Vientiane Times Lao

ສປປ ລາວ ໃຫ້ຄວາມສໍາຄັນໃນການປ້ອງກັນພະຍາດ ໂຄວິດ-19

ລັດຖະບານ ໃຫ້ຄວາມສໍາຄັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ເນື່ອງຈາກວ່າພະຍາດດັ່ງກ່າວໄດ້ມີການລະບາດຢູ່ຫຼາຍປະເທດ. ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ມື້ນີ້ໄດ້ອອກແຈ້ງຫຼາຍສະບັບ ເພື່ອເປັນການປ້ອງກັນພະຍາດດັ່ງກ່າວບໍ່ໃຫ້ເກີດຂຶ້ນໃນ ສປປ ລາວ ເຊິ່ງແຈ້ງການສະບັບເລກທີ 001/ສພກ ລົງວັນທີ 2 ມີນາ 2020…

ຫຼາຍກວ່າ ​600 ​ຫົວໜ່ວຍທຸລະກິດສາມາດເຂົ້າເຖິງແຫຼ່ງທຶນພາຍໃຕ້ແຜນງານສ້າງຄວາມເຂັ້ມແຂງ

ຫຼາຍກວ່າ 600 ຫົວໜ່ວຍທຸລະກິດໃນ ສປປ ລາວ ສາມາດເຂົ້າເຖິງແຫຼ່ງທຶນເພື່ອນຳມາພັດທະນາ​ທຸລະກິດຂອງເຂົາເຈົ້າ ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ​ ແລະ ​ກາງ​ ເຊິ່ງນອນໃນແຜນສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ​ ແລະ​ ກາງ (SME). ໂຄງການດັ່ງກ່າວແມ່ນເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ວັນທີ 14 ກັນຍາ​ 2018. ໃນຂະນະທີ່​ ຕົວແທນຜູ້ສະຫບັບສະຫນູນໂຄງການ,​ ຜູ້ຈັດຕັ້ງປະຕິບັດ…

ຄະນະສະເພາະກິດແຈ້ງ: ເລື່ອນການໄປປະຕິບັດວຽກງານຂອງລັດຖະກອນຢູ່ປະເທດທີ່ມີການລະບາດຂອງ ໂຄວິດ-19

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ອອກແຈ້ງການໃຫ້ພິຈາລະນາການເລື່ອນ ຫຼື ໂຈະການໄປປະຕິບັດວຽກງານຂອງພະນັກງານລັດຖະກອນຢູ່ປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19. ອີງຕາມແຈ້ງການ ສະບັບເລກທີ 003/ສພກ ລົງວັນທີ 2 ມີນາ 2020 ຂອງຄະນະສະເພາະກິດ ດັ່ງກ່າວ ເຊິ່ງໄດ້ສະເໜີໃຫ້ພາກສ່ວນຕ່າງໆ…

ປກສ ແຂວງສະຫວັນນະເຂດ ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ

ປກສ ແຂວງສະຫວັນນະເຂດ ຮ່ວມກັບອຳນາດການປົກຄອງທ້ອງຖິ່ນສືບຕໍ່ເພີ່ມທະວີສະກັດກັ້ນການຄ້າຂາຍຢາເສບຕິດ ໂດຍສຸມໃສ່ເຮັດວຽກງານໂຄສະນາຜົນຮ້າຍຂອງຢາເສບຕິດ. ອີງຕາມແຫຼ່ງຂ່າວຈາກໜັງສືພິມສະຫວັນພັດທະນາ ເຊິ່ງໄດ້ລາຍງານວ່າ: ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ຢູ່ແຂວງສະຫວັນນະເຂດ ຕົວເລກຄະດີ ຄ້າຂາຍຢາເສບຕິດ ແລະ ຕົວເລກຜູ້ເສບຢາເສບຕິດເພີ່ມຂຶ້ນທຸກໆປີ ແລະ ໜ້າວິຕົກ ເຖິງແມ່ນວ່າເຈົ້າໜ້າທີ່ສະເພາະກິດຈະສຸມໃສ່ແກ້ໄຂບັນຫາດັ່ງກ່າວແລ້ວກໍ່ຕາມ. ທ່ານ…

ຊາວສວນຂາດທຶນຍ້ອນໝາກໂມລົ້ນຕະຫຼາດ

ຊາວສວນຜູ້ປູກໝາກໂມຈຳນວນຫຼາຍຈົ່ມວ່າລາຄາຂອງໝາກໂມຕົກຕ່ຳຫຼາຍໃນປີນີ້ ເຮັດໃຫ້ຊາວສວນຫຼາຍຄົນຂາດທຶນ. ທ້າວ​ ຕຽງຄຳ ຊາວສວນ ຢູ່ແຂວງວຽງຈັນ ກ່າວວ່າ: ປີນີ້ລາຄາໝາກໂມຕົກຕ່ຳກວ່າປີກາຍນີ້ຫຼາຍ ເພາະບໍ່ສາມາດສົ່ງອອກໄດ້ເນື່ອງຈາກການແຜ່ລະບາດ​ຂອງພະຍາດ ໂຄວິດ-19. ໝາກໂມທີ່ຖືກສົ່ງມາຂາຍຢູ່ນະຄອນຫຼວງວຽງຈັນ ແລະ ​ແຂວງອື່ນໆ​ ໂດຍຜ່ານແມ່ຄ້າຄົນກາງແມ່ນລາຄາຖືກ. ຜູ້ປູກໝາກໂມຫຼາຍຄົນຈຶ່ງຕ້ອງໄດ້ຂົນຜົນລະປູກຂອງຕົນເອງເຂົ້າມາຂາຍ​ເອງກ່ອນທີ່ຈະເນົ່າຄາສວນ ເພື່ອບໍ່ໃຫ້ຂາດທຶນ ຫຼື ໃຫ້ຂາດທຶນໜ້ອຍທີ່ສຸດ.​ ປີກາຍນີ້ມີແມ່ຄ້າຄົນກາງໄປຊື້ເຖິງສວນໃນລາຄາ ໜ່ວຍລະ…

ຜູ້ດ້ອຍໂອກາດໃນລາວຈະໄດ້ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ

ຜູ້ດ້ອຍໂອກາດຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18-30 ປີ ທີ່ຮຽນຈົບຊັ້ນປະຖົມ ແຕ່ບໍ່ຈົບມັດທະຍົມ​ ແລະ​ ມີພາຫະນະທຽວໃນໄລຍະຝືກອົບຮົມ​ຈະມີໂອກາດພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນຫຼັງຈາກໄດ້ຮັບເຂົ້າຝືກອົບຮົມວິຊາຊີບ. ໂຄງການຝຶກອົບຮົມດັ່ງກ່າວລວມມີ 45 ທຶນ ປະກອບດ້ວຍທຶນຝຶກອົບຮົມສາຂາປຸງແຕ່ງ ​25 ​ທຶນ,​ ວິຊາການໂຮງແຮມ 20 ທຶນ ແລະ…

ງານກິລາແຫ່ງຊາດຄັ້ງທີ 11 ຈະເລື່ອນການຈັດເພື່ອປ້ອງກັນພະຍາດໂຄວິດ-19

ງານມະຫາກໍາກິລາແຫ່ງຊາດຄັ້ງທີ 11 ທີ່ມີກໍານົດຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ ວັນທີ 1 ເມສາ 2020 ທີ່ແຂວງຊຽງຂວາງ ອາດຈະເລື່ອນໄປໂດຍບໍ່ມີກໍານົດ. ອີງຕາມແຫຼ່ງຂ່າວຈາກທີມຂ່າວໜັງສືພິມ ສຶກສາ-ກິລາ ທີ່ລາຍງານໂດຍ “ຄົນຂ້າງສະໜາມ” ໃນມື້ນີ້ວ່າ ທ່ານ ນາງ ແສງເດືອນ…

ກຸ່ມບໍລິສັດ XDD ມອບເງິນຈໍານວນ 100,000 ໂດລາ ໃຫ້ແຂວງໄຊສົມບູນ

ທ່ານ ຄອນສະຫວັນ ແກ້ວມູນຕີ, ປະທານກຸ່ມບໍລິສັດ XDD ແລະ ບໍລິສັດ ໄຊສົມບູນ ການຄ້າ ແລະ ຂຸດຄົ້ນບໍ່ແຮ່ ໄດ້ມອບເງິນຈໍານວນ 100,000 ໂດລາສະຫະລັດ ໃຫ້ແຂວງໄຊສົມບູນ, ໃນວັນທີ 26 ກຸມພາ 2020 ທີ່ຫ້ອງວ່າການແຂວງໄຊສົມບູນ…

ສາຍການບິນລາວຈະໂຈະ​ຖ້ຽວບິນໄປ​ ສ.​ເກົາຫລີ ຊົ່ວຄາວ

ລັດວິສາຫະກິດການບິນລາວ ຄາດວ່າຈະໂຈະຖ້ຽວບິນ​ ຈາກນະຄອນຫຼວງວຽງຈັນ, ສປປ ລາວ ໄປນະຄອນຫຼວງເຊອູນ​, ສ.ເກົາຫລີ ຊົ່ວຄາວໃນເດືອນໜ້າ ເນື່ອງຈາກມີຜູ້ໂດຍສານໜ້ອຍ. ທ່ານ​ ໜູແດງ ຈັນທະຜາສຸກ, ຫົວໜ້າພະແນກການຄ້າ ແລະ ການຕະຫຼາດ ຂອງລັດວິສາຫະກິດການບິນລາວ​ ໃຫ້ສໍາພາດກັບນັກຂ່າວວຽງຈັນທາຍວ່າ: ພວກເຮົາຄາດວ່າຈະໂຈະຖ້ຽວບິນດັ່ງກ່າວຊົ່ວຄາວ ເພາະຄົນເກົາຫລີໃຕ້ ສ່ວນຫຼາຍຈະບໍ່ເດີນທາງອອກນອກປະເທດໃນຊ່ວງນີ້…

ລາວຈະປັບປຸງອັນດັບການ ຍາກ-ງ່າຍໃນການເລີ່ມຕົ້ນທຸລະກິດໃຫ້ເຫືຼອສອງຕົວເລກ

ສ​ປ​ປ ລາວ ຄາດວ່າຈະປັບປຸງອັນດັບໃນການເລີ່ມຕົ້ນທຸລະກິດ ​ໃຫ້ເຫືຼອສອງຕົວເລກ ໃນປີໜ້າ ຫຼັງຈາກປີນີ້ຖືກຈັດເປັນອັນດັບ 181 ຂອງການເລີ່ມຕົ້ນທຸລະກິດ ຈາກ​ 190 ເສດຖະກິດທົ່ວໂລກ,​ ຕົກລົງ ​1 ອັນ ດັບຈາກປີ 2019. ທ່ານ ​ສົມພວງ​ ພຽນພິນິດ,​ ຫົວຫນ້າ…