​ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກ ແລະ ຫ້ອງການກະສິກຳ-​ ສິ່ງແວດລ້ອມເມືອງຊະນະສົມບູນ ຮ່ວມກັບ ອົງການປົກຄອງບ້ານ ດັ່ງກ່າວ ເຂົ້າຮ່ວມ​ ໄດ້ລົງຕິດຕາມກວດກາສະພາບການຕາຍຂອງປາຕົວຈິງ ເຫັນວ່າປາຕາຍໃນໄລຍະ 2​-3 ວັນຜ່ານມາ, ເຮັດໃຫ້ມີກິ່ນເໝັນ ແລະ​ ນ້ໍາຂຸ້ນ.​

ອີງຕາມຄໍາໃຫ້ການຂອງອົງການປົກຄອງບ້ານ ທີ່ໄດ້ລົງຮ່ວມກັນ ໃຫ້ຂໍ້ມູນວ່າ: ປາເລີ່ມຕາຍ ແຕ່ວັນທີ 28 ເມສາ 2026 ຫາ ວັນທີ 2 ພຶດສະພາ 2026 ໂດຍບໍ່ຮູ້ສາເຫດການຕາຍຂອງປາທີ່ຕາຍຟູຢູ່ຕາມແຄມນໍ້າ​ ໃນເຂດບໍລິເວນ​ 3​ ບ້ານດັ່ງກ່າວ, ໃນບໍລິເວນ 3​ ບ້ານ​ ແລະ ບ້ານໃກ້ຄຽງ ແມ່ນບໍ່ມີໂຮງງານ ອຸດສາຫະກຳ ແລະ ກິດຈະການຕ່າງໆ, ສ່ວນຫຼາຍປະຊາຊົນໃນເຂດດັ່ງກ່າວ ແມ່ນເຮັດກະສິກໍາ ເຊັ່ນ: ປູກເຂົ້າ ແລະ ສວນຄົວຂະໜາດນ້ອຍ.​

ໃນການລົງຕິດຕາມກວດກາ ແລະ ເກັບກໍາຂໍ້ມູນຢູ່ພາກສະໜາມຕົວຈິງຄັ້ງນີ້ ທາງວິຊາການໄດ້ນໍາໃຊ້ເຄື່ອງວັດແທກຄຸນນະພາບນໍ້າຂັ້ນພື້ນຖານ ເປັນຕົ້ນແມ່ນຄວາມເປັນກົດ​-ດ່າງ​,​ ຄ່າຊັກນໍາໄຟຟ້າຂອງນໍ້າ,​ ວັດແທກປະລິມານອອກຊີເຈນທີ່ຈໍາເປັນ,​ ອຸ່ນຫະພູມຂອງນໍ້າ ແລະ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ​.

ຜ່ານຈາກການສັງເກດຄ່າວັດແທກນ້ໍາທັງ​ 3 ຈຸດ ເຫັນວ່າ ຄ່າຄວາມເປັນກົດ​-ດ່າງ​ ທັງ​ 3​ ຈຸດ ແມ່ນຂຶ້ນ​ສູງກວ່າເກນມາດຕະຖານ ສະແດງໃຫ້ເຫັນວ່າ ມີຄວາມເປັນດ່າງສູງຫຼາຍ ເຊິ່ງຄ່າຄວາມເປັນນ້ໍາປົກກະຕິແມ່ນຢູ່ປະມານ 5​-9, ສາເຫດທີ່ຄ່າຄວາມເປັນດ່າງສູງ ອາດເກີດຈາກຫຼາຍປັດໄຈ​ ເຊັ່ນ: ມີສານລະລາຍດ່າງເຂັ້ມຂຸ້ນເຈື່ອປົນ,​ ນໍ້າ ຫຼື​ ສານລະລາຍນັ້ນ ມີສ່ວນປະສົມສານເຄມີທີ່ມີຄວາມເປັນດ່າງສູງ ເຊັ່ນ: ໂຊດຽມໄດຣອກໄຊ (ໂຊດາໄຟ), ແຄຊຽມໄດຣອກໄຊ (ປູນຂາວ) ຫຼື ໂຊດຽມຄາບໍເນດ; ຈາກຂະບວນການທາງເຄມີ/ ອຸດສາຫະກໍາຈາກນ້ໍາເປື້ອນທີ່ບໍ່ໄດ້ຜ່ານການບໍາບັດ ຈາກໂຮງງານ ຫຼືການຟອກຍ້ອມ,​ ອຸນຫະພູມນໍ້າ ຈຸດບ້ານນາຂາມ ແລະ ຈຸດບ້ານຄີລີ ແມ່ນຂ້ອນຂ້າງສູງ ແຕ່ກໍບໍ່ສາມາດເຮັດໃຫ້ປາຕາຍໄດ້ ເພາະວ່າ​ນໍ້າເລິກເປັນບໍລິເວນກວ້າງ,​ ຄ່າວັດແທກປະລິມານອອກຊີເຈນທີ່ຈໍາເປັນ ຕ້ອງໃຊ້ໃນການລະລາຍສານອິນຊີ ດ້ວຍວິທີການທາງເຄມີ ເຫັນວ່າ ຈຸດບ້ານນາດ່ານ ແລະ ຈຸດບ້ານຄີລີ ແມ່ນມີຄ່າຕໍ່າກວ່າ ແລະ ຢູ່ໃນເງື່ອນໄຂປົກກະຕິ, ແຕ່ຈຸດບ້ານນາຂາມ ເຫັນວ່າສູງກວ່າ 120 mg/1 ຫຼື ສູງປະມານ 32.6 mg/1 ແຕ່ກໍບໍ່ສູງເກີນໄປ ຍັງເປັນຄ່າທີ່ຮອງຮັບໄດ້.

ພະແນກກະສິກຳ​ ແລະ​ ສິ່ງ​ແວດລ້ອມ​ແຂວງຈໍາປາສັກ​ ລາຍງານ​ຕື່ມວ່າ: ຜ່ານການກວດກາຕົວຈິງ ເຫັນວ່າ ສະພາບການດັ່ງກ່າວ​ ມີຄວາມ​ສ່ຽງ​ຕໍ່ສຸຂະພາບຂອງຄົນ​ ແລະ​ ສັດ, ດັ່ງນັ້ນ,​ ຄະນະກຳມະການປົກຄອງເມືອງຊະນະສົມບູນ ໄດ້ອອກແຈ້ງການ​ລົງໃນ​ວັນທີ​ 4​ ພຶດສະພາ​ 2026​ ໂດຍແນະນໍາໃຫ້ຄະນະພັກຮາກຖານຕາແສງ, ນາຍບ້ານ ແຈ້ງຕໍ່ພໍ່ແມ່ປະຊາຊົນໃນຂອບເຂດບໍລິເວນດັ່ງກ່າວຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ມາບໍລິໂພກ ຈົນກວ່າເຫດການດັ່ງກ່າວ ຄືນສູ່ສະພາບປົກກະຕິ.​

ປະຈຸບັນ​,​ ພະແນກ​ກະສິກໍາ​ ແລະ​ ສິ່ງ​ແວດລ້ອມ​ແຂວງ​ ຍັງສືບຕໍ່ປະສານສົມທົບກັບ ກົມລ້ຽງສັດ ແລະ​ ການປະມົງ​ ແລະ​ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເພື່ອລົງຕິດຕາມກວດກາ​-​ເກັບຕົວຢ່າງນໍ້າ,​ ປາ ແລະ ສັດນໍ້າ ສົ່ງເຂົ້າໄປວິໄຈ ຢູ່ສູນວິໄຈຂອງສູນກາງ ເພື່ອຢັ້ງຢືນສາເຫດການຕາຍຂອງປາ ໃຫ້ລະອຽດຈະແຈ້ງ​ ເພື່ອແກ້ໄຂໃຫ້ເຫດການດັ່ງກ່າວຄືນສູສະພາບປົກກະຕິ.

ຂ່າວ: ແຂວງຈໍາປາສັກ

Related Articles

Leave a Reply