ເມື່ອມໍ່ໆມານີ້, ຄະນະສະເພາະກິດຂັ້ນສູນກາງ ຮ່ວມກັບຄະນະສະເພາະກິດ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສົມທົບກັບກອງຮ້ອຍທະຫານຊາຍແດນ 222 ໄດ້ກັກຕົວ 8 ຄົນ ທີ່ເຮັດວຽກຢູ່ບໍລິສັດ ຄຳດີ ຖານລັກລອບຂຸດຄຳ ຢູ່ແຄມຫ້ວຍນ້ຳ ບ້ານສາມແຈ ເມືອງໝອກ ແຂວງຊຽງຂວາງ.
8 ຄົນດັ່ງກ່າວ ເປັນແຮງງານສັນຊາດຫວຽດນາມ 6 ຄົນມາຈາກຕາແສງກວາງອວາຍ ນະຄອນຫຼວງຮ່າໂນ້ຍ ແລະ ຕາແສງຕຽນກວາງ ແລະ ຄົນຂັບລົດຈົກ 2 ຄົນເປັນຄົນລາວ.
ນອກນັ້ນ, ເຈົ້າໜ້າທີ່ໄດ້ຢຶດ ລົດຈົກ ໂຄເບ (Kobe) ສີຂຽວ 03 ຄັນ, ລົດກະບະ ໂຕໂຍຕ້າ ວີໂກ້ແຊັມ ສີຂາວດຳ ປ້າຍທະບຽນ ຮລ 6798 ກຳແພງນະຄອນ 01 ຄັນ, ລົດກະບະ ມາດສະດາ (Mazda) ສີປອນເງິນ ປ້າຍທະບຽນ 29K-28062 ຈຳນວນ 01 ຄັນ ແລະ ລົດຈັກ ຮອນດ້າ ເວບ 100 ສີດຳ ບໍ່ມີປ້າຍທະບຽນ 01 ຄັນ, ຈັກດູດນ້ຳ 03 ເຄື່ອງ, ຈັກປັ່ນໄຟຟ້າ 01 ເຄື່ອງ, ຕະແກງດັກຄຳ 02 ເຄື່ອງ, ຜ້າພົມດັກຄຳ 11 ແຜ່ນ, ບັ້ງອົກຊີ 02 ບັ້ງ, ທໍ່ນ້ຳ 03 ໂຄ້ງ.
ອຸປະກອນອື່ນໆ.
ທີ່ມາແຫຼ່ງຂໍ້ມູນ: ຂ່າວເສດຖະກິດສັງຄົມ

