Vientiane Times Lao

ລັດຖະບານໄດ້ເອົາໃສ່ເປັນພິເສດຕໍ່ນັກສຶກສາລາວ ທີ່ເມືອງອູຮັນ

ລັດຖະບານ ກໍ່ຄືກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ສປ ຈີນ ແມ່ນໄດ້ເອົາໃຈໃສ່ເປັນພິເສດຕໍ່ນັກສຶກສາລາວ ທີ່ຍັງຢູ່ເມືອງອູຮັນ ແຂວງ ຫູເປີຍ ໃນການປ້ອງກັນການຕິດພະຍາດ COVID-19. ກະຊວງສຶກສາທິການ ແລະ ກິລາ…

ລົດເມໂດຍສານຫວຽດນາມປີ້ນ ຢູ່ ສປປ ລາວ ເສຍຊີວິດຄາທີ່ 2 ຄົນ

ເກີດເຫດລົດເມໂດຍສານ ຈາກປະເທດຫວຽດນາມ ປີ້ນລົງຂ້າງທາງບໍລິເວນເສັ້ນທາງຫຼວງໃນເຂດເມືອງນາກາຍ ແຂວງຄໍາມ່ວນ ມີຜູ້ເສຍຊີວິດ 2 ຄົນ ໃນມື້ວານນີ້ ວັນທີ 9 ເດືອນ ມີນາ. ທ່ານ ພັນໂທ ສຸລິພົນ ສົມບັດຖາວອນ, ຫົວໜ້າຫ້ອງການຕຳຫຼວດ ປກສ  ແຂວງ ຄໍາມ່ວນ…

ແຂວງ ເຊກອງ ກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019

ສາທາລະນະສຸກ ແຂວງເຊກອງ ໄດ້ມີການຝຶກອົບຮົມໃຫ້ວິຊາການແພດເພື່ອກະກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019. ອີງຕາມແຫຼ່ງຂ່າວຈາກສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: ອາທິດຜ່ານມານີ້ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເຊກອງ ໄດ້ລົງຕິດຕາມຊຸກຍູ້ການກະກຽມຄວາມພ້ອມຂອງ ພະນັກງານໂຮງໝໍແຂວງ ໃນການກະກຽມຄວາມພ້ອມເພື່ອປ້ອງກັນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019. ໃນໂອກາດດຽວກັນນັ້ນ, ທ່ານ ຖາວອນ ກໍ່ໄດ້ຕິດຕາມການສາທິດການສວມໃສ່ຊຸດອຸປະກອນການແພດໃນການປ້ອງກັນພະຍາດດັ່ງກ່າວຈາກທີມແພດໝໍ ທີ່ໄດ້ຮັບການຝຶກອົບຮົມມາແລ້ວ…

ບຸນປີໃໝ່ລາວປີນີ້ ຢູ່ນະຄອນຫຼວງພະບາງ ຈະໃຫຍ່ ຫຼື ນ້ອຍ ຍັງຖ້າຄໍາຕອບຈາກລັດຖະບານ

ການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ 2563 ຢູ່ ນະຄອນຫຼວງພະບາງ ປີນີ້ອາດຈະບໍ່ຄຶກຄື້ນຄືທຸກໆ ປີທີ່ຜ່ານມາຍ້ອນພະຍາດຈຸລະໂລກສາຍພັນໃໝ່ 2019 ກໍາລັງລະບາດຢູ່ຫຼາຍປະເທດໃນທົ່ວໂລກ.  ທ່ານ ໄຊຍະແສງ ພັນທະວົງ ຫົວໜ້າໜ່ວຍງານຄົ້ນຄວ້າວຽກລັດ ຂອງນະຄອນຫຼວງພະບາງ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 10 ມີນາ 2020 ນີ້ ວ່າ:…

ລາວມີແຜນຈະສ້າງເຂື່ອນໄຟຟ້ານໍ້າຂອງຢູ່ຈຸດແຂວງຫຼວງພະບາງ

ການສ້າງເຂື່ອນໄຟຟ້ານໍ້າຂອງຢູ່ແຂວງຫຼວງພະບາງ ຄາດວ່າຈະສ້າງສໍາເລັດໃນປີ 2027, ປະຈຸບັນນີ້ໄດ້ສໍາເລັດການສຶກສາບົດວິພາກ ເສດຖະກິດ-ເຕັກນິກ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ໄດ້ກ່າວ ໃນບໍ່ດົນມານີ້ວ່າ: ປະຈຸບັນນີ້ລາວເຮົາໄດ້ກະກຽມທີ່ຈະສ້າງເຂື່ອນພະລັງງານນໍ້າຢູ່ຈຸດແມ່ນໍ້າຂອງ ແຂວງຫຼວງພະບາງ. ໂຄງການດັ່ງກ່າວເປັນໂຄງການທີ່ນອນຢູ່ໃນແຜນພັດທະນາເຂື່ອນຕາມລໍາແມ່ນໍ້າຂອງ, ໂດຍມີທີ່ຕັ້ງຢູ່ຫຼັກກິໂລແມັດທີ…

ບັນດາໂຮງຮຽນຕ່າງໆຍັງບໍ່ທັນມີຄຳສັ່ງໃຫ້ປິດເພື່ອປ້ອງກັນການແຜ່ລະບາດ ຂອງ COVID-19

ບັນດາໂຮງຮຽນໃນທົ່ວປະເທດຍັງບໍ່ທັນມີຄຳສັ່ງໃຫ້ປິດການຮຽນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ເທື່ອ, ເຖິງ ແມ່ນວ່າຈະມີຄໍາສັ່ງຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກມາເມື່ອບໍ່ດົນມານີ້ກໍ່ຕາມ. ແຈ້ງການໄດ້ລະບຸວ່າ: ໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດພິຈາລະນາການໂຈະ ຫຼື ເລື່ອນຊົ່ວຄາວໃນການຈັດງານປະເພນີ, ການສັງສັນ ແລະ ກິດຈະກຳ ທີ່ມີຄົນເຂົ້າຮ່ວມຫຼາຍ. ປ.ອ…

ລາວໄດ້ປະຕິບັດຕາມ 9 ມາດຕະການບູລິມະສິດໃນການປ້ອງກັນ COVID-19

ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດການຖະແຫຼງຂ່າວ ຕໍ່ບັນດາທູຕານຸທູດ ປະຈໍາ ສປປ ລາວ ໃນມື້ວັນທີ 5 ມີນາ 2020 ເພື່ອແຈ້ງສະພາບ ແລະ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດ COVID-19 ຂອງລັດຖະບານ,…

ທລຍ ສົ່ງເສີມການຜະລິດນົມງົວຄວາຍເປັນແຫຼ່ງສານອາຫານສຳລັບເດັກ

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ເລີ່ມໂຄງການທົດລອງສະໜັບສະໜູນຊາວກະສິກອນຢູ່ແຂວງພາກເໜືອໃຫ້ຜະລິດນົມງົວ-ຄວາຍ. ໂຄງການດັ່ງກ່າວມີເປົ້າໝາຍປັບປຸງໂພຊະນາການສໍາລັບເດັກນ້ອຍຢູ່ພາກເໜືອ, ເຊິ່ງໄດ້ຮັບການສະໜັບສະໜູນເງິນກູ້ 22,5 ລ້ານໂດລາສະຫະລັດຈາກທະນາຄານໂລກ. ໂຄງການນີ້ຈະດໍາເນີນແຕ່ປີ 2020-2024 ເພື່ອສົ່ງເສີມໃຫ້ເດັກນ້ອຍທີ່ມີອາຍຸ 12 ເດືອນຂຶ້ນໄປໄດ້ຮັບທາດໂປຣຕີນຈາກນົມຢ່າງພຽງພໍເພື່ອພັດທະນາສຸຂະພາບໃຫ້ແຂງແຮງ. ອີງຕາມຂໍ້ມູນຈາກ ທລຍ, ອັດຕາການຂາດສານອາຫານຍັງສືບຕໍ່ສູງຄື: ປະຊາກອນລາວປະມານ 19% ແມ່ນຂາດສານອາຫານ ແລະ 33%…

ການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບສະໝັກໃຈ

ລັດວິສາຫະກິດການບິນລາວຮຽກຮ້ອງໃຫ້ພະນັກງານລາພັກແບບບໍ່ເອົາເງິນເດືອນ​ ດ້ວຍຄວາມສະໝັກໃຈ ເພື່ອຫຼຸດຜ່ອນລາຍຈ່າຍພາຍໃນບໍລິສັດ​ ຫຼັງຈາກຈໍານວນຜູ້ໂດຍສານຫຼຸດລົງ. ຜູ້ໂດຍສານລະຫວ່າງປະເທດຫຼຸດລົງກວ່າ 37% ​ໃນເດືອນຜ່ານມາມີພຽງແຕ່ 38.​000 ຄົນ ​ຫຼຸດລົງຈາກ 61.​000 ຄົນໃນໄລຍະດຽວກັນຂອງປີຜ່ານມາ​ ແລະ​ ຜູ້ໂດຍສານພາຍໃນຫຼຸດລົງ 21% ເຫຼືອພຽງ 31.​600​ ຄົນ​ ຈາກ ​41.000…

ການສອບເສັງນັກຮຽນເກັ່ງລະດັບຊາດອາດຈະຖືກເລື່ອນເພື່ອປ້ອງພະຍາດ ໂຄວິດ-19

ການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ອາດຈະຖືກເລື່ອນເພືຶ່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ອີງຕາມແຫຼ່ງຂ່າວຈາກກະຊວງສຶກສາທິການ ແລະ ກິລາ. ອີງຕາມການໃຫ້ສໍາພາດເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈາກກະຊວງສຶກສາມື້ວານນີ້ວ່າການສອບເສັງນັກຮຽນເກັ່ງຄາດວ່າຈະຖືກເລື່ອນ ເນື່ອງຈາກປະຈຸບັນໄດ້ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນຫຼາຍປະເທດ, ເຖິງແມ່ນວ່າຢູ່ ສປປ ລາວ ຍັງບໍ່ທັນພົບກໍລະນີຜູ້ຕິດເຊື້ອກໍ່ຕາມ. ຕາມແຜນການສອບເສັງນັກຮຽນເກັ່ງແມ່ນຈະຈັດຂຶ້ນໃນລະຫວ່າງ ວັນທີ 17-20 ເດືອນ ມີນາ…