ນັກທຸລະກິດສະເໜີບັນຫາຜົນກະທົບຈາກພະຍາດ COVID-19 ເພື່ອໃຫ້ລັດຖະບານແກ້ໄຂ
ບັນດາຜູ້ປະກອບການໃນຫຼາຍແຂວງໄດ້ມີການສະເໜີໃຫ້ລັດຖະບານຫຼຸດພາສີ ແລະ ເລື່ອນການຊຳລະດອກເບ້ຍໃຫ້ແກ່ທະນາຄານ ເນື່ອງຈາກວ່າພວກເຂົາໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກພະຍາດ COVID-19 ທີ່ກຳລັງລະບາດໃນຫຼາຍປະເທດ. ປອ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍວ່າ: ເມື່ອບໍ່ດົນມານີ້ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປືກສາຫາລື ລະຫວ່າງ…