ຊາວລາວບັນດາເຜົ່າ ເຫັນຄວາມສຳຄັນຂອງ ສະພາບການປ່ຽນແປງດິນຟ້າອາກາດ ແລະ ມີສ່ວນ ຮ່ວມໃນການຫຼຸດຜ່ອນບັນຫາໂລກຮ້ອນ

ຊາວລາວບັນດາເຜົ່າ ເຫັນຄວາມສຳຄັນຂອງ ສະພາບການປ່ຽນແປງດິນຟ້າອາກາດ ແລະ ມີສ່ວນ ຮ່ວມໃນການຫຼຸດຜ່ອນບັນຫາໂລກຮ້ອນ

ເນື່ອງໃນໂອກາດ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກໄດ້ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະ ລັດຖະບານ ກໍຄືປວງຊົນທັງຊາດ ໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວເນື່ອງໃນໂອກາດວັນດັ່ງກ່າວ ວ່າ: ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມໃນການຫຼຸດຜ່ອນບັນຫາໂລກຮ້ອນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ ແລະ ຊີວະນາໆພັນ.

ສໍາລັບປີນີ້ ແມ່ນ ສາທາລະນະລັດ ອາແຊກບາຍຊານ (Azerbaijan) ໄດ້ເປັນເຈົ້າພາບຈັດງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ພາຍໃຕ້ຄໍາຂວັນ: “NowForClimate”. ສໍາລັບ ສປປ ລາວ ກໍໄດ້ກໍານົດຄໍາຂວັນ ວັນສິ່ງແວດລ້ອມແຫ່ງຊາດ ຄື: “ເຖິງເວລາແລ້ວ ທີ່ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມອາກາດ ໃຫ້ສົດໃສ ແລະ ສົດຊື່ນ”.

ພີ່ນ້ອງຮ່ວມຊາດທີ່ຮັກແພງ,

ບັນຫາການປ່ຽນແປງດິນຟ້າອາກາດ ບໍ່ແມ່ນສິ່ງໄກໂຕຂອງພວກເຮົາ ຊຶ່ງເປັນໄພຂົ່ມຂູ່ໜຶ່ງທີ່ທ້າທາຍ ແລະ ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຫຼາຍປະເທດໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ. ສາເຫດຕົ້ນຕໍຂອງການປ່ຽນແປງດິນຟ້າອາກາດ ແມ່ນມາຈາກ ການປ່ອຍທາດອາຍເຮືອນແກ້ວເຊັ່ນ: ກາກບອນໄດອອກໄຊ (CO2), ມີເທນ (CH4),ໄນຕຣັດອອກໄຊ (N2O) ແລະ ອື່ນໆທີ່ຖືກປ່ອຍອອກຈາກທຳມະຊາດ ຫຼື ເກີດຂຶ້ນຈາກການກະທຳຂອງມະນຸດ ຂຶ້ນສູ່ຊັ້ນບັນຍາກາດ ທີ່ມາຈາກການເຜົາໄໝ້ນໍ້າມັນເຊື້ອໄຟ, ການປ່ຽນແປງການນໍາໃຊ້ທີ່ດິນ ແລະ ປ່າໄມ້, ການຜະລິດກະສິກຳ, ອຸດສາຫະກຳ, ການຜະລິດ ແລະ ນຳໃຊ້ສານເຄມີ, ການສ້າງ ແລະ ທຳລາຍສິ່ງເສດເຫຼືອທີ່ສົ່ງຜົນເຮັດໃຫ້ອຸນຫະພູມສະເລ່ຍ ເທິງໜ້າໂລກຮ້ອນຂຶ້ນໃນແຕ່ລະປີ ຫຼື ເອີ້ນວ່າ ພາວະໂລກຮ້ອນ (Global Warming) ຊຶ່ງປັດຈຸບັນກາຍມາເປັນພາວະໂລກຮ້ອນແບບຟົດເດືອດ (Global Boiling).

ດັ່ງນັ້ນ, ທົ່ວໂລກໄດ້ຖືເອົາວຽກງານການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດເປັນບັນຫາສໍາຄັນ ຊຶ່ງຕ້ອງໄດ້ແກ້ໄຂຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ມີການຮ່ວມມືຈາກບັນດາປະເທດໃນທົ່ວໂລກ ແລະ ທຸກພາກສ່ວນໃນສັງຄົມ ເພື່ອຄວບຄຸມອຸນຫະພູມສະເລ່ຍຂອງໂລກໃຫ້ຢູ່ໃນລະດັບສູງຂຶ້ນບໍ່ເກີນ 1.5 ອົງສາເຊ. ດ້ວຍເຫດນັ້ນ ຄໍາຂວັນວັນສິ່ງແວດລ້ອມໂລກ ປີນີ້ ຈຶ່ງເອີ້ນວ່າ “NowForClimate” ເປັນການເນັ້ນໜັກໃຫ້ເຫັນເຖິງຄວາມຈໍາເປັນອັນຮີບດ່ວນທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວເປັນຕົ້ນ ການຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອໄຟ, ຫັນໄປສູ່ພະລັງ ງານສະອາດ, ປົກປັກຮັກສາທຳມະຊາດເວົ້າລວມ, ເວົ້າສະເພາະ ກໍແມ່ນການປົກຮັກສາການປົກຫຸ້ມຂອງປ່າໄມ້ ແລະ ຊີວະນາໆພັນ.

ສປປ ລາວເຮົາ ບໍ່ໄດ້ຖືກຈັດເປັນປະເທດທີ່ປ່ອຍທາດອາຍເຮືອນແກ້ວ ແຕ່ປະເທດເຮົາມີຄວາມບອບບາງສູງຕໍ່ການປ່ຽນແປງດິນຟ້າອາກາດ ຊຶ່ງໄດ້ຮັບຜົນກະທົບຮຸນແຮງທາງໄພພິບັດທຳມະຊາດ ເປັນຕົ້ນແມ່ນ ພາຍຸ, ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ໄຟປ່າ ແລະ ອື່ນໆ ອັນສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ໂຄງລ່າງພື້ນຖານ, ພື້ນທີ່ທໍາການຜະລິດ, ຄວາມໝັ້ນຄົງທາງດ້ານອາຫານ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນໄລຍະ 5 ປີຜ່ານມາ, ສປປ ລາວ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດທັງໝົດ 236 ຄັ້ງ. ໃນນີ້, ມີ ນໍ້າຖ້ວມ 141 ຄັ້ງ, ໄຟໄໝ້ 124 ຄັ້ງ, ລົມພາຍຸພັດ 85 ຄັ້ງ, ແຜ່ນດິນໄຫວ 18 ຄັ້ງ, ໄພແຫ້ງແລ້ງ ແລະ ພະຍາດລະບາດ ໂດຍສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດການເປັນຢູ, ການສູນເສຍຊັບສິນ ແລະ ຊີວິດຂອງປະຊາຊົນຈຳນວນຫຼາຍ ຄິດເປັນມູນຄ່າຫຼາຍພັນຕື້ກີບ.

ຕໍ່ສະພາບການດັ່ງກ່າວ, ສປປ ລາວ ເຮົາກໍໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ມີຄວາມພະຍາຍາມສູງ ເພື່ອປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ. ໃນນາມທີ່ ສປປ ລາວ ເປັນພາຄີຂອງສົນທິສັນຍາສາກົນທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC), ອະນຸສັນຍາກຽວໂຕ ວ່າດ້ວຍການຄວບຄຸມການປ່ອຍທາດອາຍເຮືອນແກ້ວ (Kyoto Protocol) ແລະ ສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (Paris Agreement).

ລັດຖະບານ ກໍໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ນິຕິກຳສຳຄັນຕ່າງໆ ໃນການແກ້ໄຂບັນຫາ ຊຶ່ງໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ກໍໄດ້ຈັດຕັ້ງປະຕິບັດສັນຍາປາຣີ ໂດຍກຳນົດຄາດໝາຍສູ້ຊົນຂອງແຜນງານແຫ່ງຊາດ ເພື່ອປະກອບ ສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຫຼື NDC ເພື່ອຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ຊຶ່ງໄດ້ກໍານົດມາດຕະການສໍາຄັນ ເປັນຕົ້ນ ການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2035 ຂອງເນື້ອທີ່ທົ່ວປະເທດ, ເພີ່ມກໍາລັງຕິດຕັ້ງພະລັງງານທົດແທນ ແລະ ພະລັງງານສະອາດ ໃຫ້ໄດ້ 30% ແລະ ເພີ່ມການນໍາໃຊ້ລົດໄຟຟ້າໃຫ້ໄດ້ 30% ໃນປີ 2030.

Related Articles

Leave a Reply