Vientiane Times Lao

ມື້ນີ້ຜູ້ຕິດເຊື້ອໂຄວິດ-19 ອອກໂຮງໝໍ 2 ຄົນ ແລະ ເປັນມື້ສຸດທ້າຍການຖ່າຍທອດສົດການຖະແຫຼງຂ່າວຂອງຄະນະສະເພາະກິດ

ຄະນະສະເພາະກິດໄດ້ຖະແຫຼງຂ່າວໃຫ້ຊາບໃນຕອນບ່າຍຂອງວັນທີ 3 ມິຖຸນາ 2020 ວ່າ ມື້ນີ້ຜູ້ປ່ວຍຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍອີກ 2, ເຊິ່ງຜູ້ກ່ຽວຈະໄດ້ກັບບ້ານໄປຈໍາກັດບໍລິເວນອີກ 14 ວັນ ແລະ ກັບໄປກວດພະຍາດຄືນໃໝ່ອີກຢູ່ໂຮງໝໍ ຖ້າວ່າມີອາການປົກກະຕິ ຈຶ່ງຈະໄດ້ປະຕິບັດກິດຈະກໍາປົກກະຕິໃນສັງຄົມ. ຄະນະສະເພາະກິດ ໄດ້ແຈ້ງໃຫ້ຊາບອີກວ່າ ມື້ນີ້ເປັນມື້ສຸດທ້າຍໃນການຖະແຫຼງຂ່າວໂດຍໂຈະການຖ່າຍທອດສົດ, ຖ້າມີສະຖານະການໃໝ່ຮີບດ່ວນ ຈຶ່ງຈະກັບມາຖ່າຍທອດສົດຄືນໃໝ່.…

ເຊກອງ ອາດຈະໄດ້ໃຊ້ໄຟຟ້າທີ່ພະລິດຈາກພະລັງຄວາມຮ້ອນໃນອະນາຄົດ

ບໍ­ລິ­ສັດຄູນ​ມີ​ໄຊ​ກໍ່­ສ້າງ ແລະ ສ້ອມ­ແປງ​ຂົວທາງ (KMX) ປະເທດລາວ ແລະ ບໍ­ລິ­ສັດລົງ­ທຶນ​ພະ­ລັງ­ງານ​ເອ​ໂວ​ລູ​ຊັ່ນ (EPIC) ປະ­ເທດ​ສິງ­ກະ­ໂປ ສົນໃຈລົງທຶນສ້າງໂຮງ­ງານ​ຜະ­ລິດ​ໄຟ­ຟ້າ ​ພະ­ລັງ​ຄວາມ​ຮ້ອນຈາກຖ່ານຫີນ ທີ່ສາມາດຜະລິດໄຟຟ້າໄດ້ຂະ­ໜາດ 1.000 ເມ​ກາ​ວັດ ຢູ່​ ເມືອງ​ດາກ​ຈຶງ ແຂວງ​ເຊ​ກອງ ເພື່ອສົ່ງ​ອອກ​ໄປ​ປະ­ເທດ​ໄທ, ຫວຽດ­ນາມ, ກໍາ­ປູ­ເຈຍ…

5 ວັນຕໍ່ໜ້າຍັງຈະມີຝົນຕົກ, ລົມແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງໃຫ້ຮູ້ໃນມື້ນີ້ວ່າ: ນັບແຕ່ມື້ອື່ນ ຫຼື ນັບແຕ່ວັນທີ 4 ຫາ 8 ມິຖຸນາ 2020 ນີ້ ທົ່ວທຸກພາກຂອງປະເທດລາວ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກໃນບາງທ້ອງຖິ່ນ ຍ້ອນມີລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະຄ່ອຍເພີ່ມກໍາລັງແຮງຂຶ້ນຢູ່ທົ່ວທຸກພາກຂອງປະເທດ…

ໄທຍັງເປັນປະເທດອັນດັບໜຶ່ງທີ່ປະເທດລາວໄດ້ສົ່ງອອກ ແລະ ນໍາເຂົ້າສິນຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສປປ ລາວ ມີສິດທິພິເສດທາງການຄ້າ ໂດຍແບ່ງອອກເປັນ 2 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫຼື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຶ່ງທັງ 2 ຮູບແບບນີ້ ລາວມີສິດທິພິເສດຢູ່ຫຼາຍກວ່າ…

1 ວັນຜ່ານມາ ມີຜູ້ເດີນທາງເຂົ້າມາລາວຫຼາຍກ່ວາພັນຄົນ

ຄະນະສະເພາະກິດ ໄດ້ລາຍງານໃຫ້ຊາບໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ນັບມາຮອດເວລາ 17ໂມງ ຂອງວັນທີ 1 ມິຖຸນາ 2020 ມີຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວ ໂດຍຜ່ານຈຸດຜ່ານແດນຕ່າງໆ ທັງໝົດ 1,496 ຄົນ. ຈໍານວນຜູ້ເດີນທາງເຂົ້າມາໂດຍຜ່ານດ່ານລາວ-ໄທ 799 ຄົນ, ໃນນັ້ນ ຜ່ານດ່ານຂົວມິດຕະພາບ…

ໂຄງ­ການ​ລ້ຽງ​ງົວຢູ່ແຂວງຊຽງຂວາງ ຈະຊ່ວຍຫຼຸດຜ່ອນຄວາມຂາດແຄນຊີ້ນງົວ

​ລັດ­ຖະ­ບານ​ລາວ ໄດ້ອະນຸຍາດໃຫ້ບໍ­ລິ­ສັດ ໂອ​ເຊຍ​ໂນ ຈຳ­ກັດ ໃນການ​ສຶກ​ສາ ຫຼື ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້ໃນການ­ການ​ລ້ຽງ​ງົວ​ພັນ​ຊີ້ນ ແລະ ງົວ​ພັນ​ນົມ ເພື່ອ​ຈຳ­ໜ່າຍ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ­ປະ­ເທດ ຢູ່​ບ້ານ​ລາດ​ງ່ອນ ແລະ ບ້ານ​ນາ​ຄູນ ເມືອງ​ແປກ ແຂວງ​ຊຽງ​ຂວາງ ໃນ​ເນື້ອ­ທີ່ 150 ເຮັກ­ຕາ…

ມີ 99 ພາກສ່ວນທີ່ຊ່ວຍເຫຼືອອຸປະກອນການແພດຕ້ານພະຍາດໂຄວິດ-19

ເພື່ອເປັນການປະກອບສ່ວນໃນວຽກງານປ້ອງກັນພະຍາດໂຄ ວິດ-19 ບໍ່ໃຫ້ແຜ່ລາມໃນວົງກ້ວາງຢູ່ ສປປ ລາວ, ນັບແຕ່ວັນທີ 19 ເມສາ ຫາ 31 ພຶດສະພາ 2020 ໄດ້ມີຜູ້ໃຫ້ການຊ່ວຍເຫຼືອເງິນສົດ ແລະ ອຸປະກອນການແພດ ທີ່ມາຈາກ 99 ພາກສ່ວນ ທັງພາຍໃນ ແລະ…

ນາຍົກ ເຂົ້າຮ່ວມພິທີປູກຕົ້ນໄມ້ເນື່ອງໃນວັນປຸກຕົ້ນໄມ້ແຫ່ງຊາດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກິດຈະກໍາປູກຕົ້ນໄມ້ ມື້ເຊົ້ານີ້ ເນື່ອງໃນວັນປຸກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020. ພ້ອມດຽວກັນ ກິດຈະກໍາດັ່ງກ່າວ ຍັງເປັນການໂຄສະນາໃຫ້ແກ່ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ທີ່ຈະໝູນວຽນມາຮອດໃນວັນທີ 5…

ນາຍຍົກ ຮຽກຮ້ອງໃຫ້ຮ່ວມກັນສົ່ງເສີມການພັດທະນາເດັກ ທັງໃນຕົວເມືອງ ແລະ ຊົນນະບົດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີອອກ​ແຮງປະຕິບັດວຽກງານ​​​ແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການ​ດູ​ແລ​ເອົາ​ໃຈ​ໃສ່, ການ​ປົກ​ປ້ອງ, ການ​ພັດທະນາ ແລະ ການມີ​ສ່ວນ​ຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້​​ເດັກໄດ້ຮັບການພັດທະນາ…

ຄະນະສະເພາະກິດ ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການຜ່ອນຜັນໃໝ່ຢ່າງເຂັ້ມງວດ

ຄະນະສະເພາະກິດ ໄດ້ຮຽກຮ້ອງໃຫ້ທຸກຄົນ, ທຸກພາກສ່ວນໃນສັງຄົມຈົ່ງສືບຕໍ່ຮ່ວມກັນປະຕິບັດບັນດາມາດຕະການຜ່ອນຜັນຕ່າງໆ ຢູ່ໃນແຈ້ງການສະບັບໃໝ່ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ​ຊຶ່ງແມ່ນການຜ່ອນຜັນໄລຍະທີ່ III ຢ່າງເຂັ້ມງວດ. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ,…