Vientiane Times Lao
ສູນວັດທະນະທຳເດັກ ລົງເຄື່ອນໄຫວຢູ່ໂຮງຮຽນບ້ານອ່າວກາງ

ສູນວັດທະນະທຳເດັກ ລົງເຄື່ອນໄຫວຢູ່ໂຮງຮຽນບ້ານອ່າວກາງ

ສູນວັດທະນະທຳເດັກ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ລົງເຄື່ອນໄຫວ-ຊຸກຍູ້ກິດຈະກຳສຳລັບເດັກ ຢູ່ໂຮງຮຽນປະຖົມສົມບູນ ບ້ານອ່າວກາງ, ເມືອງອະນຸວົງ, ຊຶ່ງບັນດາກິດຈະກຳຕ່າງໆ ລ້ວນໜ້າຕື່ນເຕັ້ນ ເປັນຕົ້ນ: ເລົ່ານິທານ, ປະດິດເຄື່ອງຫຼິ້ນ, ສາຍວິດີໂອ, ຮ້ອງເພງປະກອບທ່າທາງ ແລະ ຫຼິ້ນເກມປະເພດຕ່າງໆ.

ໃນວັນທີ 24 ມິຖຸນາ ຜ່ານມານີ້, ທ່ານ ທົງສະຫວັນ ໂພສະລາດ, ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ໄຊສົມບູນ ພ້ອມດ້ວຍທິມງານສູນວັດທະນະທຳເດັກ ໄດ້ເຂົ້າຮ່ວມກິດຈະກຳສຳລັບເດັກດັ່ງກ່າວ, ຊຶ່ງທ່ານ ໄດ້ປະກອບຄໍາເຫັນວ່າ: ກິດຈະກຳຂອງເດັກຄັ້ງນີ້ ແມ່ນການຊຸກຍູ້ສົ່ງເສີມຂະບວນການຮຽນຮູ້ ຂອງນ້ອງນ້ອຍນັກຮຽນ ກ່ຽວກັບທັກສະດ້ານຕ່າງໆ ໃນການຊອກຮູ້ຮໍ່າຮຽນ ທັງເປັນການປຸກລະດົມຈິດໃຈຫ້າວຫັນ ຂອງນ້ອງນ້ອຍນັກຮຽນ ໃຫ້ເຫັນໄດ້ຄວາມໝາຍ-ຄວາມສຳຄັນ ຂອງການຮຽນຮູ້ ໂດຍນຳໃຊ້ເວລາຫວ່າງໃຫ້ເກີດປະໂຫຍດສູງສຸດ ດ້ວຍການສ້າງບັນດາກິດຈະກຳຕ່າງໆ ໃຫ້ມີແນວຄິດສ້າງສັນ, ເກີດມີຄວາມຮູ້ ໂດຍບໍ່ຈຳແນກສະຖານທີ່  ບໍ່ວ່າຈະຢູ່ເຮືອນ ຫຼື ໂຮງຮຽນ ກໍສາມາດເຮັດໄດ້ສະເໝີ.

ພ້ອມນັ້ນ ກໍເພື່ອເຮັດໃຫ້ນ້ອງນ້ອຍນັກຮຽນ ມີຄວາມມັກຮັກໃນການອ່ານ, ການຂຽນ, ການປາກເວົ້າ, ການຝຶກແອບກິລາ, ສິລະປະ-ວັນນະຄະດີ ປະເພດຕ່າງໆ ທັງສາມາດສະແດງຄວາມຮູ້-ຄວາມສາມາດ ກໍຄືພອນສະຫວັນຂອງຕົນ ອອກສູ່ສາຍຕາສາທາລະນະຊົນ ເພື່ອໃຫ້ເຂົາເຈົ້າເປັນໜໍ່ແໜງຜູ້ສືບທອດມໍລະດົກ ທາງວັດທະນະທຳ ທີ່ເປັນມູນເຊື້ອເອກະລັກ ຂອງແຕ່ລະເຜົ່າ ຫຼື ປະຈຳທ້ອງຖິ່ນ ທີ່ມີລັກສະນະຊາດ ທີ່ປູ່ຍ່າຕາຍາຍ ແລະ ບັນພະບູລຸດ ໄດ້ສ້າງໄວ້ ໃຫ້ລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໄດ້ພ້ອມກັນສືບທອດ ແລະ ປົກປັກຮັກສາ ມູນເຊື້ອວັດທະນະທຳ ອັນເປັນເອກະລັກ ໃຫ້ມີຄວາມຍືນຍົງຄຽງຄູ່ກັບແຕ່ລະເຜົ່າ ຊົ່ວກາລະນານ ຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ລັດເຮົາ.

ຂ່າວ: ພູທອນ ວິນາວົງ

Related Articles

Leave a Reply