ພົບກໍລະນີຜູ້ສົງໄສທີ່ເປັນພະຍາດ COVID-19 ຢູ່ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2
ເຈົ້າໜ້າທີ່ສາທາລະນະສຸກປະຈໍາດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ໄດ້ແຈ້ງໃຫ້ຮູ້ວ່າ: ມື້ເຊົ້ານີ້ເວລາ 7 ໂມງເຊົ້າ ໄດ້ພົບກໍລະນີຜູ້ສົງໄສທີ່ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ 2019 (COVID-19) ຢູ່ດ່ານດັ່ງກ່າວ ເປັນເພດຍິງທີ່ເດີນທາງມາແຕ່ ບາງກອກ ປະເທດໄທ. ດຣ ຖາວອນ ທູມມະສອນ ເຈົ້າໜ້າທີ່ສາທາລະນະສຸກປະຈໍາດ່ານສາກົນ…